ກະຊວງສາທາລະນະສຸກໄທປັບຫຼຸດລະດັບການເຕືອນໄພການແຜ່ລະບາດຂອງພະຍາດໂຄວິດ-19

2022-05-10 11:00:50 cri

ວັນທີ 9 ພຶດສະພານີ້, ກົມຄວບຄຸມພະຍາດກະຊວງສາທາລະນະສຸກໄທແຈ້ງໃຫ້ຮູ້ວ່າ: ເນື່ອງຈາກວ່າໃນຫວ່າງມໍ່ໆມານີ້, ກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຢູ່ເຂດສ່ວນໃຫຍ່ຂອງທົ່ວປະເທດໄທ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ກອງປະຊຸມຂອງກະຊວງສາທາລະນະສຸກໄທທີ່ຈັດຂຶ້ນໃນມື້ດຽວກັນ ຈຶ່ງໄດ້ຕົກລົງຈະ

ປັບຫຼຸດລະດັບການເຕືອນໄພການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ຈາກລະດັບ 4 ເປັນລະດັບ 3, ພ້ອມທັງເຫັນວ່າ: ການແຜ່ລະບາດຢູ່ພາຍໃນປະເທດໄທ ໄດ້ຄ່ອຍໆຂ້າມຜ່ານຈາກ “ໄລຍະແຜ່ລະບາດໃຫຍ່” ມາເປັນ “ໄລຍະແຜ່ລະບາດຢູ່ບາງທ້ອງຖິ່ນ” ແລ້ວ.

ນອກນີ້, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໄທບໍ່ໄດ້ຮ້າຍແຮງຂຶ້ນອີກຫຼັງຈາກບຸນປີໃໝ່ໄທ, ອັດຕາຜູ້ຕິດເຊື້ອມີອາການໜັກກໍມີທ່ວທ່າຫຼຸດລົງ. ຜູ້ເສຍຊີວິດສ່ວນຫຼາຍເປັນຜູ້ທີ່ມີອາຍຸ 70 ປີຂຶ້ນໄປ, ທັງບໍ່ໄດ້ສັກວັກຊີນຕ້ານໂຄວິດ-19 ຫຼືບໍ່ໄດ້ສັກວັກຊີນຕ້ານໂຄວິດ-19 ເຂັມກະຕຸ້ນ. ສະນັ້ນ, ກົມຄວບຄຸມພະຍາດກະຊວງສາທາລະນະສຸກໄທຈຶ່ງໄດ້ແຈ້ງໃຫ້ຮູ້ວ່າ: ຍັງຕ້ອງເລັ່ງສັກວັກຊີນໃຫ້ກັບຜູ້ມີອາຍຸສູງ, ຜູ້ເປັນພະຍາດຊຳເຮື້ອ ແລະແມ່ມານ, ເດັກນ້ອຍທີ່ຮອດອາຍຸເຂົ້າຮຽນ ກໍຕ້ອງສັກວັກຊີນໂດຍໄວ ເພື່ອຕ້ອນຮັບສົກຮຽນໃໝ່.