ທ່ານສີຈິ້ນຜິງກ່າວວ່າ: ກ້າວເດີນໄປນຳກັນກັບພັກຢ່າງເດັດດ່ຽວໜຽວແໜ້ນ ບຸກບືນສູ້ຊົນເພື່ອພັກ ແລະ ປະຊາຊົນ ແມ່ນອຸດົມການແຕ່ຫົວທີ ແລະ ພາລະກຳຂອງຄະນະຊາວໜຸ່ມກອມມູນິດຈີນ

2022-05-10 16:35:19 CRI

ຕອນເຊົ້າວັນທີ 10 ພຶດສະພານີ້, ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄອບຮົບ 100 ປີ ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສທີ່ສຳຄັນ.

 

ທ່ານສີຈິ້ນຜິງກ່າວວ່າ: ກ້າວເດີນໄປນຳກັນກັບພັກຢ່າງເດັດດ່ຽວໜຽວແໜ້ນ ບຸກບືນສູ້ຊົນເພື່ອພັກ ແລະ ປະຊາຊົນ ແມ່ນອຸດົມການແຕ່ຫົວທີ ແລະ ພາລະກຳຂອງຄະນະຊາວໜຸ່ມກອມມູນິດຈີນ. ໃນ 100 ປີຜ່ານມານີ້, ພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ, ຄະນະຊາວໜຸ່ມກອມມູນິດຈີນບໍ່ລືມອຸດົມການແຕ່ຫົວທີ, ຈື່ຈຳພາລະກຳຢ່າງໜັກແໜ້ນ, ກ້າວເດີນຢູ່ແຖວໜ້າຂອງຖັນແຖວຊາວໜຸ່ມ, ຈັດຕັ້ງ ແລະ ຊີ້ນຳຊາວໜຸ່ມຫຼາຍເຊັ່ນຄົນຮັກສາອຸດົມຄະຕິຢ່າງເດັດດ່ຽວ ແລະ ກ້າວເດີນໄປນຳກັນກັບພັກຢ່າງແໜ້ນແຟ້ນ, ໄດ້ປະກອບສ່ວນກຳລັງແຮງເພື່ອຍາດເອົາຄວາມເປັນເອກະລາດຂອງຊາດ, ການປົດປ່ອຍປະຊາຊົນ, ບັນລຸເປົ້າໝາຍທີ່ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນຢູ່ເຢັນເປັນສຸກ, ເຊິ່ງໄດ້ແຕ່ງບົດດົນຕີແຫ່ງຄວາມເປັນໄວໜຸ່ມທີ່ສະຫງ່າຜ່າເຜີຍໃນຂະບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.