ຈຳນວນລ້ານຄົນທີ່ເສຍຊີວິດ ກັບ “ສິດຫາຍໃຈຢ່າງເສລີ”

2022-05-11 11:38:08 cri

ວັນທີ 18 ເມສາ 2022, ຢູ່ສານພາກກາງລັດຟລໍຣີດາຂອງອາເມຣິກາ, ຜູ້ພິພາກສາຄົນໜຶ່ງຊື່ວ່າ ທ່ານນາງແຄເຊີຣິນ ກິມບາວ ມິເຊເລ ໄດ້ຕັດສິນວ່າ: ຂໍ້ຕົກລົງຂອງສູນປ້ອງກັນ ແລະຄວບຄຸມພະຍາດອາເມຣິກາ ຫຼື CDC ທີ່ແກ່ຍາວເວລາປະຕິບັດ “ຄຳສັ່ງບັງຄັບໃສ່ຜ້າປິດປາກ”ຢູ່ຕາມລະບົບຄົມມະນາຄົມສາທາລະນະນັ້ນ ເປັນໂມຄະ.

ທ່ານນາງ ແຄເຊີຣິນ ກິມບາວ ມິເຊເລ ໄດ້ຖືກທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາແຕ່ງຕັ້ງເປັນຜູ້ພິພາກສາຂອງສານພາກກາງລັດຟລໍຣີດາ. ການຕັດສິນຂອງທ່ານໃນຄັ້ງນັ້ນ ໄດ້ຮັບການຍ້ອງຍໍຢ່າງສູງຈາກເຈົ້າຄອງລັດຟລໍຣີດາ ແລະຊາວພັກລີພັບບລີກັນທ່ານອື່ນໆທີ່ຄັດຄ້ານຂໍ້ກຳນົດດ້ານການປ້ອງກັນພະຍາດໂຄວິດ-19 ຂອງລັດຖະບານສະຫະລັດອາເມຣິກາ.

ຫຼັງຈາກ“ຄຳສັ່ງບັງຄັບໃສ່ຜ້າປິດປາກ” ທີ່ປະຕິບັດຢູ່ອາເມຣິກາມາເປັນເວລາຫຼາຍກວ່າ 1 ປີນັ້ນ ໄດ້ຖືກຍົກເລີກແລ້ວ, ປະຊາຊົນອາເມຣິກາພາກັນໃຫ້ຄວາມສົນໃຈກັບເລື່ອງນີ້ ເຊິ່ງໄດ້ລື່ນກາຍຄວາມສົນໃຈ ທີ່ມີຕໍ່ສະຖານະການຣັດເຊຍ-ອູແກຣນຢ່າງວ່ອງໄວ.

ບາງຄົນດີໃຈນຳຄຳຕັດສິນນີ້ ເພາະເຫັນວ່າ: “ສາມາດຫາຍໃຈໄດ້ຢ່າງເສລີ ”, ແຕ່ບາງຄົນພັດຄັດຄ້ານຄຳຕັດສິນນີ້ ເພາະເຫັນວ່າ: “ບໍ່ໃສ່ຜ້າປິດປາກສາມາດຫາຍໃຈໄດ້ຢ່າງເສລີກໍຕາມ, ແຕ່ຕໍ່ໄປກໍຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈແທນ”.

ໃນເວລາທີ່ຊາວເນັດອາເມຣິກາໂຕ້ຖຽງກັນກ່ຽວກັບເລື່ອງນີ້, ສຳນັກຂ່າວ NBC ຂອງອາເມຣິກາໄດ້ລົງຂ່າວໜຶ່ງວ່າ: ນັບມາຮອດວັນທີ 4 ພຶດສະພາ 2022, ຜູ້ເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາ ແມ່ນມີຫຼາຍກວ່າ 1 ລ້ານຄົນ. ຕົວເລກນີ້ສ່ຳກັບຈຳນວນປະຊາກອນທັງໝົດຂອງລັດເດລາແວ (ອີງຕາມຕົວເລກສະຖິຕິຂອງປີ 2018) ທີ່ເປັນບ້ານເກີດຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ.

ໃນເວລາທີ່ຜູ້ເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາ ມີຫຼາຍກວ່າ 1 ແສນຄົນ, ສື່ມວນຊົນ ແລະອົງການຫຼາຍແຫ່ງຂອງອາເມຣິກາເຫັນວ່າຕົວເລກດັ່ງກ່າວແມ່ນຍອມຮັບບໍ່ໄດ້. ແຕ່ສິ່ງທີ່ພວກເຂົາຄາດຄິດບໍ່ເຖິງນັ້ນກໍຄື: ຜູ້ເສຍຊີວິດ 1 ແສນຄົນ ເປັນພຽງແຕ່ “ຈຸດເລີ່ມຕົ້ນ” ຊື່ໆຂອງຜົນກະທົບຈາກເຊື້ອພະຍາດໂຄວິດ-19. ສິ່ງທີ່ເຮັດໃຫ້ຄົນທັງຫຼາຍຍອມຮັບໄດ້ຍາກກໍຄື: ຫຼັງຈາກຜູ້ເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາ ມີຫຼາຍກວ່າ 1 ລ້ານຄົນແລ້ວ, ຕົວເລກດັ່ງກ່າວຍັງຈະເພີ່ມຂຶ້ນອີກ. ຊາວອາເມຣິກາຍັງບໍ່ສາມາດຢືນຢັນໄດ້ວ່າ ມັນເປັນຈຸດເລີ່ມຕົ້ນຂອງຜູ້ເສຍຊີວິດ 1 ລ້ານຄົນຕໍ່ໄປ ຫຼືຜູ້ເສຍຊີວິດ 1 ລ້ານຄົນຕໍ່ໆໄປອີກ ຫຼືບໍ່.

ເຖິງວ່າຈຳນວນຜູ້ເສຍຊີວິດນັບມື້ນັບຫຼາຍຂຶ້ນ, ແຕ່ລັດຖະບານອາເມຣິກາຊ້ຳພັດມີຄວາມສົນໃຈນັບມື້ນັບໜ້ອຍລົງ ເຊິ່ງສ່ຳກັບວ່າ ຈຳນວນຜູ້ເສຍຊີວິດເປັນພຽງຕົວເລກຊື່ໆ. ກ່ອນໜ້ານີ້, ອາເມຣິກາໄດ້ປະກາດວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສິ້ນສຸດລົງແລ້ວ, ສະນັ້ນ, ລັດຖະບານອາເມຣິກາກໍບໍ່ຈຳເປັນຕ້ອງຈ່າຍຄ່າປິ່ນປົວພະຍາດໂຄວິດ-19 ໃຫ້ກັບຜູ້ທີ່ບໍ່ມີປະກັນໄພ. ຂໍ້ຕົກລົງນີ້, ໃນທີ່ສຸດຈະເຮັດໃຫ້ຊາວອາເມຣິກາເສຍຊີວິດຈາກພະຍາດໂຄວິດ-19 ນັບມື້ນັບຫຼາຍຂຶ້ນອີກ.

ຫຼາຍປີຜ່ານມານີ້, ການຜັນແຍກກັນລະຫວ່າງສອງພັກຂອງອາເມຣິກາ ໄດ້ເຮັດໃຫ້ຄວາມແຕກແຍກກັນໃນສັງຄົມອາເມຣິການັບມື້ນັບຮ້າຍແຮງຂຶ້ນ. ການຖືຜົນປະໂຫຍດດ້ານການເມືອງຢູ່ເໜືອກວ່າທຸກສິ່ງທຸກຢ່າງ ໄດ້ເຮັດໃຫ້ວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ອາເມຣິກາກາຍເປັນບັນຫາການເມືອງ, ຄວາມຮັບຮູ້ຂອງຊາວອາເມຣິກາກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ມີທ່າອຽງສູ່ພັກຝ່າຍຂອງຕົນ, ການໂຕ້ຖຽງກັນກ່ຽວກັບການຈະໃສ່ຜ້າປິດປາກຫຼືບໍ່ ແລະສັກວັກຊີນຫຼືບໍ່ ໄດ້ເກີດຂຶ້ນຢ່າງບໍ່ຢຸດຢັ້ງ. ສ່ວນການອອກ ແລະຍົກເລີກຄຳສັ່ງໃສ່ຜ້າປິດປາກ, ກໍເປັນຜົນທີ່ເກີດຈາກການຕໍ່ສູ້ກັນລະຫວ່າງສອງພັກຂອງອາເມຣິກາ. ນະໂຍບາຍຕ້ານກັບພະຍາດໂຄວິດ-19 ທີ່ແຕກແຍກກັນ ໄດ້ເຮັດໃຫ້ອາເມຣິກາກາຍເປັນ “ປະເທດຫຼົ້ມເຫຼວໃຫຍ່ທີ່ສຸດໃນໂລກໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19”.