“ມື້ນີ້, ຂ້າພະເຈົ້າປະຕິບັດໜ້າທີ່ເຝົ້າຍາມຮ່ວມກັບພວກສະຫາຍ”

2022-05-12 10:46:21 cri


 

ການເວລາຄືຜູ້ບັນທຶກທີ່ຊື່ສັດບໍລິສຸດ ເຊິ່ງໄດ້ບັນທືກບາດກ້າວເດີນບຸກບືນໄປຂ້າງໜ້າຂອງຜູ້ປົກຄອງບໍລິຫານປະເທດ.

 

ເຂດຊາຍແດນພາກເໜືອປະເທດຈີນຍາມລະດູໜາວທີ່ມີອາກາດໜາວຈັດທີ່ສຸດ,ດິນແດນຂາວຈ່ານຜ່ານຍ້ອນປົກຄຸມໄປດ້ວຍຫິມະໝົດ. ເທິງໃບໜ້າ,ຄິ້ວແລະຜ້າປົກໜ້າກັນໜາວຂອງບັນດານັກຮົບທັງຫຼາຍລ້ວນແຕ່ມີຫິມະຈັບເຕັມ. ຢູ່ຕໍ່ໜ້າເຂົາເຈົ້າແມ່ນ “ນັກຮົບອາວຸໂສ” ທ່ານໜຶ່ງທີ່ໃສ່ຊຸດລາຍໃຫຍ່ນາຍທະຫານ, ເພິ່ນໄດ້ປົດສົບມືອອກແລ້ວຈັບມືກັບບັນດານັກຮົບດ້ວຍຮ້ອຍຍີ້ມ…  

 

ນັກຂ່າວໄດ້ບັນທຶກພາບນີ້ດ້ວຍກ້ອງຖ່າຍຮູບ ຄື: ຕອນເຊົ້າວັນທີ 26 ມັງກອນປີ 2014, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງພູອາເອີ ເຂດປົກຄອງຕົນເອງມົງໂກໃນທີ່ເປັນເຂດຊາຍແດນຂອງປະເທດຊາດ,ທ່າມກາງສະພາບອາກາດໜາວຈັດຕິດລົບ 30 ກວ່າອົງສາ, ເພິ່ນໄດ້ແຂ່ງລົມໜາວແລະຫິມະໜາໄປຢື້ຢາມຖາມຂ່າວນາຍແລະພົນທະຫານທີ່ກຳລັງປະຕິບັດໜ້າທີ່ລາດຕະເວນຢູ່ຕາມເສັ້ນຊາຍແດນ.

 

ທ້າວ ອູຈິງເວີຍ ກໍແມ່ນທະຫານຜູ້ໜຶ່ງໃນຖັນແຖວນັກຮົບທີ່ປະຕິບັດໜ້າທີ່ລາດຕະເວນຢູ່ຕາມຊາຍແດນໃນເວລານັ້ນ, ສຳລັບພາບຫວນຄືນຫຼັງເມື່ອ 8 ປີກ່ອນ, ລາວຍັງຈື່ໄດ້ຢ່າງຄັກແນ່ຈົນເຖິງທຸກມື້ນີ້. ຕອນນັ້ນ, ລາວມີອາຍຸພຽງແຕ່ 19 ປີເທົ່ານັ້ນ, ຢູ່ລະຫວ່າງການລາດຕະເວນ, ລາວພ້ອມກັບເພື່ອນນັກຮົບໄດ້ພົບເຫັນຂະບວນລົດຂອງທ່ານສີຈິ້ນຜິງ, ທ່າມກາງລົມໜາວຈັດປານມີດແທງກະດູກ, ທ່ານສີຈິ້ນຜິງໄດ້ລົງລົດແລ້ວຢຽບຫິມະຊັ້ນໜາໆຍ່າງໄປຫາພວກເຂົາເຈົ້າ.

 

“ທ່ານປະທານສີໄດ້ປົດສົບມືອອກແລ້ວຈັບມືກັບພວກເຮົາທຸກຄົນຕາມລຳດັບ. ເພິ່ນມີຮ່າງຄີງໃຫຍ່ແລະສູງກວ່າທີ່ເຄີຍໄດ້ເຫັນທາງໂທລະພາບ.”ທ້າວອູຈິງເວີຍ ຫວນຄວນຄືນຫຼັງວ່າ: “ເພິ່ນໄດ້ສອບຖາມຫຼາຍຢ່າງ: ລຶ້ງເຄີຍກັບອາກາດໜາວຈັດບໍ່? ແຕ່ລະມື້ຕ້ອງລາດຕະເວນຈັກຊົ່ວໂມງ? ເດີນທາງຈັກກິໂລແມັດ…?”

 

ທ້າວອູຈິງເວີຍມີຄວາມຕື່ນເຕັ້ນຫຼາຍຈົນເວົ້າບໍ່ອອກ,ໂດຍແມ່ນຊຸມທະຫານເກົ່າມີຈິດໃຈຫ້າວຫັນຫຼາຍໂດຍໄດ້ຕອບຄຳຖາມຂອງທ່ານສີຈິ້ນຜິງທຸກຄຳ. ທ່ານສີຈິ້ນຜິງດີໃຈທີ່ສຸດ, ເພິ່ນເວົ້າກັບທະຫານທັງຫຼາຍວ່າ: “ພວກສະຫາຍສູ້ກັບລົມພັດແຮງແກມຫິມະອີກ ແລະສູ້ກັບສະພາບອາກາດໜາວຈັດ, ລາດຕະເວນໄປຕາມປ່າໄມ້ ແລະດິນແດນຫິມະຢູ່ເຂດຊາຍແດນ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ. ພວກສະຫາຍລຳບາກຫຼາຍແລ້ວ, ປະເທດຊາດແລະປະຊາຊົນຂອບໃຈນຳພວກສະຫາຍທີ່ສຸດ.”

 

ຕອນທ້າຍ, ຄົນທັງຫຼາຍໄດ້ຍ່າງໂຮມເຂົ້າກັນແລ້ວຖ່າຍຮູບຮ່ວມກັນທ່ານປະທານສີ. ເນື່ອງຈາກທ້າວອູຈິງເວີຍມີອາຍຸນ້ອຍ,ອາຍຸການເປັນທະຫານຍັງໜ້ອຍ, ລາວເລີຍເອົາໂຕຖອຍໄປຢູ່ທາງຫຼັງຕະຫຼອດ, ແຕ່ທ່ານສີຈິ້ນຜິງກໍໄດ້ເອີ້ນບອກລາວໃຫ້ຫຍັບເຂົ້າມາໃກ້ໆແດ່.

 

ສະນັ້ນ, ທ້າວອູຈິງເວີຍຈຶ່ງໄປຢືນຢູ່ທາງຂ້າງທ່ານປະທານສີ. ຫຼັງຈາກນັ້ນຕໍ່ມາ, ໃນເວລາທ່ານສີຈິ້ນຜິງກ່າວຄຳອວຍພອນປີໃໝ່ສາກົນ2018ຜ່ານທາງໂທລະພາບ, ທ້າວອູຈິງເວີຍໄດ້ສັງເກດເຫັນວ່າ: ເທິງຖ້ານປຶ້ມທີ່ຢູ່ເບື້ອງຫຼັງ ຂອງທ່ານສີຈິ້ນຜິງແມ່ນໄດ້ວາງຮູບຖ່າຍທີ່ທ່ານໄດ້ຖ່າຍຮ່ວມກັບພວກເຂົາເຈົ້າ.

 

ພາຍຫຼັງມາ, ນາຍແລະພົນທະຫານຜູ້ລາດຕະເວນຈິ່ງຮູ້ວ່າ, ຕອນຮຸ່ງເຊົ້າມື້ນັ້ນ, ທ່ານປະທານສີຈິ້ນຜິງແມ່ນໄດ້ເດີນທາງຈາກນະຄອນຫຼວງປັກກິ່ງດ້ວຍເຮືອບິນ 1.000 ກວ່າກິໂລແມັດໄປຮອດພູອາເອີໂດຍກົງ. ພໍລົງຈາກເຮືອບິນ, ເພິ່ນກໍເດີນທາງດ້ວຍລົດ ແຂ່ງລົມພັດແຮງແກມຫິມະ ໄປເຂດປ້ອງກັນຊາຍແດນທັນທີ. ຫຼັງຈາກແຍກທາງລາຈາກໜ່ວຍລາດຕະເວນແລ້ວ, ເພິ່ນໄດ້ຂີ່ລົດເດີນທາງໄປປ້ອມຍາມພູຊ່ານຈຽວຕື່ມອີກ.

 

ຢູ່ຫໍວາງສະແດງປະຫວັດສາດພັກກອມມູນິດຈີນໄດ້ວາງສະແດງປຶ້ມບັນທຶກສັງເກດການຕອນປະຕິບັດໜ້າທີ່ຂອງປ້ອມຍາມພູຊ່ານຈຽວໃນອະດີດ, ເຊິ່ງໃນນັ້ນໄດ້ມີການບັນທຶກໄວ້ຢ່າງຈະແຈ້ງປະໂຫຍກໜຶ່ງຄື: “ລົດບັສຂະໜາດກາງ3ຄັນແລະລົດສະໜາມ4ຄັນໄດ້ເດີນທາງຈາກທ່າເຮືອມຸ່ງໜ້າສູ່ດ່ານຊາຍແດນ”. ຕອນນັ້ນ ທ່ານຈ່າງເວີຍ ຜູ້ເປັນຫົວໜ້າຈຸຍາມທີ່ຮັບຜິດຊອບການບັນທຶກ ພ້ອມດ້ວຍທ່ານ ຫ້າວຈືຢາງ ທະຫານຜູ້ສັງເກດການ, ເຂົາເຈົ້າທັງສອງບໍ່ໄດ້ນຶກເລີຍວ່າ:ຂະບວນລົດທີ່ເຂົາເຈົ້າສັງເກດເຫັນນັ້ນແມ່ນຂະບວນລົດຂອງທ່ານປະທານສີຈິ້ນຜິງ, ແລະຍິ່ງນຶກບໍ່ເຖິງເລີຍນັ້ນແມ່ນຂະບວນລົດໄດ້ຈອດຢູ່ຕີນພູຊ່ານຈຽວ.

 



ປ້ອມຍາມແມ່ນຕັ້ງຢູ່ຈອມພູທີ່ມີລະດັບຄວາມສູງຈາກໜ້ານ້ຳທະເລ 1.000ກວ່າແມັດ. ທ່ານສີຈິ້ນຜິງໄດ້ແຂ່ງລົມພັດແຮງທ່າມກາງອາກາດໜາວຈັດ ຍ່າງຂຶ້ນໄປຕາມຂັ້ນໄດສູງຊັນມີທັງໝົດ 58 ຂັ້ນແລ້ວຂຶ້ນສູ່ປ້ອມຍາມ. ຢູ່ໃນຫໍຍາມ, ເພິ່ນໄດ້ກວດເບິ່ງອຸປະກອນແລະສິ່ງອຳນວຍຄວາມສະດວກຕ່າງໆພາຍໃນຫໍຍາມ, ພ້ອມທັງໄດ້ທັກທາຍ ແລະແປງເຄື່ອງຂອງໃຫ້ບັນດານັກຮົບຢ່າງສະໜິດສະໜົມແລະເປັນກັນເອງ. ຢູ່ທີ່ຈຸດເຝົ້າຍາມ, ທ່ານສີຈິິ້ນຜິງຍັງໄດ້ຮັບຟັງການລາຍງານສະພາບການຂອງປ້ອມຍາມ, ສັງເກດສະພາບການອ້ອມຂ້າງປ້ອມຍາມຈາກການແນະນຳຂອງນັກຮົບທັງຫຼາຍ. ຫຼັງຈາກນັ້ນ, ເພິ່ນໄດ້ຈັບບິກເຊັນຊື່ຢູ່ເທິງປຶ້ມບັນທຶກສັງເກດການຕອນປະຕິບັດໜ້າທີ່ວ່າ: “ສີຈິ້ນຜິງ ວັນທີ 26 ມັງກອນ ປີ2014”. ສະນັ້ນ, ຢູ່ລຸ່ມລາຍຊື່ຂອງທ່ານຈ່າງເວີຍແລະທ່ານຫ້າວຈືຢາງ, ແມ່ນລາຍເຊັນຂອງທ່ານປະທານຄະນະກຳມະການການທະຫານສູນກາງ, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ມື້ນີ້, ຂ້າພະເຈົ້າປະຕິບັດໜ້າທີ່ເຝົ້າຍາມຮ່ວມກັບພວກສະຫາຍ”

 

ປະທານຄະນະກຳມະການການທະຫານສູນກາງຮ່ວມປະຕິບັດໜ້າທີ່ເຝົ້າຍາມກັບນັກຮົບ, ທ່ານປະທານຮ່ວມຈິດຮ່ວມໃຈກັບນັກຮົບ. ຈາກຄວາມຫ່ວງໃຍແລະຄຳສັ່ງສອນຂອງທ່ານປະທານ, ນາຍແລະພົນທະຫານທັງຫຼາຍກໍໄດ້ຫັນຄວາມເຄົາລົບຮັກຢ່າງສຸດໃຈທີ່ມີຕໍ່ທ່ານປະທານໃຫ້ເປັນກຳລັງແຮງອັນໃຫຍ່ຫຼວງໃນການກໍ່ສ້າງຮາກຖານໃຫ້ເຂັ້ມແຂງແລະອຸທິດຕົນເພື່ອພາລະກຳອັນສູງສົ່ງ.

 

“ຄັນບໍ່ມີຜົນງານທີ່ດີ, ແມ່ນແຕ່ການນອນຂ້ອຍກໍນອນບໍ່ຫຼັບ” ໃນຖານະເປັນທະຫານຜູ້ທີ່ເຄີຍໄດ້ຮັບການຕ້ອນຮັບຈາກທ່ານປະທານສີຈິ້ນຜິງ, ທ້າວອູຈິງເວີຍຮູ້ສຶກມີກຽດຫຼາຍ ທັງຮູ້ສຶກມີກຳລັງໃຈທີ່ບໍ່ເຄີຍເຫືອດແຫ້ງ. ຕອນທີ່ຖ່າຍຮູບຮ່ວມກັບທ່ານປະທານສີຈິ້ນຜິງ, ທ້າວອູຈິງເວີຍຍັງເປັນ “ທ້າວຕຸ້ຍນ້ອຍ” ທີ່ມີນ້ຳໜັກ 80 ກິໂລ. ຫຼັງຈາກນັ້ນມາ, ລາວໄດ້ກາຍເປັນ “ທ້າວຫ້າວຫັນສູ້ຕາຍ”ໃນສະໜາມຝຶກແອບ, ຜົນງານຂອງລາວໄດ້ຫັນຈາກການຫຼ້າຫຼັງໝູ່ກາຍມາເປັນຜູ້ນຳໜ້າໝູ່, ໂດຍສາມາດໄດ້ຮັບຫຼຽນໄຊຊັ້ນ3ຈຳນວນ2ໜ່ວຍ, ຖືກສົ່ງໄປຮຽນຢູ່ວິທະຍາຄານທະຫານຮາບກອງທັບບົກໂດຍບໍ່ຕ້ອງຜ່ານການສອບເສັງ. ວັນທີ 21 ພຶດສະພາປີ2019, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມວິທະຍາຄານດັ່ງກ່າວ, ທ້າວອູຈິງເວີຍໃນຖານະເປັນນັກສຶກສາຫຼັກແຫຼ່ງດ້ານການຝຶກແອບ ໄດ້ເປັນຜູ້ສາທິດເພື່ອລາຍງານສະພາບການຝຶກແອບວິຊາຜ່ານອຸປະສັກໃຫ້ທ່ານປະທານສີຈິ້ນຜິງຮັບຮູ້.

 

“ທ່ານປະທານ, ‘ທ້າວຕຸ້ຍນ້ອຍ’ໃນເມື່ອກ່ອນຂໍລາຍງານໃຫ້ທ່ານຊາບ!” ໃນເວລາກິ້ງເກືອກລີເລືອຢູ່ໃນສະໜາມຝຶກແອບ, ໂດຍແນມເບິ່ງທ່ານປະທານສີຈິ້ນຜິງທີ່ຢືນເບິ່ງການຝຶກແອບຢູ່ແຄມສະໜາມເບື້ອງນັ້ນ, ທ້າວອູຈິງເວີຍໄດ້ສະແດງຄວາມຄຳນັບຕໍ່ທ່ານປະທານຢູ່ໃນໃຈ.

 

ໃນລະດູຮ້ອນປີ2019, ທ້າວອູຈິງເວີຍໄດ້ຮຽນຈົບຈາກວິທະຍາຄານດ້ວຍຜົນການຮຽນດີເດັ່ນ, ລາວໄດ້ເປັນເຈົ້າການຮ້ອງຂໍກັບເມື່ອກົມກອງເດີມ. ປັດຈຸບັນ, ລາວມີຮ່າງກາຍທີ່ແຂງແຮງ, ມີຄວາມຄ່ອງແຄ້ວ, ຜິວກ່ຳ, ກຳລັງເຝົ້າປະຈຳການປະຕິບັດໜ້າທີ່ຂອງຕົນຢູ່ປ້ອມຍາມທີ່ມີລະດັບສູງກວ່າເກົ່າຈາກໜ້ານ້ຳທະເລ, ໄລຍະອາກາດໜາວແກ່ຍາວກວ່າເກົ່າ ແລະຫ່າງໄກສອກຫຼີກກວ່າເກົ່າ.

 

ເຖິງຈະໃຊ້ຊີວິດຢູ່ທ່າມກາງທີ່ມີສະພາບອາກາດໜາວຈັດ,ລົມພັດແຮງ ແລະຄວາມປ່ຽວພອຍເປັນຂອງຄູ່ກັນກໍຕາມ, ແຕ່ທ້າວອູຈິງເວີຍບໍ່ເຄີຍຫວັ່ນໄຫວຄອນແຄນຕໍ່ການຕັດສິນໃຈຂອງຕົນຈັກເທື່ອ, ຍ້ອນຢາກ “ປົກປ້ອງເຂດຊາຍແດນໃຫ້ດີເພື່ອປະເທດຊາດແລະປະຊາຊົນ, ຂ້ອຍກັບທ່ານປະທານເຝົ້າຍາມຮ່ວມກັນ.”