ໂລກບໍ່ວູ້ນວາຍ ອາເມຣິກາຈະບໍ່ຄ່ອຍດີໃຈ

2022-05-13 15:42:51 cri

ວັນທີ 10 ພຶດສະພານີ້ຕາມເວລາທ້ອງຖິ່ນ, ສະພາຕ່ຳອາເມຣິກາໄດ້ຜ່ານແຜນການຊ່ວຍເຫຼືອອູແກຣນທີ່ມີມູນຄ່າ 40 ຕື້ໂດລາສະຫະລັດ, ໃນນັ້ນ, ການຊ່ວຍເຫຼືອທາງການທະຫານມີເກືອບ 25 ຕື້ຢວນ. ອາເມຣິກາມີຄວາມເອື້ອເຟື້ອເພືອແພ່ໃນການຊ່ວຍເຫຼືອທາງການທະຫານຕໍ່ອູແກຣນ, ພັດມີຄວາມເສີຍເມີຍຕໍ່ຫຼາຍຝ່າຍທີ່ມີຄວາມຕ້ອງການຕົວຈິງ. ເຮົາເບິ່ງແລ້ວຄືວ່າເຂົ້າໃຈຍາກ, ແຕ່ວ່າ, ເວົ້າສຳລັບອາເມຣິກາແລ້ວ, ມີຄວາມວຸ້ນວາຍ, ຈະສ້າງຜົນປະໂຫຍດໃຫ້ແກ່ອາເມຣິກາ. ໂລກບໍ່ວຸ້ນວາຍ, ອາເມຣິກາກໍຈະບໍ່ຄ່ອຍດີໃຈ.