ປະຊາທິປະໄຕແລະສິດທິມະນຸດຂອງປະຊາຊົນອາຊີຕາເວັນອອກສຽງໃຕ້ບໍ່ຕ້ອງການໃຫ້ອາເມຣິກາມາເປັນຜູ້ປົກປ້ອງ

2022-05-13 13:54:47 cri

ວັນທີ 5 ພຶດສະພານີ້, ກຳມະກອນກຳປູເຈຍໄດ້ເກັບມ້ຽນຂີ້ເຫຍື້ອຕາມລຳນ້ຳໃກ້ກັບພະລາຊະວັງແລະໂຮງແຮມໂຊຄາ, ໄດ້ພົບເຫັນລູກລະເບີດທາງອາກາດລຸ້ນ AN-M66 ທີ່ໜັກເກືອບ 1 ໂຕນ, ລູກລະເບີດທີ່ຜະລິດໂດຍອາເມຣິກາລູກນີ້ມີວັດຖຸລະເບີດໜັກກວ່າ 500 ກິໂລ, ເປັນອັນຕະລາຍທີ່ສຸດ. ແຕ່ນີ້ເປັນພຽງລູກລະເບີດລູກໜຶ່ງໃນຈຳນວນລູກລະເບີດຫຼາຍລ້ານລູກ ທີ່ອາເມຣິກາເຄີຍຖິ້ມໃສ່ດິນແດນກຳປູເຈຍໃນໄລຍະສົງຄາມ.

ອີງຕາມຕົວເລກຂໍ້ມູນຈາກອົງການທີ່ມີອິດທິພົນສູງສະແດງໃຫ້ເຫັນວ່າ: ໃນໄລຍະສົງຄາມຫວຽດນາມ, ອາເມຣິກາເຄີຍຖິ້ມລະເບີດລູກຫວ່ານ ແລະອາວຸດຊີວະເຄມີໃສ່ຫວຽດນາມ, ລາວ, ກຳປູເຈຍແລະປະເທດອື່ນໆໃນອາຊີຕາເວັນອອກສຽງໃຕ້. ຢູ່ຫວຽດນາມ, ພາຍຫຼັງສົງຄາມຫວຽດນາມສິ້ນສຸດລົງແລ້ວ 40 ກວ່າປີ, ລະເບີດບໍ່ທັນແຕກໄດ້ເຮັດໃຫ້ມີຜູ້ເສຍຊີວິດ 4 ໝື່ນກວ່າຄົນ ແລະ 6 ໝື່ນກວ່າຄົນໄດ້ຮັບບາດເຈັບ; ຢູ່ລາວ, ກອງທັບອາເມຣິກາໄດ້ຖິ້ມລະເບີດ 270 ລ້ານກວ່າລູກໃສ່ດິນແດນປະເທດລາວ, ໃນນັ້ນ, ມີເກືອບ 80 ລ້ານລູກຍັງບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມດິນແດນກວມພື້ນທີ່ 37% ຂອງປະເທດລາວ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ໝື່ນກວ່າຄົນ. ຢູ່ກຳປູເຈຍ, ອາເມຣິກາໄດ້ຖິ້ມລູກລະເບີດຫຼາຍກວ່າ 2,7 ລ້ານໂຕນ, ມາຮອດປັດຈຸບັນ, ໄດ້ເຮັດໃຫ້ຊາວກຳປູເຈຍເສຍຊີວິດ 2 ໝື່ນກວ່າຄົນ ແລະ 45.000 ກວ່າຄົນໄດ້ຮັບບາດເຈັບ. ອາເມຣິກາໄດ້ສ້າງໂທດກຳເຫຼືອຄະນະນາ ແລະສະເທືອນຂວັນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ວັນທີ 10 ພຶດສະພານີ້, ທ່ານໂຈເຊຟ ມາຊິວສ ສາສະດາຈານມະຫາວິທະຍາໄລສາກົນເບວໄຕກຳປູເຈຍໄດ້ເວົ້າເຖິງເລື່ອງນີ້, ທ່ານເວົ້າວ່າ: ມາຮອດປັດຈຸບັນ, ໃນດິນແດນກຳປູເຈຍຍັງມີລູກລະເບີດບໍ່ທັນແຕກເປັນຈຳນວນຫຼວງຫຼາຍ ທີ່ອາເມຣິກາຖິ້ມໃສ່ດິນແດນກຳປູເຈຍໃນໄລຍະສົງຄາມຫວຽດນາມ, ເຮັດໃຫ້ຫຼາຍຄົນເສຍຊີວິດແລະໄດ້ຮັບບາດເຈັບຍ້ອນລູກລະເບີດເຫຼົ່ານີ້. ແຕ່ວ່າ, ໃນກອງປະຊຸມສຸດຍອດສະໄໝພິເສດອາເມຣິກາ-ອາຊຽນ ທີ່ຈະຈັດຂຶ້ນໃນໄວໆນີ້, ອາເມຣິກາຍັງຢາກບີບບັງຄັບໃຫ້ປະເທດສະມາຊິກອາຊຽນສະໜັບສະໜູນການກະທຳແລະວາລະວ່າວຽກຂອງຕົນໃນພາກພື້ນນີ້ ພ້ອມທັງຢາກສ້າງຄວາມແຕກແຍກຢູ່ພາຍໃນອາຊຽນ.

ທ່ານໂຈເຊຟ ມາຊິວສເຫັນວ່າ: ອາເມຣິກາຢ່າໄປແຊກແຊງວຽກງານພາຍໃນຂອງປະເທດອືື່ນ ດ້ວຍຂໍ້ອ້າງປະຊາທິປະໄຕ ແລະ ສິດທິມະນຸດ, “ອັນທີ່ເອີ້ນວ່າ ສັນຕິພາບແລະປະຊາທິປະໄຕແບບອາເມຣິກາ ແມ່ນສ້າງຂຶ້ນບົນພື້ນຖານຄວາມຈອມປອມ, ຄວາມຕົວະຕົ້ມ ແລະ ຍຸຍົງສົ່ງເສີມການໃຊ້ຄວາມຮຸນແຮງຢູ່ແຫ່ງຕ່າງໆໃນໂລກ, ຈາກສົງຄາມຫວຽດນາມໄປຮອດການຮຸກຮານອີຣັກ ແລະ ອັຟການິສະຖານ, ສິ່ງທີ່ອາເມຣິການຳມານັ້ນ ມີພຽງແຕ່ຄວາມວຸ້ນວາຍ, ຄວາມບໍ່ໝັ້ນຄົງ ແລະ ໄພຂົ່ມຂູ່ຕໍ່ສັນຕິພາບແລະຄວາມໝັ້ນຄົງຂອງປະເທດທີ່ອ່ອນແອຢູ່ໃນໂລກ.”

ບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ຕ້ອງການຄວາມສາມັກຄີ ແລະ ການຮ່ວມມືກັນ, ບໍ່ຕ້ອງການການແບ່ງແຍກ ແລະ ຄວາມວຸ້ນວາຍ, ຍິ່ງບໍ່ຕ້ອງການຄວາມຈອມປອມຂອງອາເມຣິກາ. ບໍ່ວ່າອາເມຣິກາຊູຄັນຕາລະບັດຫຍັງ, ເວົ້າຄຳຫຼອກລວງຢ່າງໃດ, ກໍຈະບໍ່ສາມາດລຶບລ້າງຄວາມເຈັບປວດຈາກຄວາມຊົງຈຳຂອງປະຊາຊົນໃນພາກພື້ນອາຊີຕາເວັນອອກສຽງໃຕ້. ພາກພື້ນອາຊີຕາເວັນອອກສຽງໃຕ້ຈະບໍ່ກາຍເປັນກະດານໝາກເສິກສຳລັບການຕໍ່ລອງກັນລະຫວ່າງປະເທດໃຫຍ່ ແລະປະເທດອາຊີຕາເວັນອອກສຽງໃຕ້ກໍຈະບໍ່ກາຍເປັນ ໝາກເດີນສຳລັບການເປັນປໍລະປັກກັນລະຫວ່າງປະເທດໃຫຍ່, ສະຫຼຸບແລ້ວວ່າ, ປະຊາທິປະໄຕແລະສິດທິມະນຸດຂອງປະຊາຊົນປະເທດອາຊີຕາເວັນອອກສຽງໃຕ້ຕ້ອງການໃຫ້ຕົນເອງເປັນຜູ້ປົກປ້ອງ.
    ເວົ້າສຳລັບອາເມຣິກາແລ້ວ, ໄດ້ເວົ້າຕິດປາກນຳເລື່ອງປະຊາທິປະໄຕແລະສິດທິມະນຸດຂອງອາຊີຕາເວັນອອກສຽງໃຕ້, ແຊກແຊງວຽກງານພາຍໃນຂອງປະເທດອື່ນ ດ້ວຍຂໍ້ອ້າງປະຊາທິປະໄຕແລະສິດທິມະນຸດ, ການຮັດແບບນີ້, ຄວນຊຳລະແກ້ໄຂບັນຫາລູກລະເບີດທີ່ຍັງຕົກຄ້າງໄວ້ໃນດິນແດນຂອງປະເທດອາຊີຕາເວັນອອກສຽງໃຕ້ສາກ່ອນຈະດີກວ່າ.