ຊາວໜຸ່ມມີອະນາຄົດແບບບໍ່ມີຂີດຈຳກັດ

2022-05-13 12:48:47 CRI


 


ປີ 2022, ຄະນະຊາວໜຸ່ມກອມມູນິດຈີນໄດ້ສ້າງຕັ້ງຂຶ້ນຄົບຮອບ 100 ປີ,ເມື່ອ 100 ປີກ່ອນ, ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ຄະນະຊາວໜຸ່ມກອມມູນິດຈີນໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ. ເປັນເຫດການທີ່ມີຄວາມໝາຍສຳຄັນເປັນພິເສດໃນປະຫວັດສາດການປະຕິວັດ ແລະ ຂະບວນການຊາວໜຸ່ມຂອງຈີນ.


ໃນໄລຍະການປະຕິວັດຊາດ ແລະ ການສ້າງສາພັດທະນາປະເທດຈີນ, ຄະນະຊາວໜຸ່ມ ຫຼືວ່າ ຊາວໜຸ່ມຈຳນວນມະຫາສານຂອງຈີນໄດ້ເສີມຂະຫຍາຍບົດບາດອັນສຳຄັນ ແລະ ໄດ້ປະກອບສ່ວນອັນໃຫຍ່ຫຼວງທີ່ສຸດເຂົ້າໃນວຽກງານຕ່າງໆ.


ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ 100 ປີນັ້ນ, ທ່ານປະທານສີຈິ້ນຜິງໄດ້ຍົກເອົາຄວາມເວົ້າຂອງທ່ານຂົງຈື້ ເມື່ອ 2.000 ກວ່າປີກ່ອນມາກ່າວວ່າ: ຄົນຮຸ່ນຫຼັງເປັນໜ້ານັບຖື ແຕ່ໃຜຈະຮູ້ວ່າຄົນຮຸ່ນຫຼັງບໍ່ເທົ່າຄົນຍຸກປັດຈຸບັນ? ເຊິ່ງມີຄວາມໝາຍເນັ້ນໜັກເຖິງຊາວໜຸ່ມມີອະນາຄົດແບບບໍ່ມີຂີດຈຳກັດ.


ຢູ່ປະເທດລາວກໍມີຄຳເວົ້າລັກສະນະປຽບທຽບທີ່ວ່າ: ຊາວໜຸ່ມປຽບເໝືອນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ, ຊາວໜຸ່ມແມ່ນກະດູກສັນຫຼັງຂອງປະເທດຊາດ. ຢູ່ປະເທດຈີນ, ກໍມັກປຽບທຽບວ່າ: ຊາວໜຸ່ມເຍົາວະຊົນປຽບເໝືອນດັ່ງຕົ້ນໄມ້ອ່ອນນ້ອຍທີ່ກຳລັງເຕີບໃຫຍ່ຢ່າງເຂັ້ມແຂງ ຫຼື ຕາເວັນທີ່ຫາກໍຂຶ້ນໃນຕອນເຊົ້າ, ສ່ອງແສງໃຫ້ເຫັນເຖິງພະລັງຊີວິດຊີວາຂອງຊາວໜຸ່ມ, ອີກດ້ານໜຶ່ງ ກໍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງທີ່ມີຕໍ່ຊາວໜຸ່ມ.


“ຖ້າຊາວໜຸ່ມຈະເລີນແລ້ວ ປະເທດຊາດກໍຈະເລີນ, ຖ້າຊາວໜຸ່ມເຂັ້ມແຂງແລ້ວ ປະເທດຊາດກໍຈະເຂັ້ມແຂງນຳ.” ໄວໜຸ່ມມີອຸດົມການ ມີຄວາມຮູ້ຄວາມສາມາດ ແລະມີສະຕິຮັບຜິດຊອບ, ປະເທດຊາດກໍຈະມີອະນາຄົດທີ່ສະຫວ່າງສະໄຫວ, ຊົນຊາດກໍຈະມີຄວາມຫວັງທີ່ດີງາມ.


ອະນາຄົດເປັນຂອງໄວໜຸ່ມ, ບໍ່ພຽງແຕ່ແມ່ນທ່ວງທ່າຂະຫຍາຍຕົວຕາມອາຍຸເທົ່ານັ້ນ, ຍິ່ງມີຄວາມໝາຍທີ່ວ່າ ຊາວໜຸ່ມຈະກາຍເປັນເສົາຄ້ຳສຳລັບການພັດທະນາຂອງສັງຄົມ. ໃນອີກດ້ານໜຶ່ງ, ກໍໝາຍຄວາມວ່າ ຈິດໃຈບຸກບືນສູ້ຊົນ, ຫົວຄິດປະດິດສ້າງ ແລະ ບຸກຄະລິກອື່ນໆ, ຈະມີຜົນສະທ້ອນຢ່າງເລິກເຊິ່ງຕໍ່ຂະບວນການພັດທະນາອະລິຍະທຳຂອງມວນມະນຸດ. ຊາວໜຸ່ມມີພະລັງຊີວິດຊີວາ, ມີຄວາມໃຝຝັນທີ່ດີງາມ, ຈະກາຍເປັນຜູ້ນຳພາ ແລະ ຜູ້ປະດິດສ້າງອະນາຄົດ.