ເຫດການຍິງກັນທີ່ເກີດຂຶ້ນເລື້ອຍໆໄດ້ເຜີຍແບ “ສິດທິມະນຸດແບບອາເມຣິກາ” ແລະ “ເສລີພາບແບບອາເມຣິກາ” ທີ່ຈອມປອມແລະຄວາມຫຼອກລວງຢ່າງເຖິງຖອງ

2022-05-16 21:18:22 cri

ຕອນບ່າຍວັນທີ 14 ພຶດສະພາ 2022 ຕາມເວລາທ້ອງຖິ່ນ, ຢູ່ນະຄອນບັບຟາໂລ ລັດນິວຢອກປະເທດອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່, ສົ່ງຜົນເຮັດໃຫ້ຢ່າງໜ້ອຍ 10 ຄົນເສຍຊີວິດແລະ 3 ຄົນໄດ້ຮັບບາດເຈັບ, ໃນນັ້ນ 11 ຄົນແມ່ນຄົນອາເມຣິກາເຊື້ອສາຍອາຟຣິກາ. ຕາມສື່ມວນຊົນອາເມຣິກາຫຼາຍແຫ່ງເປີດເຜີຍວ່າ: ກ່ອນເກີດເຫດຍິງກັນ, ທ້າວ ເປຕັນ ເກີເດຣີນ ຜູ້ກໍ່ເຫດໄດ້ອອກ “ຖະແຫຼງການກໍ່ອາຊະຍະກຳ” ທີ່ມີຄວາມຍາວ 180 ໜ້າຜ່ານທາງອິນເຕີເນັດ, ໃນ “ຖະແຫຼງການກໍ່ອາຊະຍະກຳ” ດັ່ງກ່າວ, ທ້າວ ເກີເດຣີນ ກ່າວວ່າ: ຕົນເອງແມ່ນຜູ້ທີ່ເຊື່ອຖືລັດທິຟາດຊິດ, ລັດທິຄົນຜິວຂາວຢູ່ເໜືອກວ່າເຊື້ອຊາດອື່ນ ແລະລັດທິຕໍ່ຕ້ານຊາວຢິວ. ໝາຍຄວາມວ່າ, “ລັດທິຈຳແນກເຊື້ອຊາດຜິວພັນ” ຢູ່ອາເມຣິກາ ແມ່ນສາເຫດທີ່ພາໃຫ້ເກີດເຫດການຍິງກັນເທື່ອນີ້ອີກ.

ການຈຳແນກເຊື້ອຊາດຜິວພັນມີປະຫວັດສາດຍາວນານຢູ່ອາເມຣິກາເຊິ່ງເຄີຍເປັນປະເທດທີ່ຊື້ຂາຍຂ້າທາດຄົນຜິວດຳ, ໃນຫຼາຍປີມານີ້, ບັນຫາລັດທິຄົນຜິວຂາວຢູ່ເໜືອກວ່າເຊື້ອຊາດຜິວພັນອື່ນນັບມື້ນັບຮຸນແຮງຂຶ້ນຢູ່ອາເມຣິກາ, ຖ້ອຍຄວາມກ່ຽວກັບລັດທິຈຳແນກເຊື້ອຊາດຜິວພັນຂອງນັກການເມືອງຊັ້ນສູງ, ບຸກຄົນມີຊື່ສຽງ ແລະນັກວິຊາການຈຳນວນໜຶ່ງກໍແມ່ນສາເຫດສຳຄັນທີ່ສົ່ງຜົນເຮັດໃຫ້ເກີດມີສະພາບການດັ່ງກ່າວ. ພາຍໃຕ້ສະພາບແວດລ້ອມທາງສັງຄົມແບບນີ້, ບັນຫາການຈຳແນກເຊື້ອຊາດຜິວພັນທີ່ເປັນລະບົບກໍນັບມື້ນັບຮ້າຍແຮງກວ່າເກົ່າ.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ປະຊາຊົນອາເມຣິກາທີ່ມີອາຍຸບໍ່ຮອດ 18 ປີປະມານ 1 ສ່ວນ 3 ແມ່ນຄົນສີຜິວອື່ນ, ແຕ່ໄດ້ກວມ 2 ສ່ວນ 3 ຂອງຈຳນວນຜູ້ຖືກຕັດອິດສະລະພາບທີ່ອາຍຸບໍ່ຮອດ 18 ປີ. ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ແມ່ນປະຊາຊົນອາເມຣິກາເຊື້ອສາຍອາຟຣິກາມີ 3 ເທົ່າຂອງຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເປັນຄົນຜິວຂາວ, ອັດຕາເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ແມ່ນ 2 ເທົ່າຂອງຄົນຜິວຂາວ, ອັດຕາຄົນຜິວສີອື່ນທີ່ຖືກຕຳຫຼວດອາເມຣິກາຂ້າຕາຍແມ່ນ 3 ເທົ່າຂອງຄົນຜິວຂາວ. ປະຊາຊົນອາເມຣິກາເຊື້ອສາຍອາຊີມີ 1 ສ່ວນ 4 ກາຍເປັນເປົ້າໝາຍຈຳແນກເຊື້ອຊາດຜິວພັນ. ຢູ່ອາເມຣິກາ, ຊົນເຜົ່າສ່ວນໜ້ອຍຖືກຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບ, ສະພາບການດຳລົງຊີວິດຂອງຊົນເຜົ່າສ່ວນໜ້ອຍລຳບາກທີ່ສຸດ.

ນັບແຕ່ທ້າວຈອດ ຟຣອຍ, ຄົນອາເມຣິກາເຊື້ອສາຍອາຟຣິກາຖືກຕຳຫຼວດອາເມຣິກາ “ເອົາຂາເຕັງຄໍ” ຈົນເສຍຊີວິດເມື່ອປີ 2020, ກ່ອນເສຍຊີວິດລາວໄດ້ຮ້ອງຂໍວ່າ: “ຂ້ອຍຫັນໃຈບໍ່ໄດ້”, ຈົນຮອດເຫດການຍິງກັນຂະໜາດໃຫຍ່ລຽນຕິດທີ່ເກີດຂຶ້ນຢູ່ນະຄອນແອດແລນຕາເມື່ອປີ 2021, ສົ່ງຜົນເຮັດໃຫ້ແມ່ຍິງອາເມຣິກາເຊື້ອສາຍອາຊີ 6 ຄົນເສຍຊີວິດ, ເຫດການຄວາມຮຸນແຮງເຫຼົ່ານີ້ທີ່ແນໃສ່ກຸ່ມຄົນຊົນເຜົ່າສ່ວນໜ້ອຍຢູ່ອາເມຣິກາ, ໄດ້ສະແດງໃຫ້ເຫັນວ່າ: ບັນຫາລັດທິຈຳແນກເຊື້ອຊາດຜິວພັນຂອງອາເມຣິກາມີກົກເຫງົ້າໜາແໜ້ນ.

ໃນມື້ຕໍ່ມາຫຼັງເກີດເຫດການຍິງກັນທີ່ເກີດຂຶ້ນຢູ່ນະຄອນບັບຟາໂລ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອອກຖະແຫຼງການໂດຍເນັ້ນໜັກວ່າ: “ຄວາມຄຽດຊັງແລະລັດທິຈຳແນກເຊື້ອຊາດຜິວພັນບໍ່ມີບ່ອນຢືນຢູ່ອາເມຣິກາ”. ແຕ່ຄວາມຈິງພັດກົງກັນຂ້າມກັບຄວາມເວົ້າດັ່ງກ່າວ, ໜັງສືພິມ “Los Angeles Times” ອາເມຣິກາລາຍງານວ່າ: ວັນທີ 15 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຢູ່ໂບດແຫ່ງໜຶ່ງໃນນະຄອນລາກູນາວູດ ລັດຄາລີຟໍເນຍ ໄດ້ເກີດເຫດການຍິງກັນອີກຄັ້ງໜຶ່ງ, ສົ່ງຜົນເຮັດໃຫ້ 1 ຄົນເສຍຊີວິດ ແລະ 5 ຄົນໄດ້ຮັບບາດເຈັບ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກ່າວວ່າ: ຜູ້ບາດເຈັບສ່ວນຫຼາຍແມ່ນຄົນອາເມຣິກາເຊື້ອສາຍຈີນ, ເຫດການດັ່ງກ່າວເຮັດໃຫ້ຖະແຫຼງການຂອງທ່ານໂຈ ໄບເດັນ ເບິ່ງແລ້ວບໍ່ເກີດປະໂຫຍດຫຍັງເລີຍ.

ຢູ່ເບື້ອງຫຼັງທີ່ເຮັດໃຫ້ສະພາບແວດລ້ອມການດຳລົງຊີວິດຢູ່ຊົນເຜົ່າສ່ວນໜ້ອຍຂອງອາເມຣິການັບມື້ນັບຊຸດໂຊມລົງ, ແມ່ນສາເຫດທີ່ນັກການເມືອງອາເມຣິກາບໍ່ເອົາຫົວຊານຳສິດທິມະນຸດ ແລະຖືຊົນເຜົ່າສ່ວນໜ້ອຍເປັນເຄື່ອງມືໃນການຄວບຄຸມດ້ານການເມືອງ, ກໍຍ້ອນວ່າລັດຖະບານອາເມຣິກາປ່ອຍປະຕໍ່ການກະທໍາແບບລັດທິຈຳແນກເຊື້ອຊາດຜົວພັນ. ອາເມຣິກາທີ່ຖືຕົນເອງເປັນ “ຜູ້ປົກປ້ອງສິດທິມະນຸດ”, ແຕ່ສະພາບສິດທິມະນຸດຂອງຕົນພັດໄດ້ຊຸດໂຊມລົງຫຼາຍ. ບັນຫາເກີດເຫດການຍິງກັນເລື້ອງໆ, ການຈຳແນກເຊື້ອຊາດຜິວພັນ, ການປົກປ້ອງສິດຜົນປະໂຫຍດຂອງກຸ່ມຄົນອ່ອນແອເຮັດບໍ່ໄດ້ດີ ແລະບັນຫາອື່ນໆ ໄດ້ຊຸດໂຊມລົງຢ່າງວ່ອງໄວ ເຊິ່ງເຮັດໃຫ້ປະຊາຊົນອາເມຣິກາຕົກຢູ່ໃນສະພາບອັດຕະຄັດທີ່ສຸດ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຈອມປອມແລະຄວາມຫຼອກລວງຂອງ “ສິດທິມະນຸດແບບອາເມຣິກາ” ແລະ “ເສລີພາບແບບອາເມຣິກາ” ຢ່າງເຖິງຖອງ.