ທ່ານຮານເໝີຍລີນ ໄດ້ສ້າງກຳລັງການແກ້ອາລົມບໍ່ດີຜ່ານຮູບພາບ: ການແຕ້ມຮູບໝູທີ່ໜ້າຮັກໂຕໜຶ່ງໃຫ້ສຳເລັດ

2022-05-17 17:15:17 ​ຊີ​ອາ​ໄອ

ຮູບແຕ້ມຂອງນັກສິລະປິນ ມີກຳລັງທີ່ມະຫັດສະຈັນ ໃນການແກ້ “ອາລົມບໍ່ດີ” ໂດຍໄດ້ປຸງແຕ່ງ ແລະເພີ່ມສີສັນໃຫ້ແກ່ຊີວິດ, ປຽບເໝືອນແສງຕາເວັນຫຼັງຕອນທ່ຽງທີ່ໄດ້ຂັບໄລ່ຄວາມມືດມົວໃຫ້ຫາຍໄປ.
  

ວັນທີ 12 ພຶດສະພາໃນ 14 ປີກ່ອນ, ເມືອງເວີ້ນສວນ ແຂວງເສສວນ ປະເທດຈີນໄດ້ເກີດໄພແຜ່ນດິນໄຫວທີ່ຮ້າຍແຮງ. ມີໝູນ້ອຍໂຕໜຶ່ງ ຖືກຝັງຢູ່ໃຕ້ຊາກປະດັກຫັກພັງເປັນເວລາ 36 ວັນ. ມັນມີຊີວິດໄດ້ໂດຍອາໄສການກິນນ້ຳຝົນ ແລະ ຖ່ານໄມ້ ເຊິ່ງຖືວ່າ ເປັນເລື່ອງມະຫັດສະຈັນຫຼາຍ. ພາຍຫຼັງມາຈຶ່ງໄດ້ຊື່ວ່າ “ໝູທີ່ເຂັ້ມແຂງ”. ຍ້ອນວ່າມັນມີພະລັງຊີວິດທີ່ເຂັ້ມແຂງ, ສື່ມວນຊົນພາຍໃນປະເທດຈີນທັງຫຼາຍ ຈຶ່ງຍ້ອງຍໍສັນລະເສີນໝູໂຕນີ້ ວ່າ “ສັນຍະລັກແຫ່ງຄວາມຫວັງ ແລະ ພະລັງຂອງຊີວິດ.
   

ໃນຕົ້ນລະດູຮ້ອນຂອງປີ 2022, ຫຼາຍແຫ່ງຂອງຈີນພວມຕ້ານພະຍາດໂຄວິດ-19, ທ່ານ ຮານເໝີຍລີນ ນັກສິລະປິນຜູ້ມີອາຍຸ 86 ປີ ໄດ້ແຕ້ມຮູບໝູທີ່ໜ້າຮັກ
ໂຕໜຶ່ງ, ເຊິ່ງເປັນການນຳເອົາຄວາມອົບອຸ່ນຈາກລົມລະດູຮ້ອນມາສູ່ຜູ້ຊົມ. ພ້ອມທັງເປັນການຝາກຄວາມອວຍພອນແກ່ຄົນທັງຫຼາຍ ເພື່ອເປັນການແກ້ຄວາມກັງວົນ ແລະ ອາລົມບໍ່ດີອື່ນໆ.
  

ເພີ່ມອາລົມດີໃຫ້ແກ່ວັນທຳມະດາວັນໜຶ່ງ ແລະ ເພີ່ມຄວາມອວຍພອນທີ່ດີງາມໃຫ້ທຸກໆວັນໃນອະນາຄົດ.