ລົດໄຖນາແບບອັດສະລີຍະທີ່ບໍ່ມີຄົນຂັບ, ລົດດຳນາອັດຕະໂນມັດທີ່ບໍ່ມີຄົນຂັບ, ຍົນພົ່ນຢາປາບສັດຕູພືດ ແລະ ຝຸ່ນເຄມີໂດຍບໍ່ມີຄົນຂັບ, ໂຮງກ້າເບ້ຍແບບອັດສະລີຍະ……ຢູ່ຕາມທົ່ງນາອັນກວ້າງສຸດສາຍຕາຂອງປະເທດຈີນ, “ເຄື່ອງຈັກອັດສະລີຍະ” ນັບມື້ນັບຫຼາຍໄດ້ຊ່ວຍແຮງງານຄົນເຮົາ ໂດຍໄດ້ຊັກນຳການພັດທະນາອຸດສາຫະກຳໃນຊົນນະບົດ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ອັນເປັນການວາດພາບໃໝ່ແຫ່ງການສ້າງຊົນນະບົດໃຫ້ຈະເລີນ.

△ ລົດດຳນາທີ່ມີລະບົບນຳທາງເປີຍໂຕພວມປະຕິິບັດງານ ຢູ່ແຂວງເຮີຍລົງຈ່ຽງ ພາກເໜືອສຸດຂອງຈີນໃນເດືອນພຶດສະພາ

△ ລົດໄຖນາທີ່ມີແຮງມ້າຂະໜາດໃຫຍ່ແບບອັດສະລີຍະກຳລັງໄຖນາ ຢູ່ນະຄອນຊິ່ງຕາວ ແຂວງສ່ານຕົ່ງ ພາກຕາເວັນອອກຂອງຈີນໃນເດືອນມີນາ

△ ຢູ່ແຂວງສານຊີ່ ພາກຕາເວັນຕົກສຽງເໜືອຂອງຈີນ ນໍາໃຊ້ຍົນບໍ່ມີຄົນຂັບ, ປະມານ 10 ນາທີ ກໍສຳເລັດວຽກງານພົ່ນຢາປາບສັດຕູພືດໃນນາເກືອບໜຶ່ງເຮັກຕາ.

△ ຢູ່ໂຮງກ້າເບ້ຍແບບອັດສະລີຍະທີ່ແຂວງຈ່ຽງຊີ່ ພາກໃຕ້ຂອງຈີນ, ພະນັກງານເຕັກນິກກະສິກຳພວມກວດເບິ່ງສະພາບການເຕີບໃຫຍ່ຂອງກ້າ.

△ ເຄື່ອງຈັກກະເສດອັດສະລີຍະແບບບໍ່ມີຄົນຂັບເຮັດວຽກໃນພາກສະໜາມ