ທ່ານສີຈິ້ນຜິງສົນທະນາກັບທ່ານມາຄອສ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຟິລິບປິນຄົນໃໝ່ຜ່ານທາງໂທລະສັບ

2022-05-18 16:27:30 CRI


 ຕອນເຊົ້າວັນທີ 18 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານເຟີດີນັນ ຍອງຍອງ ມາຄອສ ທີ່ໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີຟິລິບປິນຄົນໃໝ່ຜ່ານທາງໂທລະສັບ.

 

ທ່ານສີຈິ້ນຜິງກ່າວວ່າ, ໃນ 6 ປີທີ່ຜ່ານມາ, ຈີນ ແລະ ຟິລິບປິນໄດ້ຍຶດໝັ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ, ເກາະແຂນພັດທະນາໄປພ້ອມກັນ, ໄດ້ສ້າງສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ. ສອງຝ່າຍໄດ້ຜ່ານການສົນທະນາ ແລະ ການປຶກສາຫາລືກັນເພື່ອຄຸ້ມຄອງຄວາມຂັດແຍ້ງກັນຢ່ຍາງ ມີປະສິດທິຜົນ, ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ການພົວພັນສອງຝ່າຍໄດ້ຮັບໝາກຜົນຢ່າງຈົບງາມ. ຄວາມຈິງໄດ້ພິສູດໃຫ້ເຫັນວ່າ, ມິດຕະພາບຈີນ-ຟິລິບປິນສອດຄ່ອງກັບຄວາມມຸ່ງຫວັງຮ່ວມກັນຂອງປະຊາຊົນສອງຊາດ, ການຮ່ວມມືສອງຝ່າຍສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ. ຈີນຍິນດີເພີ່ມທະວີການແລກປ່ຽນບົດຮຽນດ້ານການບໍລິຫານການປົກຄອງປະເທດກັບຟິລິບປິນ, ໂດຍປິ່ນອ້ອມວຽກງານສຳຄັນຕ່າງໆຂອງຊາດ, ເຊັ່ນ: ພື້ນຖານໂຄງລ່າງ, ກະສິກຳ, ພະລັງງານ, ການສຶກສາ ແລະ ອື່ນໆ, ສຸມໃສ່ການຕ້ານກັບພະຍາດໂຄວິດ-19 ແລະ ການຟື້ນຟູຄືນໃໝ່ຫຼັງການແຜ່ລະບາດຂອງພະຍາດສິ້ນສຸດລົງ, ເສີມສ້າງການຮ່ວມມືທີ່ມີຢູ່ແລ້ວໃຫ້ເຂັ້ມແຂງກວ່າເກົ່າ, ສົ່ງເສີມຂົງເຂດທີ່ມີການເຕີບໂຕອັນໃໝ່, ຊຸກຍູ້ການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ກັບສອງປະເທດ ກໍຄືຂອງພາກພື້ນ. ຈີນຈະເຮັດຄືທີ່ໄດ້ເຮັດໃນໄລຍະຜ່ານມາ, ຕັ້ງໜ້າໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ແກ່ຟິລິບປິນໃນການພັດທະນາເສດຖະກິດ ແລະສັງຄົມ. ຫວັງວ່າຟິລິບປິນຈະສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ. ຈີນຍິນດີເພີ່ມທະວີການແລກປ່ຽນ ແລະ ການປະສານງານກັບຟິລິບປິນກ່ຽວກັບບັນຫາສຳຄັນຂອງສາກົນ ແລະ ພາກພື້ນ, ສືບຕໍ່ປົກປັກຮັກສາທ່ວງທ່າທີ່ດີຂອງສັນຕິພາບ ແລະ ການພັດທະນາຂອງພາກພື້ນແຫ່ງນີ້.

 

ທ່ານມາຄອສກ່າວວ່າ, ປະຊາຊົນຟິລິບປິນຖືປະເທດຈີນເປັນໜຶ່ງໃນຄູ່ຮ່ວມມືທີ່ສຳຄັນທີ່ສຸດ. ລັດຖະບານຊຸດໃໝ່ຂອງຟິລິບປິນຈະຖືເອົາການພົວພັນຟິລິບປິນ-ຈີນເປັນທິດທາງສຳຄັນໃນນະໂຍບາຍການຕ່າງປະເທດຂອງຟິລິບປິນ, ຍິນດີເພີ່ມທະວີການແລກປ່ຽນຄວາມຄິດເຫັນໃນລະດັບຕ່າງໆກັບຈີນ, ລົງເລິກ ແລະ ຮັດແໜ້ນການຮ່ວມມືໃນຂົງເຂດ ເສດຖະກິດການຄ້າ, ພື້ນຖານໂຄງລ່າງ, ພະລັງງານ, ວັດທະນະທຳ, ການສຶກສາ ແລະ ອື່ນໆ. ຂ້າພະເຈົ້າມີຄວາມປາຖະໜາຢ່າງສູງເພື່ອຂະຫຍາຍສາຍພົວພັນຟິລິບປິນ-ຈີນໃນອະນາຄົດໃຫ້ໄດ້ດີ ແລະ ເຂັ້ມແຂງກວ່າເກົ່າ, ຍິນດີຮ່ວມກັບຈີນ, ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການຂະຫຍາຍສາຍພົວພັນຟິລິບປິນ-ຈີນ.