7 ປະເທດອາຊຽນໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມກັນສະໜັບສະໜູນການຟື້ນຟູຂອງ ອຸດສາຫະກຳການບິນ

2022-05-18 16:43:52 cri


ວັນທີ 17 ພຶດສະພານີ້, ລັດຖະມົນຕີກະຊວງຄົມມະນາຄົມຂອງ 7 ປະເທດອາຊຽນ ຄື: ສິງກະໂປ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະໄທ ໄດ້ອອກຖະແຫຼງການຮ່ວມໃນກອງປະຊຸມສຸດຍອດການບິນ ຊາງອີ ຄັ້ງທຳອິດ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມມືກັນໃນການເພີ່ມຄວາມສາມາດດ້ານການຂົນສົ່ງ, ການພັດທະນາແບບຍືນຍົງ, ຮັກສາຄວາມໝັ້ນຄົງ ແລະດ້ານອື່ນໆ ເພື່ອສະໜັບສະໜູນການຟື້ນຟູອຸດສາຫະກຳການບິນ.

ຖະແຫຼງການລະບຸວ່າ: ຜູ້ຕາງໜ້າ 7 ປະເທດດັ່ງກ່າວໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສະໜັບສະໜູນການຮ່ວມມືທີ່ແໜ້ນແຟ້ນລະຫວ່າງປະເທດ, ອົງການຈັດຕັ້ງສາກົນ ແລະອຸດສາຫະກຳ, ພັດທະນາແລະຟື້ນຟູການເຊື່ອມຈອດກັນທາງອາກາດຄືນໃໝ່ຢ່າງຮີບດ່ວນ. 7 ປະເທດຍັງໃຫ້ຄຳໝັ້ນສັນຍາວ່າ: ຈະຊຸກຍູ້ການອົບຮົມ ແລະຍົກສູງຄວາມສາມາດດ້ານການຂົນສົ່ງຜູ້ໂດຍສານ, ທັງຊຸກຍູ້ໃຫ້ອົງການຄົມມະນາຄົມ, ສາທາລະນະສຸກ ແລະຊາວອົບພະຍົບໄດ້ມີການແລກປ່ຽນຄວາມຄິດເຫັນກັນຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຟື້ນຟູແລະການເຕີບໂຕໃນຂົງເຂດການບິນພົນລະເຮືອນ ແລະຮັບປະກັນໃຫ້ການທ່ອງທ່ຽວດ້ວຍການບິນແລະການໄປມາຫາສູກັນຂ້າມຊາດມີຄວາມປອດໄພແລະມີປະສິດທິພາບສູງ.

ນອກນີ້, ປະເທດຕ່າງໆໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະພະຍາຍາມໃນດ້ານຊົມໃຊ້ຄວາມຮູ້ຮ່ວມກັນ, ພັດທະນາຕະຫຼາດການບິນຂອງອາຊຽນ, ເພີ່ມທະວີການເຊື່ອມຈອດກັນທາງອາກາດລະຫວ່າງອາຊຽນກັບພາກພື້ນອື່ນໆ.