ທຸລະກິດຂະໜາດໃຫຍ່ຢູ່ໃນຄຸກເອກະຊົນ

2022-05-19 16:35:02 cri

ປັດຈຸບັນ, ການຄຸ້ມຄອງຄຸກເອກະຊົນຢູ່ອາເມຣິກາໄດ້ກາຍເປັນທຸລະກິດທີ່ມີລາຍຮັບຫຼາຍພໍສົມຄວນ, ພຽງແຕ່ກຸ່ມບໍລິສັດຄຸ້ມຄອງຄຸກເອກະຊົນຂະໜາດໃຫຍ່ 3 ແຫ່ງ ຄື: ບໍລິສັດດັດສ້າງຂອງອາເມຣິກາ ຫລື CCA, ກຸ່ມບໍລິສັດດັດສ້າງ ຫລື GEO (Correctional Group) ແລະ ກຸ່ມການຄຸ້ມຄອງ-ການສຶກສາອົບຣົມ ຫຼື MTC ກໍມີຄຸກຫຼາຍກວ່າ 200 ແຫ່ງ, ມີຕຽງນອນຫຼາຍກວ່າ 1,5 ແສນຕຽງ, ມີລາຍຮັບຫຼາຍກວ່າ 5 ຕື້ໂດລາສະຫະລັດຕໍ່ປີ. ນອກຈາກນັ້ນ, ບໍລິສັດຄຸ້ມຄອງຄຸກເອກະຊົນຍັງມີອິດທິພົນຕໍ່ອົງການນິຕິບັນຍັດ  ໂດຍຜ່ານກຸ່ມຂອງຕົນທີ່ມີຄວາມສາມາດເກ້ຍກ່ອມຈິດໃຈ ເພື່ອຮັບປະກັນໃຫ້ຄຸກເອກະຊົນມີນັກໂທດເຕັມຢູ່ທຸກເວລາ. ເຈົ້າໜ້າທີ່ລັດແລະນັກທຸລະກິດໄດ້ສົມຮູ້ຮ່ວມຄິດກັນຈົນກາຍເປັນເອກະລັກພິເສດໃນລະບົບຄຸ້ມຄອງຄຸກຢູ່ອາເມຣິກາ.

ສິ່ງເຫຼົ່ານີ້ໄດ້ກໍ່ໃຫ້ເກີດມີການລະເມີດສິດທິມະນຸດຜູ້ຕິດຄຸກຕາມລຳພັງໃຈ. ຍົກຕົວຢ່າງຄື: ຢູ່ຄຸກເອກະຊົນແຫ່ງໜຶ່ງຂອງເມືອງເອີວິງ ລັດ ຈໍເຈຍ, ແມ່ຍິງທີ່ຕິດຄຸກຈຳນວນຫຼວງຫຼາຍຖືກບັງຄັບໃຫ້ໄປຜ່າຕັດພະຍາດຍິງໂດຍບໍ່ມີຄວາມຈຳເປັນ. ທ່ານ ເບີນນີ ແຊນເດີ, ອະດີດສະມາຊິກສະພາສູງອາເມຣິກາຊີ້ໃຫ້ເຫັນວ່າ: “ລະບົບຍຸຕິທຳທາງອາຍາຢູ່ອາເມຣິກາຕ້ອງໄດ້ໃຊ້ຈ່າຍເງິນເຖິງຫຼາຍຕື້ໂດລາຕໍ່ປີ ເພື່ອໃຫ້ຄຸກເອກະຊົນສາມາດສ້າງຜົນກຳໄລບົນພື້ນຖານຄວາມທຸກທໍລະມານຂອງປະຊາຊົນ. ສະນັ້ນ, ລັດຖະບານຕ້ອງຢຸດຕິການກະທຳຕ່າງໆຂອງຄຸກເອກະຊົນ.”