ທ່ານສີຈິ້ນຜິງກ່າວຄຳປາໄສໃນກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະການລົງທຶນໂລກຜ່ານທາງວິດີໂອ

2022-05-19 10:46:55 cri



ວັນທີ 18 ພຶດສະພານີ້,  ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວ ຄຳປາໄສໃນພິທີສະເຫຼີມສະຫຼອງການສ້າງຕັ້ງຄະນະກຳມະການສົ່ງເສີມການຄ້າສາກົນຂອງຈີນຄົບຮອບ 70 ປີ ແລະກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະການ ລົງທຶນໂລກຜ່ານທາງວິດີໂອ.



ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ປັດຈຸບັນ, ໂລກພວມປະເຊີນກັບສະພາບການປ່ຽນແປງທີ່ບໍ່ເຄີຍພົບເຫັນໃນຮອບຮ້ອຍປີ ແລະສະພາບການລະບາດຂອງພະຍາດໂຄວິດ-19ໄດ້ເກີດຂຶ້ນຢ່າງ ສະຫຼັບສັບຊ້ອນ, ເສດຖະກິດໂລກາພິວັດໄດ້ປະສົບກັບພາຍຸລົມແດງ, ໂລກໄດ້ເຂົ້າສູ່ໄລຍະການປ່ຽນແປງແລະປັ່ນປ່ວນອັນໃໝ່. ວົງການອຸດສາຫະກຳ ການຄ້າຂອງບັນດາປະເທດມີຄວາມປາຖະໜາຢ່າງແຮງກ້າກວ່າເກົ່າຢາກມີສັນຕິພາບແລະການພັດທະນາ, ມີສຽງຮຽກຮ້ອງຢ່າງແຮງກ້າກວ່າເກົ່າເຖິງຄວາມຍຸຕິທຳ ແລະ ຄວາມເປັນທຳ, ແລະມີຄວາມປາຖະໜາຢ່າງຮີບດ່ວນກວ່າເກົ່າຢາກມີການ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີ 4 ຂໍ້ຄື: ໜຶ່ງ, ເຕົ້າໂຮມກຳລັງແຮງເຂົ້າກັນເພື່ອເອົາຊະນະພະຍາດ. ສອງ, ພັດທະນາການຄ້າແລະການລົງທຶນໃຫ້ຈະເລີນຄືນໃໝ່. ສາມ, ຍຶດໝັ້ນໃນການ ຊຸກຍູ້ການພັດທະນາດ້ວຍການປະດິດສ້າງ. ສີ່, ປັບປຸງການບໍລິຫານໂລກ ໃຫ້ສົມບູນຂຶ້ນ.


ທ່ານສີຈິ້ນຜິງຍັງກ່າວເນັ້ນໜັກຕື່ມວ່າ: ຈີນຈະສືບຕໍ່ສ້າງສະພາບແວດລ້ອມ ການດຳເນີນທຸລະກິດຕາມຫຼັກການຕະຫຼາດ,ຕາມກົດໝາຍແລະເຊື່ອມໂຍງ ເຂົ້າກັບສາກົນຢ່າງຕໍ່ເນື່ອງ, ປະຕິບັດສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນ ພາກພື້ນຫຼື RCEP ໃນລະດັບສູງ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ສ້າງໂອກາດເຂົ້າເຖິງຕະຫຼາດ, ໂອກາດການລົງທຶນແລະໂອກາດການເຕີບໂຕທີ່ຫຼາຍກວ່າເກົ່າໃຫ້ແກ່ວົງການ ອຸດສາຫະກຳການຄ້າຂອງໂລກ. ຂໍໃຫ້ພວກເຮົາຈົ່ງເກາະແຂນຮ່ວມມືກັນ, ຍຶດໝັ້ນໃນຫຼັກການ “ສັນຕິພາບ, ການພັດທະນາ, ການຮ່ວມມື, ຕ່າງຝ່າຍຕ່າງ ມີຜົນປະໂຫຍດ”, ຮ່ວມກັນແກ້ໄຂບັນຫາຕ່າງໆທີ່ເສດຖະກິດໂລກ ກໍຄືການຄ້າ ແລະການລົງທຶນສາກົນພວມປະເຊີນຢູ່ໃນປັດຈຸບັນ ເພື່ອພ້ອມກັນກ້າວໄປ ສູ່ອະນາຄົດທີ່ດີງາມກວ່າເກົ່າ.