ພວກເຮົາຕ້ອງມີເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ

2022-05-19 14:28:08 cri



ວັນທີ 14 ພຶດສະພາປີ 2022, ເຮືອບິນຂະໜາດໃຫຍ່ C919 ເລກ B-001J ໄດ້ບິນຂຶ້ນສູ່ທ້ອງຟ້າ ແລະ ລົງຈອດຢູ່ສະໜາມບິນຜູຕຸ່ງນະຄອນຊຽງໄຮຢ່າງປອດໄພ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຮືອບິນຂະໜາດໃຫຍ່ C919 ລຳທຳອິດທີ່ບໍລິສັດຜະລິດເຮືອບິນການຄ້າຈີນຈຳກັດໃກ້ຈະສົ່ງມອບໃຫ້ລູກຄ້ານັ້ນໄດ້ທົດລອງການບິນຄັ້ງທຳອິດດ້ວຍຜົນສຳເລັດຢ່າງຈົບງາມ.

 

ເຮືອບິນ C919 ແມ່ນເຮືອບິນໂດຍສານຂະໜາດໃຫຍ່ທາງເດີນດຽວລຸ້ນທຳອິດທີ່ຄົ້ນຄວ້າແລະຜະລິດຕາມມາດຕະຖານສາກົນທີ່ທັນສະໄໝ100%, ເປັນຊັບສິນທາງປັນຍາຂອງຈີນເອງ100%, ສະມັດຖະນະເທົ່າທຽມກັບເຮືອບິນໂດຍສານຂະໜາດໃຫຍ່ທາງເດີນດຽວລຸ້ນໃໝ່ທີ່ໄດ້ນຳໃຊ້ຫຼາຍທີ່ສຸດຢູ່ໃນສາກົນ.

 



ເຮືອບິນໂດຍສານຂະໜາດໃຫຍ່ທີ່ຜະລິດໂດຍປະເທດຈີນເອງ, ແມ່ນຄວາມໃຝ່ຝັນຂອງຊາວຈີນມາຫຼາຍເຊັ່ນຄົນ. ວັນທີ 23 ພຶດສະພາປີ 2014, ໃນໄລຍະທີ່ທ່ານປະທານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ, ເພິ່ນໄດ້ໄປສູນອອກແບບ ແລະຄົ້ນຄວ້າພັດທະນາເຮືອບິນການຄ້າຂອງຈີນໂດຍສະເພາະ, ທ່ານໄດ້ຂຶ້ນໄປເບິ່ງເຮືອບິນ C919ຕົ້ນແບບ, ນັ່ງຢູ່ບ່ອນຂອງນັກບິນຫຼັກໃນຫ້ອງຂັບເຮືອບິນ, ຮັບຮູ້ຫນ້າທີ່ໃຊ້ງານຂອງອຸປະກອນຕ່າງໆ ເຊັ່ນ:ໜ້າຈໍບອກຄວາມໄວ,ໜ້າຈໍບອກຄວາມສູງ, ແຜນທີ່ເສັ້ນທາງການບິນ ແລະອື່ນໆ.

 

ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມໜັກແໜ້ນວ່າ: “ພວກເຮົາຢາກກາຍເປັນປະເທດທີ່ເຂັ້ມແຂງ, ກໍຕ້ອງພັດທະນາອຸດສາຫະກຳການຜະລິດອຸປະກອນໃຫ້ດີ, ພັດທະນາເຮືອບິນຂະໜາດໃຫຍ່ໃຫ້ໄດ້, ເພື່ອເສີມຂະຫຍາຍບົດບາດການຊຸກຍູ້ ແລະ ບົດບາດທີ່ເປັນສັນຍາລັກ.”

 

ທ່ານຫູສ່ວງສຽນ ຫົວໜ້າຊ່າງຊ່ຽນໂຮງກຶງເຄື່ອງຈັກຜະລິດຕາມສັ່ງດ້ວຍຄອມພິວເຕີໃນເວລານັ້ນ, ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບສະພາບການໃນຕອນນັ້ນ. ລາວເວົ້າວ່າ: “ທ່ານເລຂາທິການໃຫຍ່ໄດ້ຈັບມືກັບນັກອອກແບບ, ກຳມະກອນ ແລະນັກບິນທົດລອງທຸກຄົນທີ່ຢູ່ແຖວໜ້າ, ເຖິງວ່າເປັນເວລາສັ້ນໆກໍຕາມ, ແຕ່ຈະບໍ່ມີວັນຫຼົງລືມໄດ້ຕະຫຼອດຊີວິດເລີຍ.”

 



ສິ່ງທີ່ເຮັດໃຫ້ທ່ານຫູສ່ວງສຽນ ແລະ ເພື່ອນຮ່ວມງານຮູ້ສຶກປະທັບໃຈຢ່າງເລິກເຊິ່ງນັ້ນຄື: ໃນເວລາທີ່ທ່ານສີຈິ້ນຜິງກວດເບິ່ງຫ້ອງຂັບເຮືອນບິນ, ເພິ່ນໄດ້ສອບຖາມຢ່າງລະອຽດເພື່ອຮັບຮູ້ສະພາບການອອກແບບ. ເມື່ອຍ່າງຜ່ານຫ້ອງຜູ້ໂດຍສານ, ເພິ່ນຍັງໄດ້ນັ່ງລົງສອງເທື່ອເພື່ອສຳຜັດຕົວຈິງກັບບ່ອນນັ່ງຜູ້ໂດຍສານ.

 

ທ່ານສີຈິ້ນຜິງຍັງເວົ້າກັບຄົນທັງຫຼາຍວ່າ: ຈີນແມ່ນຕະຫຼາດເຮືອບິນຂະໜາດໃຫຍ່ທີ່ສຸດ, ໃນເມື່ອກ່ອນມີບາງຄົນເວົ້າວ່າ: ການຜະລິດເອງບໍ່ທໍ່ຊື້ຈາກຜູ້ອື່ນ, ການຊື້ບໍ່ທໍ່ການເຊົ່າເອົາ, ແນວຄິດນີ້ຕ້ອງຕ່າວປີ້ນຄືນ, ຄື: ຕ້ອງທຸ້ມເທເງິນທຶນຫຼາຍກວ່າເກົ່າເພື່ອດຳເນີນການຄົ້ນຄວ້າ ພັດທະນາແລະ ຜະລິດເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ.

 

ເມື່ອທ່ານຫູສ່ວງສຽນໄດ້ຟັງແລ້ວກໍຮູ້ສຶກມີກຳລັງໃຈຫຼາຍ. ເພາະວ່າເຮືອບິນລຳນີ້, ບໍ່ພຽງແຕ່ໄດ້ໂຮມສູນສະຕິປັນຍາຂອງຈີນທີ່ສາມາດບຸກທະລຸ ແລະ ປະດິດສ້າງໃໝ່ໄດ້ເທົ່ານັ້ນ, ແຕ່ຍັງແມ່ນຄວາມມຸ້ງໝັ້ນຂອງຊາດທີ່ຈະເຮັດໃຫ້ຄວາມໃຝ່ຝັນບັນລຸຜົນເປັນຈິງ. ລາວເວົ້າວ່າ: “ຂ້າພະເຈົ້າມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ: ລັດໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ກັບໂຄງການພັດທະນາເຮືອບິນຂະໜາດໃຫຍ່.”“ພວກເຮົາຕ້ອງພະຍາຍາມສູ້ຊົນເຮັດໃຫ້ເຮືອບິນໂດຍສານທີ່ຄົ້ນຄວ້າແລະຜະລິດດ້ວຍຕົນເອງນັ້ນບິນຢູ່ເທິງທ້ອງຟ້າຢ່າງເສລີໂດຍໄວ.”

 

ໃນຫຼາຍກາລະໂອກາດ, ທ່ານສີຈິ້ນຜິງໄດ້ເນັ້ນໜັກແລ້ວເນັ້ນໜັກອີກວ່າ: ຕ້ອງຍຶດໝັ້ນການເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກນິກ. ເພິ່ນເຄີຍຊີ້ແຈ້ງມາຫຼາຍເທື່ອແລ້ວວ່າ: ເຕັກໂນໂລຊີແກນກາງທີ່ເປັນຂໍກຸນແຈສຳຄັນ ແມ່ນສິ່ງທີ່ “ຫາຊື້ບໍ່ໄດ້ ແລະຂໍເອົາບໍ່ໄດ້”.

 

ຈາກຍານສຳຫຼວດດາວອັງຄານ “ທ່ຽນເວິ້ນ 1” ຮອດ ເຮືອດຳນ້ຳ “ເຟີນໂຕເຈີ”(ຫຼືແປວ່າ “ຜູ້ບາກບັ່ນສູ້ຊົນ” )ທີ່ໄດ້ດຳນ້ຳເລິກສູ່ຮ່ອມທະເລມາເຣຍນາ, ຕະຫຼອດຮອດການຄົ້ນຄວ້າຜະລິດນ້ຳຢາກວດເຊື້ອພະຍາດໂຄວິດ-19 ແລະວັກຊິນປ້ອງກັນພະຍາດທີ່ມີປະສິດທິພາບສູງຢ່າງວ່ອງໄວ… ຜົນງານດ້ານຕ່າງໆຂອງຈີນໄດ້ຈາລຶກໄວ້ຢູ່ບົນເສັ້ນທາງທີ່ກ້າວໄປສູ່ຈອມພູສູງແຫ່ງວິທະຍາສາດເຕັກນິກ.

 

ທ່ານສີຈິ້ນຜິງກ່າວວ່າ: “ຄວາມສາມາດດ້ານການຄົ້ນຄວ້າພັດທະນາ ແລະ ຜະລິດເຮືອບິນໂດຍສານຂະໜາດໃຫຍ່ແມ່ນຂີດໝາຍສຳຄັນດ້ານລະດັບການບິນຂອງປະເທດໜຶ່ງ, ແລະກໍແມ່ນສັນຍາລັກທີ່ສຳຄັນແຫ່ງກຳລັງສັງລວມຂອງປະເທດໜຶ່ງ. “ຂ້າພະເຈົ້າໄດ້ຝາກຄວາມຫວັງເປັນຢ່າງຍິ່ງໄວ້ກັບບັນດາສະຫາຍ. ພາລະກິດພັດທະນາເຮືອບິນຂະໜາດໃຫຍ່ຂອງຈີນໄດ້ມີຄວາມຄືບໜ້າອີກບາດກ້າວໜຶ່ງບົນເສັ້ນທາງເຄື່ອນທັບທາງໄກ, ພວກເຮົາຕ້ອງມີເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ!” ຄວາມມຸ່ງຫວັງ ແລະ ຄວາມເອົາໃຈໃສ່ທີ່ສູງປານນີ້, ເຮັດໃຫ້ພະນັກງານທຸກຄົນມີຄວາມເບີກບານ ແລະ ຕື່ນເຕັ້ນໃຈຫຼາຍ, ພ້ອມທັງມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ກັບຄວາມຮັບຜິດຊອບທີ່ໜັກໜ່ວງຂອງຕົນ.

 

ທ່ານຫຼີຕຸ່ງເຊີ່ງ ຮອງຫົວໜ້າສະຖາບັນອອກແບບ ແລະ ຄົ້ນຄວ້າເຮືອບິນຊຽງໄຮຂອງບໍລິສັດຜະລິດເຮືອບິນການຄ້າຈີນຈຳກັດໃນເວລານັ້ນໄດ້ຫວນຄືນວ່າ: “ທຸກຄວາມເວົ້າຂອງທ່ານເລຂາທິການໃຫຍ່ເຮັດໃຫ້ພວກເຮົາມີຄວາມຮູ້ສຶກທີ່ຄືກັນຢູ່ໃນໃຈ, ຄົນທັງຫຼາຍໄດ້ຕົບມືຢ່າງຄຶກຄື້ນເປັນເວລາດົນເຕີບ.”

 

 

ເມື່ອທ່ານສີຈິ້ນຜິງຍ່າງອອກນອກຫ້ອງທົດລອງສັງລວມ, ຊາວໜຸ່ມຫຼາຍຄົນໄດ້ຍ່າງໄປຕາມຫຼັງເພິ່ນ ເພາະບໍ່ຢາກຈາກລາ, ນັກຄົ້ນຄວ້າວິທະຍາສາດຜູ້ອາວຸໂສຫຼາຍຄົນແມ່ນມີນ້ຳຕາເຕັມເບົ້າ.

 

ຫຼັງຈາກການສຳຫຼວດກວດກາວຽກງານຂອງທ່ານສີຈິ້ນຜິງຄັ້ງນັ້ນໄດ້ 3 ປີ, ຄື ວັນທີ 5  ພຶດສະພາປີ 2017, ເຮືອບິນ C919 ໄດ້ບິນຂຶ້ນສູ່ທ້ອງຟ້າ, ແລະປະສົບຜົນສຳເລັດໃນການບິນຄັ້ງທຳອິດ. ປັດຈຸບັນ, ການທົດລອງການບິນຄັ້ງທຳອິດຂອງເຮືອບິນໂດຍສານຂະໜາດໃຫຍ່C919 ລຳທຳອິດທີ່ຈະສົ່ງມອບໃຫ້ລູກຄ້ານັ້ນໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຄວາມໃຝ່ຝັນທີ່ “ຈີນຕ້ອງມີເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ” ນັ້ນ ໄດ້ບັນລຸຜົນເປັນຈິງແລ້ວ.