ທ່ານສີຈິ້ນຜິງຕອບຈົດໝາຍເພື່ອໃຫ້ກຳລັງໃຈແກ່ນັກວິຊາການໜຸ່ມທີ່ຮຽບຈົບຈາກຕ່າງປະເທດແລ້ວກັບມາຮັບໃຊ້ປະເທດຊາດ

2022-05-19 16:43:46 CRI


ວັນທີ 18 ພຶດສະພາ 2022 ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຕອບຈົດໝາຍເພື່ອໃຫ້ກຳລັງໃຈນັກວິຊາການໜຸ່ມຂອງມະຫາວິທະຍາໄລນານກິ່ງທີ່ຮຽນຈົບຈາກຕ່າງປະເທດແລ້ວກັບມາຮັບໃຊ້ປະເທດຊາດ, ໂດຍທ່ານໄດ້ຝາກຄວາມຫວັງຢ່າງຈິງໃຈໃຫ້ກັບເຂົາເຈົ້າ.

 

ໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ເມື່ອໄດ້ຮັບຊາບວ່າບັນດາສະຫາຍໄດ້ຖືເອົານັກວິທະຍາສາດຮຸ່ນອາວຸໂສເປັນແບບຢ່າງ, ເມື່ອຮຽນຈົບຈາກຕ່າງປະເທດແລ້ວກໍກັບມາຮັບໃຊ້ພາລະກິດວິທະຍາສາດ ແລະການສຶກສາ, ຕອບແທນບຸນຄຸນປະເທດຊາດ ແລະ ຮັບໃຊ້ປະຊາຊົນຕາມໜ້າທີ່ຕຳແໜ່ງຂອງຕົນ,ພ້ອມທັງໄດ້ສ້າງຜົນງານຢ່າງຫຼວງຫຼາຍ, ຂ້າພະເຈົ້າຮູ້ສຶກຊາບຊຶ້ງໃຈຫຼາຍ. ເນື່ອງໃນໂອກາດວັນສ້າງຕັ້ງມະຫາວິທະຍາໄລນານກິ່ງຄົບຮອບ 120 ປີ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຝາກຄວາມຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງບັນດາສະຫາຍ, ກໍຄື ຄູອາຈານ ນັກສຶກສາ ພະນັກງານທັງຫຼາຍ ແລະອະດີດນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລນານກິ່ງຈຳນວນມະຫາສານ!

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ພວກສະຫາຍໄດ້ບັນຍາຍໃນຈົດໝາຍວ່າ, ເມື່ອໄດ້ເກີດຢູ່ໃນຍຸກສະໄໝອັນຍິ່ງໃຫຍ່ຖືວ່າຊີວິດນີ້ໂຊກດີຫຼາຍ, ຊາວໜຸ່ມທີ່ຮຽນຈົບມາຈາກຕ່າງປະເທດຄວນເອົາໃຈໃສ່ພາລະກິດຂອງຊາດ, ແລະແບກຫາບຄວາມຮັບຜິດຂອງຊາດ, ຄວາມເວົ້າເຫຼົ່ານີ້ຂອງພວກສະຫາຍເວົ້າໄດ້ດີຫຼາຍ. ຫວັງວ່າພວກສະຫາຍຈະອອກແຮງເຊີດຊູ ແລະເສີມຂະຫຍາຍມູນເຊື້ອອັນມີກຽດທີ່ຮຽນຈົບມາຈາກຕ່າງປະເທດແລ້ວຕອບບຸນແທນຄຸນປະເທດຊາດ, ຖືເອົາການຕອບບຸນແທນຄຸນປະເທດຊາດ ແລະ ຮັບໃຊ້ປະຊາຊົນເປັນເປົ້າໝາຍຊີວິດຂອງຕົນ, ສ້າງຜົນງານທີ່ດີບົນພື້ນຖານທີ່ບຳລຸງສ້າງຄຸນສົມບັດ ສອນນັກສຶກສາ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກ, ຍາດແຍ່ງຄວາມເປັນແບບຢ່າງທີ່ດີທີ່ເປັນຜູ້ມີຄວາມໝັ້ນໃຈຕໍ່ວັດທະນະທຳຂອງຕົນຢ່າງໜັກແໜ້ນ, ເລົ່າເລື່ອງລາວຕ່າງໆຂອງຈີນໃຫ້ດີ, ປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງຢ່າງຕັ້ງໜ້າເຂົ້າໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ເຮັດໃຫ້ຄວາມໃຝ່ຝັນຂອງຈີນທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນປະກົດຜົນເປັນຈິງ.