ບົດລາຍງານທີ່ກ່ຽວຂ້ອງໄດ້ສ່ອງແສງໃຫ້ເຫັນວ່າ ປະຊາຊົນຈີນມີຄວາມຮັກແພງ ແລະມີຄວາມຮູ້ສຶກທີ່ດີຕໍ່ປະເທດອາຊຽນ

2022-05-19 12:28:02 cri


ຫວ່າງມໍ່ໆມານີ້,ມີສື່ມວນຊົນໄດ້ເຜີຍແຜ່ບົດລາຍງານຜົນການສຳຫຼວດສອງ ສະບັບກ່ຽວກັບການຮັບຮູ້ຂອງປະຊາຊົນຈີນທີ່ມີຕໍ່ສາຍພົວພັນຈີນ-ອາຊຽນ.ຕໍ່ກັບ ເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນ ກອງປະຊຸມຖະແຫຼງຂ່າວໃນວັນທີ 18 ພຶດສະພານີ້ວ່າ:ບົດລາຍງານທີ່ກ່ຽວຂ້ອງ ໄດ້ສ່ອງແສງໃຫ້ເຫັນວ່າປະຊາຊົນຈີນມີຄວາມຮັກແພງແລະມີຄວາມຮູ້ສຶກທີ່ດີຕໍ່ປະ ເທດອາຊຽນ,ມີທ່າທີອັນຕັ້ງໜ້າກ່ຽວກັບການຂະຫຍາຍສາຍພົວພັນຖານບ້ານໃກ້ ເຮືອນຄຽງທີ່ດີລະຫວ່າງຈີນ-ຊຽນ,ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ກັບອະນາຄົດ ຈີນ-ອາຊຽນ.


ທ່ານວ່າງເວີນປິ່ນໄດ້ກ່າວຕ່ືມວ່າ:ນີ້ແມ່ນຜົນດີທີ່ປະເທດຈີນຍຶດໝັ້ນໃນ ນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງກັບປະເທດໃກ້ຄຽງ,ທັງໄດ້ ພິສູດໃຫ້ເຫັນວ່າ ການພັດທະນາສາຍພົວພັນຂອງພວກເຮົາກັບອາຊຽນນັ້ນ ໄດ້ ສະແດງ ໃຫ້ເຫັນ ເຖິງຈິດໃຈປະຊາຊົນແລະສອດຄ່ອງກັບຈິດໃຈປະຊາຊົນ.


ທ່ານວ່າງເວີນປິ່ນໄດ້ແນະນຳໃຫ້ຮູ້ວ່າ:ໃນກອງປະຊຸມສຸດຍອດເພື່ອສະເຫຼີມ ສະຫຼອງວັນສ້າງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ,     ທ່ານ ປະທານສີຈິ້ນຜິງໄດ້ຊີ້ອອກວ່າ: “ຜົນສຳເລັດແຫ່ງການຮ່ວມມືຈີນ-ອາຊຽນໃນ 30 ປີຜ່ານມານີ້ໄດ້ຮັບຜົນປະໂຫຍດຈາກເງື່ອນໄຂທຳມະຊາດທີ່ມີທີ່ຕັ້ງພູມສາດໃກ້ກັນແລະມີວັດທະນະທຳທີ່ຄ້າຍຄືກັນ,ຍິ່ງປາສະຈາກບໍ່ໄດ້ທີ່ພວກເຮົາຍິນດີຮັບເອົາທ່າອ່ຽງການພັດທະນາແຫ່ງຍຸກສະໄໝຢ່າງຕັ້ງໜ້າແລະແມ່ນທາງເລືອກທີ່ຖືກຕ້ອງ ທາງປະຫວັດສາດ”.ບໍ່ວ່າແຕ່ກ່ອນ ປັດຈຸບັນຫຼືອະນາຄົດ,ປະເທດຈີນກໍ່ຍັງຈະແມ່ນ ເພື່ອນບ້ານໃກ້ຄຽງທີ່ດີ ໝູ່ເພື່ອນທີ່ດີແລະຄູ່ຮ່ວມມືທີ່ດີຂອງອາຊຽນ.