“ສັງຄົມມີຄວາມອີ່ມໜຳສຳລານຫຼືບໍ່ ສຳຄັນແມ່ນຂຶ້ນຢູ່ກັບຊາວກະສິກອນ”

2022-05-20 10:07:08 cri



“ສັງຄົມມີຄວາມອີ່ມໜຳສຳລານຫຼືບໍ່ ສຳຄັນແມ່ນຂຶ້ນຢູ່ກັບຊາວກະສິກອນ” ສຳນວນນີ້ໄດ້ກາຍເປັນທີ່ຮັບຮູ້ໂດຍທົ່ວໄປແລ້ວຢູ່ປະເທດຈີນ.




ວັນທີ 9 ເມສາ ປີ2013, ທ່ານສີຈິ້ນຜິງທີ່ຫາກໍ່ດຳລົງຕຳແໜ່ງເປັນປະທານປະເທດຈີນໄດ້ບໍ່ດົນນັ້ນ ເພິ່ນໄດ້ເດີນທາງໄປສວນດອກກຸຫຼາບອ່າວຢ້າລົງ ນະຄອນຊ່ານຢ້າ ແຂວງໄຫຫຼຳ.



ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປສວນປູກດອກໄມ້ ແລະສອບຖາມຊາວສວນດອກໄມ້ເຜົ່າຫຼີທີ່ກຳລັງເຮັດວຽກຢູ່ທີ່ນັ້ນຢ່າງລະອຽດວ່າ: “ພວກສະຫາຍທຸກຄົນ ເຮັດວຽກຢູ່ທີ່ນີ້ເປັນປະຈຳແມ່ນບໍ່?” “ລາຄາດອກກຸຫຼາບເປັນແນວໃດ?” “ເດືອນໜຶ່ງໄດ້ເງິນຫຼາຍປານໃດ?”


ຊາວສວນດອກໄມ້ເຜົ່າຫຼີຫາຍຄົນຢາກຖ່າຍຮູບຮ່ວມນຳທ່ານສີຈິ້ນຜິງ, ເພິ່ນກໍຕອບຮັບດ້ວຍຄວາມຍິນດີ. ເມື່ອເຫັນຊາວສວນທັງຫຼາຍຕ່າງກໍໃສ່ໝວກທີ່ສານດ້ວຍໄມ້ໄຜ່ເຜົ່າຫຼີ, ທ່ານສີຈິ້ນຜິງເວົ້າວ່າ: ໝວກສານດ້ວຍໄມ້ໄຜ່ແບບນີ້ໃຊ້ເປັນປະໂຫຍດຫຼາຍ. ນາງ ຫຼີຢວີເມີຍ ຊາວສວນຜູ້ໜຶ່ງທີ່ຢືນຢູ່ຄຽງຂ້າງໄດ້ປົດໝວກທີ່ສານດ້ວຍໄມ້ໄຜ່ອອກຈາກຫົວຂອງລາວແລ້ວຍື່ນໃຫ້ທ່ານສີຈິ້ນຜິງ, ເພິ່ນກໍຮັບເອົາໝວກນັ້ນດ້ວຍມືສອງເບື້ອງແລ້ວກໍນຳມາສຸບໃສ່ຫົວເພິ່ນເລີຍ, ທັນໃດນັ້ນ ຄົນທັງຫຼາຍກໍພາກັນຕົບມືຊົມເຊີຍຢ່າງຟົດຟື້ນ.

ພາຍຫຼັງຖ່າຍຮູບແລ້ວແລ້ວ, ທ່ານສີຈິ້ນຜິງໄດ້ຈັບເອົາໝວກທີ່ສານດ້ວຍໄມ້ໄຜ່ ສຸບຄືນໃສ່ຫົວນາງຫຼີຢວີ້ເມີຍດ້ວຍມືທັງສອງເບື້ອງ. ສ່ວນນາງຫຼີຢວີ້ເມີຍກໍຕື້ນຕັນໃຈຫຼາຍຈົນນ້ຳຕາຊຶມອອກມາທັນທີ.

ໃນເວລາຄອບລາຈາກພວກຊາວສວນດອກໄມ້, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈອັນເລິກເຊິ່ງວ່າ: “ສັງຄົມມີຄວາມອີ່ມໜຳສຳລານຫຼືບໍ່ ສຳຄັນແມ່ນຂຶ້ນຢູ່ກັບຊາວກະສິກອນ”

ນີ້ຄືຄວາມໃນໃຈຂອງຜູ້ທີ່ຮູ້ດີຕໍ່ສັງຄົມຈີນ. ມີພຽງແຕ່ກຳແໜ້ນສະພາບການຕົວຈິງຂອງຊົນນະບົດ, ເຂົ້າໃຈຊາວກະສິກອນ ເທົ່ານັ້ນ ຈິ່ງຈະສາມາດຮັບຮູ້ແລະເຂົ້າໃຈປະເທດຈີນໄດ້ຢ່າງແທ້ຈິງ.

ທ່ານສີຈິ້ນຜິງ ເປັນຜູ້ນຳທີ່ມາຈາກຊົນນະບົດ, ມີປະສົບການຕົວຈິງໃນການດຳລົງຊີວິດທີ່ທຸກຍາກ ສະນັ້ນເພິ່ນຈິ່ງມີຄວາມຮັກແພງເປັນພິເສດຕໍ່ຊາວກະສິກອນ, ເພິ່ນເຄີຍເວົ້າວ່າ: “ຄົນເຮົາຮຸ່ນນີ້ມີຄວາມປາຖະໜາຢ່າງໜຶ່ງ ຄື: ຕ້ອງໃຫ້ພີ່ນ້ອງປະຊາຊົນພວກເຮົາມີຊີວິດການເປັນຢູ່ທີ່ດີໂດຍສະເພາະຕ້ອງຊ່ວຍເຫຼືອພວກຊາວກະສິກອນ.”

ໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຄັ້ງໜຶ່ງ, ທ່ານສີຈິ້ນຜິງເຄີຍເວົ້າວ່າ: “ຕ້ອງຮັບຮູ້ວ່າ, ກະສິກຳຍັງຄົງເປັນຈຸດອ່ອນໃນການເຮັດໃຫ້ ‘ການຫັນເປັນອຸດສາຫະກຳ, ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນຕົວເມືອງແລະການຫັນກະສິກຳໃຫ້ເປັນທັນສະໄໝ’ ພັດທະນາໄປພ້ອມກັນ, ຊົນນະບົດຍັງຄົງເປັນຈຸດອ່ອນໃນການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຮອບດ້ານ. ”

ຖ້າຈີນຢາກເຂັ້ມແຂງ, ກະສິກຳກໍຕ້ອງເຂັ້ມແຂງ, ຖ້າຈີນຢາກມີຄວາມສວຍງາມ, ຊົນນະບົດຕ້ອງສວຍງາມ, ຖ້າຈີນຢາກຮັ່ງມີ, ຊາວກະສິກອນຕ້ອງຮັ່ງມີ.

ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າແລະຢ້ຽມຢາມເຂດທຸກຍາກທີ່ສຸດທີ່ຕິດຈອດກັນເປັນບໍລິເວນກວ້າງທັງໝົດ14ແຫ່ງໃນທົ່ວປະເທດຢ່າງບໍ່ຮູ້ອິດເມື່ອຍແລະບໍ່ສົນນຳຟ້າຝົນລົມແຮງແຕ່ຢ່າງໃດ. ເພິ່ນໄດ້ກ່າວເນັ້ນໜັກມາຫຼາຍເທື່ອວ່າ: ສັງຄົມມີຄວາມອີ່ມໜຳສຳລານຫຼືບໍ່ ສຳຄັນແມ່ນຂຶ້ນຢູ່ກັບຊາວກະສິກອນ, ສຳຄັນແມ່ນຕ້ອງເບິ່ງວ່າ: ຊາວກະສິກອນຜູ້ທຸກຍາກສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຫຼືບໍ່?

ປະຊາຊົນຜູ້ທຸກຍາກຄືກຸ່ມຄົນທີ່ທ່ານສີຈິ້ນຜິງມີຄວາມຫ່ວງໃຍທີ່ສຸດ.

ໃນໄລຍະລົງເຄື່ອນໄຫວສຳຫຼວດຄົ້ນຄວ້າວຽກງານຢູ່ທ້ອງຖິ່ນ, ທ່ານສີຈິ້ນຜິງມັກຈະໄປຢາມເຮືອນຂອງພີ່ນ້ອງຊາວກະສິກອນ, ເພິ່ນເຂົ້າໄປໃນເຮືອນໄປຈັບບາຍເບິ່ງຕຽງເຕົາໄຟວ່າມີຄວາມອຸ່ນບໍ່, ໄປກວດເບິ່ງຊີວິດການເປັນຢູ່ຂອງປະຊາຊົນ ແລະສະພາບການສ້າງລາຍຮັບເພີ່ມຂອງເຂົາເຈົ້າ, ເພິ່ນຍັງໄດ້ນັ່ງອ້ອມເຕົາໄຟຮ່ວມກັບຊາວບ້ານທັງຫຼາຍ ເພື່ອຄົ້ນຄວ້າຊອກຫາວິທີການຫຼຸດພົ້ນອອກຈາກຄວາມທຸກຍາກ…

“ສັງຄົມມີຄວາມອີ່ມໜຳສຳລານຫຼືບໍ່ ສຳຄັນແມ່ນຂຶ້ນຢູ່ກັບຊາວກະສິກອນ, ສຳຄັນແມ່ນຂຶ້ນຢູ່ກັບຜົນງານບັ້ນລຶບລ້າງຄວາມທຸກຍາກແມ່ນເປັນແນວໃດ?” ປີ2019, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມບ້ານຮວາຊີ່ ຕາແສງຈົ່ງຢີ້ເມືອງປົກຄອງຕົນເອງເຜົ່າຖູເຈ່ຍສືຈູ້ ກຳແພງນະຄອນຈຸ່ງກິ່ງ ທີ່ຕັ້ງຢູ່ເຂດພູດອຍສອກຫຼີກ. ເພິ່ນໄດ້ເວົ້ານຳຊາວບ້ານທັງຫຼາຍວ່າ: “ເທື່ອນີ້ ຂ້າພະເຈົ້າມາຢາມພີ່ນ້ອງປະຊາຊົນ,ມາຢາມພວກສະຫາຍເປັນການສະເພາະ, ກໍເພື່ອຢາກມາຮັບຮູ້ສະພາບຕົວຈິງວ່າ: ນະໂຍບາຍ ‘ສອງບໍ່ຫ່ວງ,ສາມຮັບປະກັນ’ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳແລ້ວບໍ່? ຍັງມີບັນຫາຫຍັງອີກແດ່ທີ່ຕ້ອງໄດ້ແກ້ໄຂ?”

ນະໂຍບາຍທີ່ສູນກາງພັກວາງອອກນັ້ນຈະດີຫຼືບໍ່? ແມ່ນຕ້ອງເບິ່ງວ່າ: ພີ່ນ້ອງຊາວກະສິກອນທັງຫຼາຍແມ່ນຮ້ອງໄຫ້ຫຼືຍິ້ມຫົວ. ທຸກມື້ນີ້, ນາງ ຫຼີຢວີເມີຍ ຊາວສວນດອກໄມ້ ແຂວງໄຫຫຼຳໄດ້ກາຍເປັນ ຜູ້ທີ່ເກັ່ງໃນການປູກດອກກຸຫຼາບ. ນາງໄດ້ເວົ້າດ້ວຍຄວາມດີໃຈວ່າ: “ໃນທີ່ສຸດກໍໄດ້ມີຊີວິດການເປັນຢູ່ທີ່ມີຄວາມສຸກແລ້ວ!”

ການຝຶກຝົນຫຼໍ່ຫຼອມຈາກຄວາມຫຍຸ້ງຍາກລຳບາກຈະຊ່ວຍໃຫ້ຄົນເຮົາປະສົບຜົນສຳເລັດໄດ້. ທ່ານສີຈິ້ນຜິງໄດ້ນຳພາປະຊາຊົນທົ່ວປະເທດຈີນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນານາ, ບຸກບືນພະຍາຍາມຢ່າງຕໍ່ເນື່ອງ, ຈົນສາມາດບັນລຸເປົ້າໝາຍການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານໃນປີຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຈີນຕາມເວລາທີ່ກຳນົດໄວ້. ພີ່ນ້ອງຊາວກະສິກອນຄືດັ່ງນາງຫຼີຢວີ້ເມີຍຈຳນວນຫຼາຍຈົນນັບບໍ່ຖ້ວນຕ່າງກໍໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລະມີຊີວິດການເປັນຢູ່ທີ່ມີຄວາມສຸກ.

ໃນກອງປະຊຸມສຳມະນາກ່ຽວກັບການສູ້ຊົນເພື່ອຍາດເອົາໄຊຊະນະເດັດຂາດໃນບັ້ນລຶບລ້າງຄວາມທຸກຍາກໃນປີ2020, ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມດີໃຈເປັນຢ່າງຍິ່ງວ່າ: “ເມື່ອໄດ້ເຫັນຮອຍຍິ້ມທີ່ຈິງໃຈບໍລິສຸດຂອງພີ່ນ້ອງປະຊາຊົນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ສຸດ.”