ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີເປີດກອງປະຊຸມພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຂອງກຸ່ມປະເທດບຣິກສຜ່ານທາງວິດີໂອ

2022-05-20 10:42:30 cri



ວັນທີ 19 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວ ຄຳປາໄສໃນພິທີເປີດກອງປະຊຸມພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມປະເທດບຣິກສຜ່ານທາງວິດີໂອ.

 ທ່ານສີຈິ້ນຜິງກ່າວວ່າ: ປັດຈຸບັນ, ເນື່ອງຈາກວ່າໂລກໄດ້ຮັບຜົນກະທົບຈາກ ສະພາບການປ່ຽນແປງທີ່ບໍ່ເຄີຍພົບເຫັນໃນຮອບຮ້ອຍປີ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ເກີດຂຶ້ນຢ່າງສະຫຼັບສັບ ຊ້ອນ, ເຊິ່ງພາໃຫ້ສະຖານະການສາກົນໄດ້ເກີດມີປັດໄຈທີ່ບໍ່ໝັ້ນທ່ຽງ, ບໍ່ແນ່ນອນ ແລະບໍ່ໝັ້ນຄົງນັບມື້ນັບພົ້ນເດັ່ນຂຶ້ນ.

“ແຕ່ວ່າ, ສັນຕິພາບແລະການພັດທະນາ ເຊິ່ງເປັນຫົວຂໍ້ຫຼັກຂອງຍຸກ ສະໄໝນັ້ນບໍ່ໄດ້ມີການປ່ຽນແປງ, ຄວາມປາຖະໜາຂອງປະຊາຊົນບັນດາປະ ເທດທີ່ຢາກມີຊີວິດການເປັນຢູ່ທີ່ດີງາມນັ້ນບໍ່ໄດ້ມີການປ່ຽນແປງ, ພາລະກຳປະຫວັດສາດຂອງປະຊາຄົມໂລກທີ່ຕ້ອງຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນກໍບໍ່ໄດ້ປ່ຽນແປງຄືກັນ. ໃນຖານະ ເປັນກຳລັງແຮງສ້າງສັນທີ່ຕັ້ງໜ້າແລະເປັນພະລັງທາງບວກຂອງປະຊາຄົມໂລກ, ປະເທດບຣິກສ ຕ້ອງມີຄວາມເຊື່ອຢ່າງເດັດດ່ຽວ, ກ້າປະເຊີນໜ້າກັບຟ້າຝົນລົມແດງຕ່າງໆ, ໃຊ້ ການກະທຳຕົວຈິງເພື່ອສົ່ງເສີມສັນຕິພາບແລະການພັດທະນາ, ປົກປັກຮັກສາ ຄວາມຍຸຕິທຳແລະຄວາມເປັນທຳ, ສົ່ງເສີມປະຊາທິປະໄຕແລະເສລີພາບ,ເພື່ອ ເພີ່ມຄວາມໝັ້ນທ່ຽງແລະພະລັງທາງບວກໃຫ້ກັບການພົວພັນສາກົນທີ່ພວມຢູ່ໃນໄລຍະການປ່ຽນແປງແລະຄວາມປັ່ນປ່ວນຄັ້ງໃໝ່.”

ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັັກວ່າ: “ກຸ່ມປະເທດບຣິກສຄວນເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງແລະການຮ່ວມມືດ້ານຄວາມໝັ້ນຄົງ, ແລກປ່ຽນຄວາມ ເຫັນແລະປະສານງານກັນຢ່າງໃກ້ຊິດກ່ຽວກັບບັນຫາສຳຄັນໃນສາກົນແລະພາກພື້ນ, ພິຈາລະນາແລະເອົາໃຈໃສ່ຜົນປະໂຫຍດແກນກາງແລະຄວາມເປັນຫ່ວງສຳຄັນຕົ້ນຕໍຂອງກັນແລະກັນ, ເຄົາລົບອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດດ້ານການພັດ ທະນາເຊິ່ງກັນແລະກັນ, ຄັດຄ້ານລັດທິເຈົ້າອຳນາດ ແລະການເມືອງມະຫາ ອຳນາດ, ຄັດຄ້ານແນວຄິດສົງຄາມເຢັນແລະການເປັນປໍລະປັກກັນລະຫວ່າງຝ່າຍ, ຮ່ວມກັນສ້າງປະຊາຄົມຄວາມໝັ້ນຄົງຂອງມວນມະນຸດ. ”

ທ່ານສີຈິ້ນຜິງຍັງກ່າວເນັ້ນໜັກຕື່ມວ່າ:  ການພັດທະນາແມ່ນໜ້າທີ່ຮ່ວມກັນ ຂອງປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາ. ເມື່ອປະ ເຊີນໜ້າກັບຄວາມສ່ຽງແລະສິ່ງທ້າທາຍຕ່າງໆໃນປັດຈຸບັນ, ການເພີ່ມຄວາມ ສາມັກຄີແລະຮ່ວມມືກັນລະຫວ່າງປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນານັ້ນແມ່ນມີຄວາມສຳຄັນຫຼາຍກວ່າເວລາໃດໝົດ. 5 ປະເທດບຣິກສຄວນດຳເນີນການແລກປ່ຽນການສົນທະນາກັບປະເທດທີ່ເປັນຕະຫຼາດຈະເລີນ ໃໝ່ແລະປະເທດພວມພັດທະນາຫຼາຍກວ່າເກົ່າ ເພື່ອເພີ່ມຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈ ກັນ,ຮັດແໜ້ນສາຍພົວພັນການຮ່ວມມື, ລົງເລິກການເຊື່ອມໂຍງເຂົ້າກັນໃນດ້ານຜົນປະ ໂຫຍດ, ພັດທະນາການຮ່ວມມືໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ເຮັດໃຫ້ກຳລັງທີ່ກ້າວ ໜ້າສາມາດເຕົ້າໂຮມເຂົ້າກັນແລະເຂັ້ມແຂງຂຶ້ນເລື້ອຍໆ, ເພື່ອປະກອບສ່ວນຫຼາຍກວ່າ ເກົ່າເຂົ້າໃນວິໄສທັດອັນສູງສົ່ງໃນການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ.