ໄປທ່ຽວສວນສາທາລະນະແຫ່ງຊາດຈີນນໍາກັນ

2022-05-20 19:04:05 cri

ໝີແພນດາໄດ້ດໍາລົງຊີວິດໃນປ່າຂອງຕົນຢູ່ຕໍ່ໜ້າກ້ອງຖ່າຍຮູບອິນຟຣາເຣັດ; ເປັດ Tadorna tadorna ແລະ ນົກ Zosterops erythropleurus ກາຍເປັນຜູ້ຕັ້ງຖິ່ນຖານໃໝ່ຢູ່ພູອູອີ; ຢູ່ເຂດແຫຼ່ງແມ່ນ້ຳສາມສາຍ ໄດ້ເຜີຍໃຫ້ເຫັນທັດສະນິຍະພາບທີ່ສວຍງາມອີກຄັ້ງ... ຄັນຢາກເຫັນທິວທັດທຳມະຊາດທີ່ປະສົມກົມກຽວກັນ ແລະສວຍງາມແບບນີ້, ຍິນດິນຕ້ອນຮັບມາທ່ຽວຊົມສວນສາທາລະນະແຫ່ງຊາດຂອງຈີນ.

 

ໃນເດືອນຕຸລາປີ 2021, ຈີນໄດ້ສ້າງຕັ້ງສວນສາທາລະນະແຫ່ງຊາດ 5 ແຫ່ງງວດທຳອິດຢ່າງເປັນທາງການ ຄື ສວນສາທາລະນະລັດແຫ່ງຊາດແຫຼ່ງນ້ຳສາມສາຍ, ສວນສາທາລະນະແຫ່ງຊາດໝີແພນດາ, ສວນສາທາລະນະແຫ່ງຊາດເສືອຕາເວັນອອກສຽງເໜືອ (Panthera tigris ssp. Altaica, ຍັງມີຊື່ວ່າ ເສືອອາເມີ, ເສືອຊີເບຣີ, ເສືອເກົາຫຼີ ແລະ ເສືອອູຊູຣີ ເປັນຕົ້ນ) ແລະ ເສືອດາວຕາເວັນອອກສຽງເໜືອ (Panthera pardus orientalis , ຍັງມີຊື່ວ່າ ເສືອດາວອາເມີ, ເສືອດາວຕາເວັນອອກໄກ ແລະ ເສືອດາວແໝນຈູເປັນຕົ້ນ), ສວນສາທາລະນະແຫ່ງຊາດປ່າໄມ້ເຂດຮ້ອນໄຫຫຼຳ ແລະ ສວນສາທາລະນະແຫ່ງຊາດອູອີຊ່ານ, ມີເນື້ອທີ່ອະນຸລັກທັງໝົດ 230.000 ກິໂລຕາແມັດ ເຊິ່ງໄດ້ກວມເອົາສັດ ແລະພືດປ່າຊະນິດສຳຄັນເກືອບ 30% ຂອງແຜ່ນດິນຈີນ.

 

ສວນສາທາລະນະແຫ່ງຊາດແຫຼ່ງນ້ຳສາມສາຍ

△  ສວນສາທາລະນະແຫ່ງຊາດແຫຼ່ງນ້ຳສາມສາຍ ມີເນື້ອທີ່ 190.700 ກິໂລຕາແມັດ, ໄດ້ກວມເອົາແຫຼ່ງກຳເນີດຂອງແມ່ນ້ຳສາມສາຍ ຄື: ແມ່ນໍ້າຢັງຊີກຽງ, ແມ່ນ້ຳເຫຼືອງ ແລະແມ່ນ້ຳລ້ານຊ້າງ.

 

 

△  ໃນຊຸມປີມໍ່ໆມານີ້, ຢູ່ໃນສວນສາທາລະນະແຫ່ງຊາດແຫຼ່ງນໍ້າສາມສາຍ, ສັດປ່າຕ່າງໆ ເຊັ່ນ: ເຍືອງຕີເບດເປັນຕົ້ນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

 

 

△  ເຍືອງຕີເບດທີ່ຢູ່ສວນສາທາລະນະແຫ່ງຊາດແຫຼ່ງນ້ຳສາມສາຍ

 

ສວນສາທາລະນະແຫ່ງຊາດໝີແພນດາ

 

 

△  ສວນສາທາລະນະແຫ່ງຊາດໝີແພນດາ ມີເນື້ອທີ່ອະນຸລັກເຖິງ 220.000 ກິໂລຕາແມັດ, ເປັນບ່ອນພັກອາໄສ ແລະ ແຜ່ພັນຕົ້ນຕໍຂອງໝີແພນດາປ່າ ເຊິ່ງມີປະລິມານຫຼາຍກວ່າ 70% ຂອງຈີນ.

 

△  ຢູ່ສວນສາທາລະນະແຫ່ງຊາດໝີແພນດາ, ໝີແພນດາສອງໂຕກຳລັງໃຊ້ຊີວິດປະຈຳວັນຂອງຕົນຢູ່ຕໍ່ໜ້າກ້ອງຖ່າຍຮູບອິນຟຣາເຣັດ

 

ສວນສາທາລະນະແຫ່ງຊາດເສືອຕາເວັນອອກສຽງເໜືອ ແລະເສືອດາວຕາເວັນອອກສຽງເໜືອ

 

 

△  ສວນສາທາລະນະແຫ່ງຊາດເສືອຕາເວັນອອກສຽງເໜືອ ແລະເສືອດາວຕາເວັນອອກສຽງເໜືອ ມີເນື້ອທີ່ອະນຸລັກເຖິງ 14.100 ກິໂລຕາແມັດ, ຝູງເສືອຕາເວັນອອກສຽງເໜືອ ແລະເສືອດາວຕາເວັນອອກສຽງເໜືອແນວພັນທີ່ມີຈຳນວນຫຼາຍທີ່ສຸດ ແລະ ມີການແຜ່ພັນພຽງກຸ່ມດຽວພາຍໃນປະເທດຈີນ ທີ່ອາໄສຢູ່ແຫ່ງນີ້.

 

△  ເສືອຕາເວັນອອກສຽງເໜືອທີ່ຍ່າງເລາະ ຢູ່ໃນສວນສາທາລະນະແຫ່ງຊາດ

 

ສວນສາທາລະນະແຫ່ງຊາດອູອີຊ່ານ

 

△  ສວນສາທາລະນະແຫ່ງຊາດອູອີຊ່ານ ມີເນື້ອທີ່ອະນຸລັກເຖິງ 1280 ກິໂລຕາແມັດ, ປະກອບໄປດ້ວຍລະບົບປ່າໄມ້ໃບໃຫຍ່ ແລະຂຽວງາມຕະຫຼອດປີຂອງເຂດໃກ້ເຂດຮ້ອນກາງ (middle subtropical zone) ທີ່ອຸດົມສົມບູນທີ່ສຸດ ແລະ ກວ້າງໃຫຍ່ທີ່ສຸດໃນເຂດທີ່ມີເສັ້ນຂະໜານດຽວກັນຂອງໂລກ.

 

△  ໃນເດືອນເມສາປີນີ້, ນັກສຳຫຼວດວິທະຍາສາດ ໄດ້ພົບເຫັນປະເພດນົກໃໝ່ສອງຊະນິດຄື: ເປັດ Tadorna tadorna ແລະ ນົກ Zosterops erythropleurus ຢູ່ສວນສາທາລະນະແຫ່ງຊາດອູອີຊ່ານ. ມາຮອດມື້ນີ້, ນົກທີ່ໄດ້ພົບເຫັນຢູ່ແຫ່ງນີ້ ໄດ້ເພີ່ມຂຶ້ນຮອດ 393 ຊະນິດ ເຊິ່ງໄດ້ສ້າງສະຖິຕິໃໝ່ອີກເທື່ອໜຶ່ງ.

 

ສວນສາທາລະນະແຫ່ງຊາດປ່າຝົນເຂດຮ້ອນໄຫຫຼຳ

 


  ສວນສາທາລະນະແຫ່ງຊາດປ່າຝົນເຂດຮ້ອນໄຫຫຼຳ ມີເນື້ອທີ່ອະນຸລັກເຖິງ 4269 ກິໂລຕາແມັດ, ເປັນປ່າຝົນເຂດຮ້ອນແບບເກາະດອນລັກສະນະແຜ່ນດິນໃຫຍ່ທີ່ສົມບູນກວ່າໝູ່ ແລະ ຫຼາກຫຼາຍທີ່ສຸດຂອງຈີນ.

 


△  ສວນສາທາລະນະແຫ່ງຊາດປ່າຝົນເຂດຮ້ອນໄຫຫຼຳ ຍັງເປັນບ່ອນພັກອາໄສພຽງແຫ່ງດຽວຂອງທະນີໄຫຫຼຳ (Nomascus hainanus) ທີ່ເປັນສັດໝວດລີງທີ່ໃກ້ຈະສູນພັນທີ່ສຸດໃນທົ່ວໂລກ.