ປະທານາທິບໍດີຄົນໃໝ່ຂອງຕີມໍເລັສເຕສາບານຕົວດຳລົງຕຳແໜ່ງ

2022-05-20 16:44:04 CRI


ວັນທີ 20 ພຶດສະພານີ້, ທ່ານໂຈເຊ ມານິວ ຣາມົສ ຮໍຕາ ປະທານາທິບໍດີຄົນໃໝ່ຂອງ ຕີມໍເລັສເຕໄດ້ ສາບານຕົວຂຶ້ນດຳລົງຕຳແໜ່ງຢູ່ຫໍສະພາປະຊາຊົນດີລີ.

 

ທ່ານຮໍຕາໄດ້ຮຽກຮ້ອງໃຫ້ພັກຝ່າຍຕ່າງໆຂອງຕີມໍເລັສເຕສືບຕໍ່ຮັກສາຄວາມສາມັກຄີກັນ. ທ່ານກ່າວວ່າ, ມີແຕ່ສາມັກຄີກັນເທົ່ານັ້ນຈຶ່ງຈະສາມາດບັນລຸເປົ້າໝາຍການພັດທະນາຕາມຄວາມປາຖະໜາຂອງປະຊາຊົນ. ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະອອກແຮງຊຸກຍູ້ໃຫ້ປະເທດມີຄວາມໝັ້ນຄົງດ້ານສະບຽງອາຫານ, ແກ້ໄຂບັນຫາໂພສະນາການທີ່ບໍ່ພຽງພໍ ແລະ ຫຼຸດຜ່ອນຄວາມທຸກຍາກ, ຍົກລະດັບການບໍລິການສາທາລະນະສຸກສຳລັບແມ່ແລະເດັກ.

 

ທ່ານຮໍຕາກ່າວຕື່ມວ່າ, ຕີມໍເລັສເຕຈະປະສານງານໃນການຊຸກຍູ້ການສ້າງສັນຕິພາບຂອງພາກພື້ນ ກໍຄືຂອງໂລກ, ເພີ່ມທະວີການພົວພັນກັບປະເທດໃກ້ຄຽງ, ທັງຫວັງວ່າຈະເຂົ້າເປັນສະມາຊິກອາຊຽນໃຫ້ໄດ້ໃນໄລຍະເວລາທ່ານດຳລົງຕຳແໜ່ງ.