ທ່ານ​ປ​ະ​ທານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພັດທະນາການຮ່ວມມືໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ທັງເຮັດໃຫ້ກຳລັງທີ່ກ້າວໜ້າສາມາດເຕົ້າໂຮມເຂົ້າກັນແລະເຂັ້ມແຂງຂຶ້ນເລື້ອຍໆ

2022-05-20 12:23:50 cri


ວັນທີ 19 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີເປີດກອງປະຊຸມພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມປະເທດບຣິກສຜ່ານທາງວິດີໂອ. 

ທ່ານປະທານສີຈິ້ນຜິງກ່າວວ່າ: "ການເພີ່ມຄວາມສາມັກຄີແລະຮ່ວມມືກັນລະຫວ່າງປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນານັ້ນແມ່ນມີຄວາມສຳຄັນຫຼາຍກວ່າເວລາໃດໝົດ. 5 ປະເທດບຣິກສຄວນດຳເນີນການແລກປ່ຽນການສົນທະນາກັບປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາຫຼາຍກວ່າເກົ່າ ພັດທະນາການຮ່ວມມືໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ເຮັດໃຫ້ກຳລັງທີ່ກ້າວໜ້າສາມາດເຕົ້າໂຮມເຂົ້າກັນແລະເຂັ້ມແຂງຂຶ້ນເລື້ອຍໆ, ເພື່ອປະກອບສ່ວນຫຼາຍກວ່າ ເກົ່າເຂົ້າໃນວິໄສທັດອັນສູງສົ່ງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ."