​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຄວນມີຄວາມເຊື່ອຢ່າງເດັດດ່ຽວ ກ້າປະເຊີນໜ້າກັບຟ້າຝົນລົມແດງຕ່າງໆ ເພື່ອສົ່ງເສີມສັນຕິພາບແລະການພັດທະນາ ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳ

2022-05-20 12:28:53 cri


ວັນທີ 19 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວ ຄຳປາໄສໃນພິທີເປີດກອງປະຊຸມພົບປະລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມປະເທດບຣິກສຜ່ານທາງວິດີໂອ.

ທ່ານປະທານສີຈິ້ນຜິງກ່າວວ່າ: "ໃນຖານະເປັນກຳລັງແຮງສ້າງສັນທີ່ຕັ້ງໜ້າແລະເປັນພະລັງທາງບວກຂອງປະຊາຄົມໂລກ, ປະເທດບຣິກສ ຄມີຄວາມເຊື່ອຢ່າງເດັດດ່ຽວ, ກ້າປະເຊີນໜ້າກັບຟ້າຝົນລົມແດງຕ່າງໆ, ໃຊ້ການກະທຳຕົວຈິງ ເພື່ອສົ່ງເສີມສັນຕິພາບແລະການພັດທະນາ, ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳ, ສົ່ງເສີມປະຊາທິປະໄຕແລະເສລີພາບ,ເພື່ອເພີ່ມຄວາມໝັ້ນທ່ຽງແລະພະລັງທາງບວກໃຫ້ກັບການພົວພັນສາກົນທີ່ພວມຢູ່ໃນໄລຍະການປ່ຽນແປງແລະຄວາມປັ່ນປ່ວນຄັ້ງໃໝ່."