ປິດບໍລິການຊົ່ວຄາວຢູ່ບາງຕອນຂອງທາງດ່ວນຢາງກຸ້ງ-ເນປີດໍຂອງມຽນມາ ຍ້ອນເກີດການປະທະກັນ

2022-05-21 14:51:22 cri

ຍ້ອນໄດ້ຮັບຜົນກະທົບຈາກການປະທະກັນທີ່ເກີດຂຶ້ນຢູ່ລຽບຕາມທາງດ່ວນາງກຸ້-ເນປີດໍຂອງມຽນມາ ຈຶ່ງເຮັດໃຫ້ຕອນເລີ່ມແຕ່ເຂດບໍລິການທີ່ຫຼັກ 115 ໄມຕາມເສັ້ນທາງດັ່ງກ່າວປິດບໍລິການເປັນການຊົ່ວຄາວນັບແຕ່ຕອນຄ່ຳວັນທີ 20 ພຶດສະພານີ້ເປັນຕົ້ນໄປ. ນັບມາຮອດຕອນເຊົ້າວັນທີ 21 ພຶດສະພານີ້, ທາງດ່ວນຕອດັ່ງກ່າວຍັງປິດບໍລິການຢູ່, ເຮັດໃຫ້ລົດຈຳນວນຫຼວງຫຼາຍບໍ່ສາມາດແລ່ຜ່ານໄດ້, ສ່ວນທະຫານ ແລະຕຳຫຼວດຈຳນວນຫຼວງຫຼາຍກຳລັງປະຕິບັດໜ້າທີ່ຢູ່ຕາມເສັ້ນທາງ.  

ຕາມຜູ້ໂດຍສານທີ່ຖືກຄ້າງຢູ່ຕາມທາງແນະນຳໃຫ້ຮູ້ວ່າ: ທາງດ່ນປິດບໍລິການແມ່ນຍ້ອນເກີດການປະທະກັນຢູ່ເຂດຕາວກູ ທີ່ເປັນເຂດຢູ່ໃກ້ກັບທາງດ່ວນ

າງກຸ້-ເນປີດໍ.