ເກີດເຫດໄຟໄໝ້ກຳປັ່ນໂດຍສານຂອງຟີລິບປີນ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ

2022-05-23 16:01:08 ​cri

      ກອງຕຳຫຼວດປ້ອງກັນແຄມຝັ່ງທະເລຂອງຟີລິບປິນແຈ້ງໃຫ້ຮູ້ໃນວັນທີ 23 ພຶດສະພານີ້ວ່າ: ໃນຕອນເຊົ້າມື້ດຽວກັນ, ກຳປັ່ນໂດຍສານລຳໜຶ່ງທີ່ ບັນທຸກຜູ້ໂດຍສານຈຳນວນ 124 ຄົນແລະລູກເຮືອ 10 ຄົນໄດ້ເກີດເຫດໄຟໄໝ້ຢູ່ເຂດທະເລໃກ້ແຂວງຄຸຍຊອນຢູ່ທາງພາກກາງເກາະລູຊອນຂອງຟີລິບປິນ,ເຮັດໃຫ້ຜູ້ໂດຍສານເສຍຊີວິດແລ້ວຢ່າງໜ້ອຍ 7 ຄົນ, ແລະຫາຍສາບສູນ 4 ຄົນ.

      ທ່ານ ອາມານດ໌ ບາລີໂລ ໂຄສົກກອງຕຳຫຼວດປ້ອງກັນແຄມຝັ່ງທະເລຂອງຟີລິບປິນກ່າວວ່າ: ໃນເວລາ 5 ໂມງມື້ດັ່ງກ່າວ, ກຳປັ່ນໂດຍສານລຳດັ່ງກ່າວໄດ້ອອກເດີນທາງຈາກເກາະໂປລິວໂລໄປທ່າກຳປັ່ນແຫ່ງໜຶ່ງຢູ່ເມືອງເຣວຂອງຟີລິບປິນ ແລະໄດ້ເກີດໄຟໄໝ້ໃນເວລາໄກຈາກທ່າບໍ່ຮອດ 1 ກິໂລແມັດ.

      ທ່ານ ອາມານດ໌ ບາລີໂລ ກ່າວຕື່ມວ່າ: ການຄົ້ນຫາຊ່ວຍເຫຼືອຍັງສືບຕໍ່ດຳເນີນຢູ່, ປັດຈຸບັນ, ມີ 120 ຄົນໄດ້ຮັບການກອບກູ້ແລະປອດໄພແລ້ວ, ຍັງມີ 3 ຄົນບາດເຈັບສາຫັດແລະປິ່ນປົວຢູ່ໂຮງໝໍ. ຕຳຫຼວດຟີລິບປິນໄດ້ດຳເນີນການສືບສວນ-ສອບສວນຊອກຫາສາເຫດທີ່ພາໃຫ້ເກີດເຫດດັ່ງກ່າວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ