ກຳປູເຈຍເລີ່ມນຳໃຊ້ລະບົບຢັ້ງຢືນໃໝ່ເພື່ອຊຸກຍູ້ການພັດທະນາອຸດສາຫະກຳເຂົ້າສານ

2022-05-24 16:05:53 cri

      ວັນທີ 23 ພຶດສະພາປີ 2022, ກະຊວງການປະມົງ,ກະສິກຳແລະປ່າໄມ້ກຳປູເຈຍໄດ້ເລີ່ມນຳໃຊ້ລະບົບຢັ້ງຢືນຄຸນນະພາບແນວພັນເຂົ້າຢ່າງເປັນທາງການ, ເພື່ອຍົກສູງຜົນຜະລິດແລະຄຸນນະພາບຂອງອຸດສາຫະກຳການປູກເຂົ້າ.

      ກະຊວງດັ່ງກ່າວແຈ້ງໃຫ້ຮູ້ວ່າ: ລະບົບຢັ້ງຢືນຄຸນນະພາບເຂົ້າສານດັ່ງກ່າວແມ່ນໂຄງການຮ່ວມມືສາກົນທີ່ສຳຄັນໂຄງການໜຶ່ງຂອງລັດຖະບານກຳປູເຈຍ ໂດຍມີຈຸດປະສົງເພື່ອກວດກາແລະພິສູດຄຸນນະພາບແນວພັນເຂົ້າ ໂດຍຜ່ານເຄື່ອງໝາຍຢັ້ງຢືນ. ໃນລະດູຝົນປີ 2020 ແລະ ປີ 2021, ລະບົບດັ່ງກ່າວໄດ້ເລີ່ມນຳໃຊ້ຢູ່ 8 ແຂວງຂອງກຳປູເຈຍ,ແຕ່ໄດ້ຮຽບຮຽງແລະພິມຈຳໜ່າຍປຶ້ມຄູ່ມືແນະນຳເຕັກນິກໃນປີນີ້.