“ຂອບເສດຖະກິດອິນໂດ-ປາຊີຟິກ” ຈະບໍ່ໄດ້ຜົນຫຍັງໃນທີ່ສຸດຢ່າງແນ່ນອນ

2022-05-24 23:40:45 cri

ວັນທີ 23 ພຶດສະພາ 2022, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດເປີດ “ຂອບເສດຖະກິດອິນໂດ-ປາຊີຟິກ” ຫຼື IPEF ຢູ່ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນ. ເຖິງວ່າອາເມຣິກາປະກາດວ່າ: ຂອບເສດຖະກິດດັ່ງກ່າວມີສະມາຊິກຮ່ວມລິເລີ່ມ 13 ປະເທດ, ໄດ້ກວມເອົາ GDP ຂອງໂລກມີປະມານ 40% ແຕ່ວ່າສື່ມວນຊົນຫຼາຍແຫ່ງ ແລະ ນັກວິຊາການຫຼາຍທ່ານເຕືອນວ່າ: IPEF ບໍ່ມີຜົນປະໂຫຍດຢ່າງແທ້ຈິງ, ບໍ່ມີການຍົກເວັ້ນພາສີ, ບໍ່ມີມາດຕະການເຂົ້າເຖິງຕະຫຼາດທີ່ກວ້າງຂວາງກວ່າເກົ່າ, ຈະບໍ່ໄດ້ຜົນປະໂຫຍດຫຍັງໃນທີ່ສຸດຢ່າງແນ່ນອນ.

ອີງຕາມຂ່າວທາງການຂອງອາເມຣິກາ, ຂອບເສດຖະກິດອິນໂດ-ປາຊີຟິກຈະສຸມໃສ່ເສົາຄ້ຳສຳຄັນ 4 ດ້ານຄື: ເສດຖະກິດເຊື່ອມຈອດກັນ, ເສດຖະກິດທີ່ມີຄວາມໜຽວແໜ້ນ, ເສດຖະກິດສະອາດ ແລະ ເສດຖະກິດທີ່ຍຸຕິທຳ ເຊິ່ງກົງກັບ ເສດຖະກິດດີຈີຕອນ, ຕ່ອງໂສ້ການສະໜອງ, ພື້ນຖານໂຄງລ່າງດ້ານພະລັງງານສະອາດ ແລະ ມາດຕະການຕ້ານການສໍ້ລາດບັງລວງ ຕາມລຳດັບ. ທໍາທຽບປະທານາທິບໍດີອາເມຣິກາ ຫຼື ທຳນຽບຂາວໄດ້ຖະແຫຼງຂ່າວກ່ຽວກັບຈຸດປະສົງຂອງຕົນໃນການສ້າງຂອບເສດຖະກິດດັ່ງກ່າວຢ່າງບໍ່ປິດບັງແມ່ນແຕ່ໜ້ອຍດຽວວ່າ: “ຂອບດັ່ງກ່າວຈະເຮັດໃຫ້ອາເມຣິກາ ແລະ ປະເທດພັນທະມິດສາມາດສ້າງກົດລະບຽບ ເພື່ອຮັບປະກັນໃຫ້ກຳມະກອນ, ວິສາຫະກິດຂະໜາດນ້ອຍ ແລະເຈົ້າຂອງຟາມອາເມຣິກາສາມາດເຂົ້າຮ່ວມການແຂ່ງຂັນຢູ່ເຂດອິນໂດ-ປາຊີຟິກໄດ້”. ນີ້ກໍສາມາດເຂົ້າໃຈແລ້ວວ່າ: ເປັນຫຍັງ IPEF ບໍ່ມີເນື້ອໃນກ່ຽວກັບການຍົກເວັ້ນພາສີ, ມາດຕະການເຂົ້າເຖິງຕະຫຼາດ ແລະເນື້ອໃນອື່ນໆ ທີ່ເປັນເນື້ອໃນຂອງສັນຍາການຄ້າເສລີແບບ ດັ້ງເດີມ.

ໃນດ້ານຄວາມປາດຖະໜາທີ່ຢາກເຂົ້າຮ່ວມ IPEF ຂອງປະເທດພາກພື້ນ, ຍີ່ປຸ່ນອາດຈະມີເປົ້າໝາຍເປັນເອກະພາບກັບອາເມຣິກາ, ແຕ່ວ່າປະເທດອື່ນພັດຍາກທີ່ຈະຕິດຕາມອາເມຣິກາໄດ້ທຸກຈັງຫວະ. ອີງຕາມຂໍ້ມູນທີ່ມີຢູ່ໃນປັດຈຸບັນ, ເຖິງວ່າປະເທດສະມາຊິກອາຊຽນສ່ວນຫຼາຍອາດຈະກາຍເປັນປະເທດລິເລີ່ມຂອງ IPEF ກໍຕາມ, ແຕ່ວ່າ ໃນເວລາທີ່ຂອບເສດຖະກິດດັ່ງກ່າວສະເໜີຄວາມຮຽກຮ້ອງຢ່າງຫຼວງຫຼາຍຕໍ່ສະມາຊິກປະເທດອາຊຽນ ເຊັ່ນ: ການຍົກລະດັບມາດຕະຖານ ແຮງງານເປັນຕົ້ນ, ຂອບເສດຖະກິດດັ່ງກ່າວພັດບໍ່ມີມາດຕະການເຂົ້າເຖິງຕະຫຼາດອາເມຣິກາເລີຍ. ສະນັ້ນ, ມີຫຼາຍປະເທດເຫັນວ່າ: ໃນ IPEF ໄດ້ກຳນົດຄວາມຮຽກຮ້ອງຂອງອາເມຣິກາຢ່າງຫຼວງຫຼາຍ, ແຕ່ອາເມຣິກາພັດບໍ່ໄດ້ໃຫ້ມາດຕະການດ້ານບູລິມະສິດ. ເມື່ອທ່ຽບ IPEF ໃສ່ RCEP, CPTTP ແລະຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລ້ວ, ກຸ່ມຫຼັງນີ້ຈະສ້າງຜົນປະໂຫຍດຢ່າງແທ້ຈິງຫຼາຍກວ່າ.

ນາງເວັນດີ ຄັດເລີ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍຂອງສະມາຄົມອາຊີ, ອະດີດຮັກສາການຜູ້ຕາງໜ້າການຄ້າອາເມຣິກາກ່າວວ່າ: ທີ່ຈິງແລ້ວ, IPEF ກໍຄືເຄື່ອງມືທີ່ອາເມຣິກາເຂົ້າຮ່ວມເສດຖະກິດຂອງພາກພື້ນອິນໂດ-ປາຊີຟິກຄືນໃໝ່, ຫວັງເພີ່ມອິດທິພົນຂອງອາເມຣິກາພາຍຫຼັງອາເມຣິກາຖອນອອກຈາກສັນຍາ TPP.  ນອກນັ້ນ, ນາງຄັດຣິນ ໄທ, ຜູ້ຕາງໜ້າການຄ້າອາເມຣິກາກ່າວວ່າ: IPEF ຈະສາມາດຢັບຢັ້ງອິດທິພົນຂອງປະເທດຈີນທີ່ນັບມື້ນັບເພີ່ມຂຶ້ນຢ່າງມີປະສິດທິຜົນ. ພວກເຮົາສາມາດເຂົ້າໃຈໄດ້ວ່າ: ນັບຕັ້ງແຕ່ໄລຍະຕົ້ນທີ່ອາເມຣິກາສະເໜີສ້າງ IPEF ກໍມີເຈດຕະນາບໍ່ບໍລິສຸດຢູ່ແລ້ວ, ສາມາດເວົ້າໄດ້ວ່າແມ່ນຂອບເສດຖະກິດສ້າງຂຶ້ນເພື່ອຮັບມືກັບປະເທດຈີນ. ລັດທິຫຼາຍຝ່າຍປອມແບບນີ້ຈະສ້າງຄວາມແບ່ງແຍກກັນ ແລະເປັນປໍລະປັກກັນໃຫ້ແກ່ພາກພື້ນ, ຫາກບໍ່ແມ່ນເສລີພາບ, ເປີດກວ້າງ ແລະ ຄວາມຈະເລີນຮຸ່ນເຮືອງທີ່ອາເມຣິກາເວົ້າຕິດປາກຢູ່ນັ້ນ.

ເຂດອາຊີປາຊີຟິກໄດ້ຮັບຜົນສຳເລັດໃນດ້ານການພັດທະນາແມ່ນຍ້ອນວ່າການຮ່ວມມືແບບຕ່າງຝ່າຍຕ່າງມີຜົນ, ຫາກບໍ່ແມ່ນແນວຄິດຝ່າຍໄດ້ຝ່າຍເສຍໃນການແຂ່ງຂັນ. ອາຊີປາຊີຟິກຄວນກາຍເປັນພາກພື້ນທີ່ພັດທະນາໂດຍສັນຕິ, ບໍ່ຄວນກາຍເປັນສະຖານທີ່ການຕໍ່ສູ້ດ້ານການເມືອງພູມີພາກ. ການທີ່ບັງຄັບໃຫ້ເສດຖະກິດແຍກອອກຈາກກັນ, ຂວ້ຳບາດດ້ານເຕັກນິກ, ຕັດຕ່ອງໂສ້ອຸດສາຫະກຳ, ເຮັດໃຫ້ຕ່ອງໂສ້ການສະໜອງເກີດວິກິດການຮຸນແຮງຍິ່ງຂຶ້ນ, ການເຮັດແບບນີ້, ຈະສ້າງຜົນຢ້ອນຫຼັງທີ່ໜັກໜ່ວງຢ່າງດຽວໃຫ້ແກ່ທົ່ວໂລກ ລວມທັງອາເມຣິກາເອງ.