ລັດຖະສະພາຟີລິບປິນຢືນຢັນຢ່າງເປັນທາງການວ່າ: ທ່ານເຟີດິນານດ໌ ໂຣມູອາເດັສ ມາຄົສໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຟີລິບປິນ

2022-05-26 11:50:42 CRI


     ຕອນບ່າຍວັນທີ 25 ພຶດສະພາປີ 2022 ນີ້, ລັດຖະສະພາຟີລິບປິນໄດ້ຢືນຢັນຢ່າງເປັນທາງການວ່າ: ທ່ານເຟີດິນານດ໌ ໂຣມູອາເດັສ ມາຄົສໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຟີລິບປິນທີ່ຈັດຂຶ້ນໃນເດືອນນີ້, ຈະເປັນປະທານາທິບໍດີຟີລິບປິນຄົນໃໝ່. ຕາມລະບຽບການ, ທ່ານມາຄົສຈະສາບານຕົວຂຶ້ນຮັບຕຳແໜ່ງຢ່າງເປັນທາງການໃນວັນທີ 30 ມິຖຸນາໜ້ານີ້.


     ທ່ານນາງຊາຣາ ຊີໂມມານ ດູເຕີເຕ ຄູ່ຮ່ວມມືໃນການແຂ່ງຂັນຮັບເລືອກຕັ້ງຂອງທ່ານມາຄົສ ເຊິ່ງເປັນລູກສາວກົກຂອງທ່ານໂຣດຣິໂກ ດູເຕີເຕ ປະທານາທິບໍດີຟີລິບປິນຄົນປັດຈຸບັນ ເຈົ້າເມືອງເມືອງດາວໍຂອງຟີລິບປິນໄດ້ຮັບໄຊຊະນະໃນການເລືອກຕັ້ງຮອງປະທານາທິບໍດີ.


     ທ່ານມາຄົສປີນີ້ມີອາຍຸ 64 ປີ, ເກີດຢູ່ວົງຄະນາຍາດນັກການເມືອງຟີລິບປິນ. ເລີ່ມເຂົ້າສູ່ເວທີການເມືອງໃນຕົ້ນຊຸມປີ 1980 ສັດຕະວັດທີ 20 ເຊິ່ງໄດ້ຮັບເລືອກຕັ້ງເປັນຮອງເຈົ້າແຂວງແຂວງອິໂລຄົສເໜືອ ແລະເລີ່ມຕົ້ນອາຊີບການເມືອງຂອງຕົນ.