ຄັ້ງໜຶ່ງຂອງການສຳຫຼວດຄົ້ນຄວ້າທ່າມກາງສາຍຝົນ

2022-05-26 12:13:56 cri



 

“ຝົນຕົກແຮງຫຼາຍ, ທ່ານເລຂາທິການໃຫຍ່ເຖິງວ່າໄດ້ເຫັນຂ້ອຍໃສ່ຊຸດກັນຝົນແລ້ວກໍຕາມ ແຕ່ເພິ່ນກໍຍັງຄົງກັ້ງຄັນຫົ່ມໃຫ້ອ່ຽງຫຼາຍມາຫາເບື້ອງຂ້ອຍຕະຫຼອດ”

 

ເມື່ອຫວນຄືນເຖິງວັນອາທິດມື້ຝົນຕົກໜັກເມື່ອ9ປີກ່ອນເທື່ອໃດ, ທ່ານ ກູ້ສຽງເສິ່ງ ທີ່ມີອາຍຸກາຍ70ປີແລ້ວນັ້ນກໍລ້ວນແຕ່ຮູ້ສຶກອົບອຸ່ນໃຈຢ່າງເຕັມປ່ຽມທຸກເທື່ອ.

  

ຕອນເຊົ້າວັນທີ 21 ກໍລະກົດປີ2013, ຢູ່ນະຄອນອູຮັ້ນທີ່ເປັນເມືອງແຄມນ້ຳ ກຳລັງມີຝົນຕົກໜັກທີ່ສຸດ.

  

ຢູ່ເຂດທ່າກຳປັ່ນຕູ້ຄອນເທັນເນີຢາງໂລທ່າໃໝ່ອູຮັ້ນທີ່ຝັ່ງເໜືອແມ່ນ້ຳຢັງເຊໄດ້ຕ້ອນຮັບແຂກພິເສດທ່ານໜຶ່ງ ຄື: ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ. ພາຍຫຼັງລົງເຮືອບິນແລ້ວ,ເພິ່ນກໍໄດ້ເດີນທາງໄປເຖິງທ່າກຳປັ່ນແຫ່ງນີ້ທັນທີ ຖືເປັນການເປີດສາກການສຳຫຼວດກວດກາວຽກງານຢູ່ແຂວງຫູເປີຍເປັນເວລາ 3 ວັນ.

  

ທ່າກຳປັ່ນ ປຽບເໝືອນ “ຕາຕະລາງຄວາມກົດດັນອາກາດສະເພາະການພະຍາກອນອາກາດ” ສຳລັບສະພາບເສດຖະກິດແຫ່ງຊາດ. ນະຄອນອູຮັ້ນຕັ້ງຢູ່ຈຸດສຳຄັນປານກັບ “ໝາກຫົວໃຈ”ຂອງພູມສາດເສດຖະກິດຈີນ ເຊິ່ງເປັນສູນກາງດ້ານຄົມມະນາຄົມທາງນ້ຳ, ທາງບົກ ແລະທາງອາກາດທີ່ສຳຄັນຂອງປະເທດຈີນ ພ້ອມທັງເປັນໃຈກາງການຂົນສົ່ງຍ່ານກາງແລະຍ່ານໃຕ້ແມ່ນ້ຳຢັງເຊ.

  

ເວລານັ້ນ ຫ່າງຈາກມື້ໄຂກອງປະຊຸມຄົບຄະນະຄັ້ງທີສາມຂອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ18ຍັງເຫຼືອເວລາບໍ່ຮອດ4ເດືອນ, ການລົງຮາກຖານເພື່ອສຳຫຼວດຄົ້ນຄວ້າ, ຮັບຮູ້ສະພາບການພັດທະນາຂອງທ່າກຳປັ່ນ ເຊິ່ງບໍ່ພຽງແຕ່ສາມາດສຳຜັດກັບສະພາບການພັດທະນາເສດຖະກິດຈີນຢ່າງແຂງແຮງເທົ່ານັ້ນ, ຍັງສາມາດຊອກຫາ “ແຫຼ່ງຫົວຄິດ” ໃນການສ້າງນະໂຍບາຍຢ່າງມີວິທະຍາສາດໃຫ້ໄດ້. ສະນັ້ນ, ການສຳຫຼວດກວດກາວຽກງານເທື່ອນີ້ຂອງທ່ານສີຈິ້ນຜິງຈິ່ງມີຄວາມໝາຍສຳຄັນພິເສດ.

  

ກ່ອນອື່ນ, ທ່ານສີຈິ້ນຜິງໄດ້ໄປເຖິງຫ້ອງສູນບັນຊາຄວບຄຸມກິດຈະການເຂດທ່າກຳປັ່ນ, ພາຍຫຼັງຮັບຟັງການລາຍງານກ່ຽວກັບສະພາບການກໍ່ສ້າງເຂດທ່າກຳປັ່ນແລ້ວ, ເພິ່ນໄດ້ສອບຖາມດ້ວຍຄວາມເອົາໃຈໃສ່ວ່າ: “ມາດຕະຖານການເດີນເຮືອແລ່ນຜ່ານເຂື່ອນຊ່ານເຊຍແມ່ນຂະໜາດເທົ່າໃດ?” “ເງື່ອນໄຂລຳນ້ຳເດີນເຮືອຍ່ານເໜືອແລະຍ່ານໃຕ້ຂອງອູຮັ້ນເປັນແນວໃດ?”

  

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຄະນະກຳມະການຄຸ້ມຄອງທ່າໃໝ່ອູຮັ້ນໄດ້ຕອບຄຳຖາມຂອງທ່ານສີຈິ້ນຜິງທຸກຂໍ້, ຜູ້ຮັບຜິດຊອບທ່ານນີ້ໄດ້ເລົ່າຄືນຫຼັງວ່າ: “ທ່ານເລຂາທິການໃຫຍ່ໄດ້ສອບຖາມຢ່າງລະອຽດແບບມືອາຊີບ, ເພິ່ນໄດ້ໃຫ້ຄວາມສຳຄັນແລະເອົາໃຈໃສ່ເປັນພິເສດຕໍ່ການພັດທະນາລຳນ້ຳຄຳຢູ່ແມ່ນ້ຳຢັງເຊແລະຂະແໜງການຈໍລະຈອນສິນຄ້າທີ່ທັນສະໄໝ”

 

ພາຍຫຼັງອອກຈາກຫ້ອງສູນບັນຊາຄວບຄຸມກິດຈະການເຂດທ່າກຳປັ່ນແລ້ວ, ທ່ານສີຈິ້ນຜິງໄດ້ຂີ່ລົດເດີນທາງໄປທ່າກຳປັ່ນ. ເວລານັ້ນ,ລົມພັດແຮງແລະຝົນຕົກໜັກ, ຢູ່ທ່າກຳປັ່ນໄດ້ມີນ້ຳຝົນອັ່ງຢູ່ຕາມພື້ນດິນແລ້ວ.

  

ລົດໄດ້ຈອດຢູ່ທ່າກຳປັ່ນ, ທ່ານສີຈິ້ນຜິງກໍ້ຂາໂສ້ງຂຶ້ນແລ້ວລົງລົດ, ກັ້ງຄັນຫົ່ມແລ້ວຍ່າງໄປທາງໜ້າໂດຍບໍ່ສົນໃຈກັບນ້ຳຝົນຢູ່ເທິງພື້ນດິນ.

  

  ທ່ານກູ້ສຽງເສິ່ງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດທ່າກຳປັ່ນອູຮັ້ນໃນເວລານັ້ນໄດ້ຫວນຄືນຫຼັງວ່າ: “ນ້ຳຝົນຖ້ວມເຖິງລະດັບເຄິ່ງຂອງເກີບໜັງ, ແຕ່ທ່ານເລຂາທິການໃຫຍ່ບໍ່ໄດ້ສົນໃຈເລີຍ, ເພິ່ນຍັງອ່ຽງຄັນຫົ່ມໄປເບື້ອງຂ້ອຍ ທັງຍ່າງທັງລົມກັບຂ້ອຍ.”

 

ຄວາມເອົາໃຈໃສ່ຢ່າງອົບອຸ່ນແບບນີ້ໄດ້ສ້າງຄວາມໃກ້ຊິດແລະເປັນກັນເອງລະຫວ່າງສອງທ່ານໃນທັນທີ.

 

ທ່ານສີຈິ້ນຜິງຖາມວ່າ: “ທ່າກຳປັ່ນຢູ່ເຂດໃນປະເທດມີທ່າແຮງບົ່ມຊ້ອນໃນດ້ານການພັດທະນາແມ່ນບໍ່? ຕູ້ຄອນເທັນເນີທີ່ຈະຂົນສົ່ງໄປເຂດແຄມທະເລທາງພາກຕາເວັນອອກສຽງໃຕ້ຂອງປະເທດມີຫຼາຍບໍ່?”

  

ທ່ານກູ້ສຽງເສິ່ງຕອບວ່າ: “60%ແມ່ນຕູ້ຄອນເທນເນີການຄ້າຕ່າງປະເທດ,40%ແມ່ນການຄ້າພາຍໃນ, ທ່າກຳປັ່ນເຂດໃນປະເທດມີທ່າແຮງບົ່ມຊ້ອນຫຼາຍ.”

  

ທ່ານສີຈິ້ນຜິງຖາມອີກວ່າ: “ບັນຫາເງິນທຶນໃຊ້ສຳລັບການລົງທຶນແມ່ນໄດ້ແກ້ໄຂແນວໃດ?”

  

ທ່ານກູ້ສຽງເສິ່ງຕອບວ່າ: “ກຸ່ມບໍລິສັດທ່າກຳປັ່ນອູຮັ້ນແມ່ນຄະນະກຳມະການຊັບສິນແຫ່ງລັດອູຮັ້ນ,ກຸ່ມບໍລິສັດທ່າກຳປັ່ນສາກົນຊຽງໄຮ້ແລະພາກສ່ວນອື່ນໆຮ່ວມທຶນສ້າງຕັ້ງຂຶ້ນແລະດຳເນີນທຸລະກິດຮ່ວມກັນ.”

 

ເມື່ອຍ່າງໄປຮອດເຄື່ອງຍົກນ້ຳໜັກແຫ່ງໜຶ່ງ, ທ່ານສີຈິ້ນຜິງໄດ້ຢຸດບາດກ້າວຍ່າງແລ້ວຖາມວ່າ: “ອຸປະກອນນີ້ແມ່ນນຳເຂົ້າຈາກຕ່າງປະເທດຫຼືປະເທດເຮົາຜະລິດເອງ?”

  

ທ່ານກູ້ສຽງເສິ່ງຕອບວ່າ: “ອຸປະກອນເຫຼົ່ານີ້ແມ່ນຜະລິດຢູ່ພາຍໃນປະເທດໝົດ ແລະເປັນລະດັບແຖວໜ້າໃນໂລກ.”

  

ການສື່ສານແລກປ່ຽນກັນເທື່ອນີ້ແມ່ນຕິດແທດຕົວຈິງທີ່ສຸດ. ທ່ານກູ້ສຽງເສິ່ງເວົ້າດ້ວຍຄວາມປະທັບໃຈຢ່າງເລິກເຊິ່ງວ່າ: “ທ່ານເລຂາທິການໃຫຍ່ໄດ້ລົມກັບຂ້ອຍ10ກວ່ານາທີ ລົມແບບເປັນກັນເອງປານກັບລົມເລື່ອງລາວຊີວິດປະຈຳວັນ, ເພິ່ນເອົາໃຈໃສ່ການພັດທະນາເສດຖະກິດທີ່ສຸດ, ເບິ່ງສັງເກດໄດ້ຢ່າງລະອຽດ ແລະຄຳຖາມກໍຍິ່ງລະອຽດກວ່ານັ້ນ, ທຸກຄຳຖາມຂອງເພິ່ນແມ່ນຖາມຖືກຈຸດໝົດ.”

 

ຝົນຍິ່ງຕົກຍິ່ງແຮງ, ເສື້ອເຊີດຂອງທ່ານສີຈິ້ນຜິງໄດ້ປຽກຊຸ່ມໄປດ້ວຍນ້ຳຝົນ. ນັກຂ່າວໄດ້ເອົາກ້ອງຖ່າຍບັນທຶກພາບນີ້ ແລ້ວເອົາລົງເວັບໄຊ, ແລະຮູບນີ້ໄດ້ເຜີຍແຜ່ອອກໄປຢ່າງກວ້າງຂວາງຜ່ານທາງອິນເຕີເນັດທັນທີ.

 

 ລົງເຄື່ອນໄຫວເຮັດວຽກຢູ່ພື້ນທີ່ຕົວຈິງໂດຍຕີນຕິດດິນຕົມຈິ່ງຈະຮູ້ໄດ້ສະພາບຕົວຈິງ.ທ່ານສີຈິ້ນຜິງໄດ້ເປັນແບບຢ່າງນຳໜ້າປະຕິບັດຕົວຈິງ, ກໍ້ຂາໂສ້ງຂຶ້ນຍ່າງຕາມນ້ຳອັ່ງ, ລົງສຳຫຼວດກວດເບິ່ງສະພາບຕົວຈິງຢູ່ຮາກຖານ ເຊິ່ງໄດ້ເປັນການສອນກ່ຽວກັບການສຳຫຼວດຄົ້ນຄວ້າຢ່າງມີຊີວິດຊີວາໃຫ້ບັນດາສະມາຊິກໃນທົ່ວພັກຮັບຮູ້.

  

 ຫຼັງຈາກນັ້ນສອງມື້, ຢູ່ໃນກອງປະຊຸມສົນທະນາກັບຜູ້ນຳຂັ້ນແຂວງແລະກຳແພງນະຄອນສ່ວນໜຶ່ງ, ທ່ານສີຈິ້ນຜິງໄດ້ສະເໜີບັນຫາສຳຄັນໃນ6ດ້ານທີ່ຕ້ອງໄດ້ສຳຫຼວດຄົ້ນຄວ້າຢ່າງເລິກເຊິ່ງໃນການລົງເລິກການປະຕິຮູບຢ່າງຮອບດ້ານ, ພ້ອມທັງໄດ້ສະເໜີວິທີການແກ້ໄຂບັນຫາຕ່າງໆກ່ຽວກັບການປະຕິຮູບ.

 

ຫຼັງຈາກນັ້ນ 3 ເດືອນກວ່າ, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກກອມມູນິດຈີນຊຸດທີ18 ໄດ້ພິຈາລະນາແລະຮັບຮອງເອົາຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນວ່າດ້ວຍບາງບັນຫາສຳຄັນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານ. ເວລານັ້ນ, ຄົນທັງຫຼາຍກໍໄດ້ເຂົ້າໃຈວ່າ: ຊົ່ວຊິສ້າງໄດ້ແຜນຍຸດທະສາດອັນຍິ່ງໃຫຍ່ທີ່ມີຄວາມໝາຍສຳຄັນທາງປະຫວັດສາດສະບັບໜຶ່ງ, ສູນກາງພັກແມ່ນໄດ້ຜ່ານການລົງເລິກສຳຫຼວດຄົ້ນຄວ້າຢ່າງລະອຽດຄືແນວໃດ?

  

 ທ່ານສີຈິ້ນຜິງໄດ້ເອີ້ນ “ການສຳຫຼວດຄົ້ນຄວ້າ” ເປັນ “ມໍລະດົກອັນປະເສີດຂອງພັກກອມມູນິດຈີນ”, ເປັນ “ຄວາມສາມາດພື້ນຖານໃນການເຮັດວຽກຕ່າງໆໃຫ້ດີ” ເຊິ່ງນີ້ກໍແມ່ນຈຸດປະສົງສຳຄັນອັນໜຶ່ງທີ່ເພິ່ນໄດ້ລົງເຄືື່ອນໄຫວເຮັດວຽກຢູ່ຮາກຖານຢ່າງບໍ່ຮູ້ອິດຮູ້ເມື່ອຍ.
  

ນັບແຕ່ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ18ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດເຊິ່ງກວມເຖິງເຂດຊຸມຊົນ, ຊົນນະບົດ, ວິສາຫະກິດ, ໂຮງຮຽນ. ຈາກເລຂາໜ່ວຍພັກບ້ານຈົນຮອດເປັນຜູ້ນຳສູງສຸດຂອງປະເທດໃຫຍ່, ທ່ານສີຈິ້ນຜິງໄດ້ເປັນແບບຢ່າງແຫ່ງການລົງເລິກສຳຫຼວດຄົ້ນຄວ້າໂດຍຕະຫຼອດ.