ພົບ​ເຫັນ​ທ່ານ​ສີ​ຈິ້ນ​ຜິງ: ເພິ່ນເປັນຜູ້ຮັກຊາດ ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ກັບປະເທດຈີນ

2022-05-27 10:23:57 cri


ປີ1985,ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກເມືອງເຈິ້ງຕິ້ງແຂວງເຫີເປີຍໃນເວລານັ້ນໄດ້ໄປຢ້ຽມຢາມອາເມຣິກາເປັນຄັ້ງທຳອິດແລະໄດ້ພັກຢູ່ເຮືອນຂອງທ່ານດະໂວຊັກ ເຊິ່ງແມ່ນຄົນອາເມຣິກາເປັນເວລາສອງຄືນຢູ່ມາສຄາທິນ. 

ປີ 2012, ທ່ານສີຈິ້ນຜິງທີ່ເປັນຮອງປະທານປະເທດຈີນໃນເວລານັ້ນໄປຢ້ຽມຢາມອາເມຣິກາແລະໄດ້ມາຮອດມາສຄາທິນອີກຄັ້ງໜຶ່ງ,ຄູ່ຜົວເມຍດະໂວຊັກທີ່່ໄດ້ຍ້າຍໄປຢູ່ລັດ ຟຣໍລີດາເປັນເວລາດົນນານແລ້ວນັ້ນໄດ້ເດີນທາງມາພົບກັບທ່ານສີຈິ້ນຜິງ.

ປີ 2015,ທ່ານສີຈິ້ນຜິງທີ່ໄດ້ເປັນປະທານປະເທດຈີນແລ້ວນັ້ນໄດ້ເຊື້ອເຊີນຄອບຄົວ ດະໂວຊັກ ມາຮ່ວມຮັບປະທານອາຫານຄ່ຳຢູ່ຫໍຮັບແຂກເມືອງຕ້ຽວຢູຖາຍ.ໃນ ສາຍຕາຂອງຄອບຄົວດະໂວຊັກ, ເຖິງວ່າທ່ານສີຈິ້ນຜິງເປັນຜູ້ນຳລະດັບສູງສຸດ, ແຕ່ເພິ່ນຍັງແມ່ນຜູ້ທີ່ມີຄວາມກະຕືລິລົ້ນແລະຈິງໃຈ.ໃນການແລກປ່ຽນຄວາມຄິດຄວາມເຫັນ,ທ້າວກາຣີ ດະໂວຊັກ ລູກຊາຍເຈົ້າຂອງເຮືອນຮູ້ສຶກວ່າ: “ທ່ານສີຈິ້ນຜິງເປັນຜູ້ຮັກຊາດ,ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງເພິ່ນໃຫ້ກັບປະ ເທດຈີນ.”