ຈີນ-ມາເລເຊຍເຊັນບົດບັນທຶກຊ່ວຍຈຳສາມຝ່າຍກ່ຽວກັບການຮ່ວມມືດ້ານການຄົ້ນຄວ້າຜະລິດວັກຊີນ

2022-05-27 14:03:28 CRI


     ວັນທີ 25 ພຶດສະພາປີ 2022 ນີ້, ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງສາມຝ່າຍ ຄື: ບໍລິສັດ CanSinoBIO ຂອງຈີນ, ສະຖາບັນຄົ້ນຄວ້າເຕັກນິກຊີວະພາບແຫ່ງຊາດມາເລເຊຍ ແລະບໍລິສັດ SolBio ຂອງມາເລເຊຍໄດ້ຈັດຂຶ້ນຢູ່ສະຖາບັນຄົ້ນຄວ້າເຕັກນິກຊີວະພາບແຫ່ງຊາດມາເລເຊຍ. ການເຊັນບົດບັນທຶກຊ່ວຍຈຳດັ່ງກ່າວເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຮ່ວມມືດ້ານການຄົ້ນຄວ້າຜະລິດວັກຊີນລະຫວ່າງຈີນ-ມາເລເຊຍໄດ້ຮັບຄວາມຄືບໜ້າຢ່າງແທ້ຈິງ.


     ທ່ານອາຊາມ ລັດຖະມົນຕີກະຊວງວິທະຍາສາດ ເຕັກນິກແລະການປະດິດສ້າງຂອງມາເລເຊຍ, ທ່ານຖາງຣຸ້ຍ ອັກຄະລັດຖະທູດຈີນປະຈຳມາເລເຊຍໄດ້ຮ່ວມກັນເປັນສັກຂີພິຍານການເຊັນບົດບັນທຶກຊ່ວຍຈຳດັ່ງກ່າວ, ທ່ານຢຸຍເຊເຟິ່ງ ຜູ້ບໍລິຫານ ຫຼື CEO ບໍລິສັດ CanSinoBIO ຂອງຈີນ ແລະທ່ານອື່ນໆໄດ້ເຂົ້າຮ່ວມພິທີຄັ້ງນີ້.