ຕາລາງລາຍການ FM93Mhz

ອາເມຣິກາຄວນຖືບັນຫາສິດທິມະນຸດເປັນແວ່ນແຍງ ແລະສຳຫຼວດຕົນເອງກ່ອນ ໃນຂະນະທີ່ອ້າງບັນຫາສິດທິມະນຸດ ແລະ ຕຳໜິປະເທດອື່ນ

2022-05-27 07:33:06 cri

 

ຫວ່າງມໍ່ໆມານີ້, ກະຊວງພາຍໃນຂອງອາເມຣິກາໄດ້ເປີດເຜີຍບົດລາຍງານພາກທີໜຶ່ງຂອງການສຳຫຼວດໂຄງການ “ຂໍ້ລິເລີ່ມຄວາມຈິງຂອງໂຮງຮຽນກິນນອນຊາວອິນເດຍແດງຂອງສະຫະລັດອາເມຣິກາ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະພາບທີ່ໂສກເສົ້າຂອງເດັກນ້ອຍຊົນເຜົ່າພື້ນເມືອງຢູ່ໂຮງຮຽນກິນນອນເຫຼົ່ານີ້ໃນຜ່ານມາ. ບົດລາຍງານສະບັບນີ້ຍັງສະແດງໃຫ້ເຫັນວ່າ: ແຕ່ປີ 1819 ຫາປີ 1969, ຢູ່ໂຮງຮຽນກິນນອນສຳລັບຊາວອິນເດຍແດງ 400 ກວ່າແຫ່ງຂອງອາເມຣິກາ, ມີເດັກນ້ອຍຊົນເຜົ່າພື້ນເມືອງໄດ້ຮັບການປະຕິບັດທີ່ບໍ່ຍຸຕິທຳ ເຊັ່ນ ການຂ້ຽນຕີ, ການກະທຳທາລຸນທາງເພດ, ຖືກບັງຄັບອອກແຮງງານ, ຂາດສານອາຫານຢ່າງຮຸນແຮງ ແລະອື່ນໆ ແລະມີເດັກນ້ອຍຫຼາຍກວ່າ 500 ຄົນເສຍຊີວິດ. ຄຽງຄູ່ກັບວຽກງານສຳຫຼວດຍັງດຳເນີນຢູ່, ຈຳນວນເດັກນ້ອຍທີ່ເສຍຊີວິດຄາດວ່າຈະບັນລຸເຖິງຫຼາຍພັນຄົນ ຫາຫຼາຍໝື່ນຄົນ. ຜູ້ຊ່ຽວຊານອາເມຣິກາກ່າວວ່າ: ຕົວເລກໃນບົດລາຍງານສະບັບທຳອິດ ເປັນພຽງຕົວເລກເລັກນ້ອຍຂອງຄວາມຈິງເທົ່ານັ້ນ.

ທີ່ຈິງແລ້ວ, ອາເມຣິກາບໍ່ຍອມຮັບປະຫວັດສາດດັ່ງກ່າວ, ຍິ່ງໄປກວ່ານັ້ນ, ອາເມຣິກາຍັງປິດເບືອນຄວາມເປັນຈິງຢ່າງເຈຕະນາ. ກ່ອນໜ້ານີ້, ລັດຖະບານອາເມຣິກາບໍ່ເຄີຍໃສ່ໃຈຕໍ່ສະພາບຄວາມຈິງຂອງໂຮງຮຽນກິນນອນເຫຼົ່ານີ້ຢ່າງຈິງຈັງ. ການສຳຫຼວດໂຮງຮຽນກິນນອນຄັ້ງນີ້ ກໍແມ່ນຍ້ອນໄດ້ຮັບຄວາມກົດດັນຈາກຊົນເຜົ່າພື້ນເມືອງ ແລະຄວາມຮຽກຮ້ອງຈາກພາຍໃນປະເທດ ແລະຕ່າງປະເທດ.

ເມື່ອທົບທວນຄືນເຖິງປະຫວັດສາດ, ລັດຖະບານອາເມຣິກາໄດ້ປະຕິບັດນະໂຍບາຍການຂ້າລ້າງເຜົ່າພັນຕໍ່ຊາວອິນເດຍແດງດ້ວຍວິທີຕ່າງໆເຊັ່ນ: ການສັງຫານໝູ່, ການຂັບໄລ່, ການເຮັດໝັນ, ການລ້າງສະໝອງ ແລະອື່ນໆ ເຊິ່ງສົ່ງຜົນໃຫ້ປະຊາກອນຊາວອິນເດຍແດງຈາກ 5 ລ້ານຄົນເມື່ອປີ 1492 ຫຼຸດລົງເຫຼືອບໍ່ຮອດ 2 ແສນ 5 ໝື່ນຄົນໃນຕົ້ນສະຕະວັດທີ 20. ອາເມຣິກາຍັງເປັນປະເທດທີ່ຄ້າຂາຍມະນຸດ ແລະຂູດຮີດແຮງງານຢ່າງໜັກໜ່ວງ, ປະຊາກອນທີ່ອາເມຣິກາຊື້ຈາກຕ່າງປະເທດ ແລະຖືກບັງຄັບອອກແຮງງານມີປະມານ 1 ແສນຄົນຕໍ່ປີ, ປັດຈຸບັນ, ຢູ່ອາເມຣິກາຢ່າງໜ້ອຍມີ 5 ແສນຄົນຖືກກົດຂີ່ເປັນຂ້າທາດ. ນອກຈາກນັ້ນ, ອາເມຣິການັ້ນເອງຍັງແມ່ນຜູ້ຊຳນິຊຳນານໃນການກັກຂັງ ແລະການທຸບຕີທຳລະມານ. ໃນຫຼາຍປີຜ່ານມານີ້, ອົງການຂ່າວລັບສູນກາງຂອງອາເມຣິກາ ຫຼື CIA ໄດ້ສ້າງຄຸກເຖື່ອນຢູ່ໃນຢ່າງໜ້ອຍ 54 ປະເທດ ແລະເຂດແຄວ້ນໃນໂລກ, ໄດ້ຄຸມຂັງ 1 ແສນຄົນ. ສາມາດເວົ້າໄດ້ວ່າ: ອາເມຣິກາເປັນປະເທດທີ່ສິດທິມະນຸດຖືກລ່ວງລະເມີດຢ່າງເປັນລະບົບ ແລະຍາວນານ

ແຕ່ວ່າ, ອາເມຣິກາບໍ່ໄດ້ເອົາຫົວຊາເລື່ອງໂຫດຮ້າຍຕ່າງໆດ້ານສິດທິມະນຸດຂອງຕົນ, ພັດໄປຊີ້ຕີນຊີ້ມືຕໍ່ປະເທດອື່ນ. ໃນໄລຍະມໍ່ໆມານີ້, ໂດຍປິ່ນອ້ອມເລື່ອງທີ່ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດຢ້ຽມຢາມປະເທດຈີນ, ທຳອິດອາເມຣິກາໄດ້ໃຊ້ກຳລັງໜີບຢ່າງເປີດເຜີຍ, ຮຽກຮ້ອງໃຫ້ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດໄປຢ້ຽມຢາມປະເທດຈີນ ໂດຍສະເພາະແມ່ນເຂດຊິນຈ່ຽງ, ເພື່ອດຳເນີນການສຳຫຼວດຂໍ້ສັນນິຖານຄວາມຜິດດ້ານສິດທິມະນຸດຂອງຈີນ. ແຕ່ໃນເວລາທີ່ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດຈະຢ້ຽມຢາມເຂດຊິນຈ່ຽງຂອງຈີນ, ທ່ານເນັດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດອາເມຣິກາພັດກ່າວວ່າ: ບໍ່ຄາດຫວັງເລີຍວ່າຈີນຈະອະນຸມັດໃຫ້ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດ ປະເມີນສິດທິມະນຸດຂອງເຂດຊິນຈ່ຽງຢ່າງຮອບດ້ານ ແລະບໍ່ໄດ້ຖືກຈຳກັດ. ກ່ອນດຳເນີນການສຳຫຼວດ, ທ່ານເນັດ ໄພຣສ໌ ພັດໄດ້ໃຫ້ຄຳລົງທ້າຍດ້ວຍຕົນເອງກ່ອນແລ້ວ.

ຖ້າເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດບໍ່ໄດ້ຢ້ຽມຢາມເຂດຊິນຈ່ຽງຂອງຈີນ, ອາເມຣິກາກໍເວົ້າວ່າ “ປະເທດຈີນສະກັດກັ້ນການສຳຫຼວດຢູ່ທ້ອງຖິ່ນ”. ເມື່ອຈີນອະນຸມັດໃຫ້ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດມາຢ້ຽມຢາມແລ້ວ, ອາເມຣິກາກໍເວົ້າວ່າ “ບໍ່ໄດ້ຄາດຫວັງຜົນຫຍັງ”. ທີ່ຈິງແລ້ວ, ສິ່ງທີ່ອາເມຣິກາຕ້ອງການນັ້ນ ບໍ່ແມ່ນຄວາມຈິງ ແລະຄວາມຍຸຕິທຳໂດຍຕະຫຼອດ, ຫາກແມ່ນຖືບັນຫາສິດທິມະນຸດເປັນບັນຫາການເມືອງ, ເປັນອາວຸດ ແລະເຄື່ອງມື. ສວຍໃຊ້ໂອກາດທີ່ເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດຢ້ຽມຢາມປະເທດຈີນ ເພື່ອຈົງໃຈສ້າງເລື່ອງກ່ຽວກັບອັນທີ່ເອີ້ນວ່າ “ບັນຫາເຂດຊິນຈ່ຽງຂອງຈີນ” ແລະໃສ່ຮ້າຍປ້າຍສີປະເທດຈີນ. ສິ່ງທີ່ອາເມຣິກາເປັນຫ່ວງຢ່າງແທ້ຈິງແມ່ນບຸກຄົນສາກົນ ລວມທັງເຈົ້າໜ້າທີ່ຂັ້ນສູງດ້ານວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ເຫັນສະພາບຄວາມຈິງຂອງເຂດຊິນຈ່ຽງ ແລ້ວຈະສົ່ງຜົນໃຫ້ຄວາມຫຼອກລວງຂອງອາເມຣິກາທີ່ໃສ່ຮ້າຍປ້າຍສີຈີນນັ້ນຖືກທຳລາຍ.

ອາເມຣິກາເມື່ອຕຳໜິປະເທດອື່ນໂດຍອ້າງບັນຫາສິດທິມະນຸດນັ້ນ ຄວນຖືບັນຫາສິດທິມະນຸດເປັນແວ່ນແຍງ ແລະສຳຫຼວດຕົນເອງສາກ່ອນ. ສິ່ງທີ່ອາເມຣິກາຄວນເຮັດນັ້ນແມ່ນສຳຫຼວດຕົນເອງກ່ຽວກັບບັນຫາສິດທິມະນຸດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດຢ່າງໜັກໜ່ວງ, ສໍາຫຼວດຕົນເອງຄືນຢ່າງຕັ້ງໃຈ ວ່າຄວນເຮັດແນວໃດໃນການແກ້ໄຂບັນຫາສິດທິມະນຸດຂອງຕົນທີ່ຊຸດໂຊມລົງຢ່າງບໍ່ຢຸດຢັ້ງ, ຫາກບໍ່ແມ່ນຊີ້ຕີນຊີ້ມືຕໍ່ປະເທດອື່ນ.