ຈີນຈະເປັນເພື່ອນບ້ານໃກ້ຄຽງທີ່ດີ ເພື່ອນມິດທີ່ດີ ແລະຄູ່ຮ່ວມມືທີ່ດີທີ່ໄວ້ເນື້ອເຊື່ອໃຈໄດ້ຂອງອາຊຽນຕະຫຼອດໄປ

2022-05-27 12:28:17 CRI


     ຜົນການສຳຫຼວດຂອງກະຊວງການຕ່າງປະເທດຍີ່ປຸ່ນສະແດງໃຫ້ເຫັນວ່າ: ອາຊຽນເຫັນວ່າ ຈີນແມ່ນປະເທດຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງອາຊຽນໃນຕໍ່ໜ້າ. ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ພຶດສະພາປີ 2022 ນີ້ວ່າ: ຈີນຈະເປັນເພື່ອນບ້ານໃກ້ຄຽງທີ່ດີ ເພື່ອນມິດທີ່ດີ ແລະຄູ່ຮ່ວມມືທີ່ດີທີ່ໄວ້ເນື້ອເຊື່ອໃຈໄດ້ຂອງອາຊຽນຕະຫຼອດໄປ.


     ທ່ານວ່າງເວີນປີ່ນກ່າວລື້ມວ່າ: ຈີນໃຫ້ບຸລິມະສິດແກ່ອາຊຽນໃນດ້ານນະໂຍບາຍການຕ່າງປະເທດກັບປະເທດອ້ອມຂ້າງຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວສະໜັບສະໜູນອາຊຽນເປັນໃຈກາງໃນອົງປະກອບຂອງພາກພື້ນຢ່າງສະເໝີຕົ້ນສະເໝີປາຍ, ຖະໜອມຫວງແຫນແລະປົກປັກຮັກສາໂຄງປະກອບແລະໝາກຜົນຂອງການຮ່ວມມືໃນພາກພື້ນທີ່ໄດ້ຈໍ່ຕົວຂຶ້ນເປັນກ້າວໆໃນເວລາດົນນານມານີ້.


     ທ່ານກ່າວຕື່ມວ່າ: “ບົດຮຽນອັນລ້ຳຄ່າທີ່ໄດ້ຮັບໃນ 30 ກວ່າປີຜ່ານມາພາຍຫຼັງຈີນ-ອາຊຽນສ້າງການພົວພັນສົນທະນາກັນເປັນຕົ້ນມາ, ກໍ່ຄື: ສອງຝ່າຍຍຶດໝັ້ນການປົກປັກຮັກສາສັນຕິພາບ, ຄັດຄ້ານການສ້າງຄວາມວຸ້ນວາຍແລະກໍ່ສົງຄາມ, ຍຶດໝັ້ນການຮ່ວມມືດ້ວຍຄວາມສາມັກຄີ, ຄັດຄ້ານການຕໍ່ຕ້ານກັນແລະເປັນປໍລະປັກກັນ, ຍຶດໝັ້ນຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ, ຄັດຄ້ານລັດທິເຈົ້າອຳນາດ, ຍຶດໝັ້ນການເປີດປະຕູແລະຄວາມໂອບເອື້ອອາລີ, ຄັດຄ້ານການແບ່ງແຍກແລະປັດປ່າຍໃຜຜູ້ອື່ນ. ຈີນຍິນດີຮ່ວມກັບອາຊຽນ, ສ້າງການພົວພັນຄູ່ຍຸດທະສາດຮອບດ້ານລະຫວ່າງຈີນ-ອາຊຽນໃຫ້ດີ, ເກາະແຂນກັນກ້າວໄປສູ່ປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ ແລະປະກອບສ່ວນອັນໃໝ່ເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກຢ່າງບໍ່ຢຸດຢັ້ງ.”