ຂົງເຂດການຮ່ວມມືຂອງຊາວໜຸ່ມລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປີດກວ້າງອອກຢ່າງບໍ່ຢຸດຢັ້ງ

2022-05-28 12:35:15 CRI


ຫວ່າງກ່ອນນີ້ບໍ່ດົນ, ກິດຈະກຳເລົ່າເລື່ອງການສ້າງທຸລະກິດຂອງຊາວໜຸ່ມລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນທາງອອນລາຍ, ແລະກິດຈະກຳຄ້າຍແລກປ່ຽນບົດຮຽນດ້ານການສ້າງທຸລະກິດຂອງຊາວໜຸ່ມລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສິ້ນສຸດລົງ.


 

ໃນກິດຈະກຳ, ທ່ານນາງຕົງເຊຍ, ຮອງເລຂາທິການສະຫະພັນຊາວໜຸ່ມແຫ່ງຊາດຈີນກ່າວວ່າ, ໃນຖານະເປັນປະເທດພວມພັດທະນາ, ບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຍິ່ງຄວນຮ່ວມທຸກຮ່ວມສຸກ ສາມັກຄີ ແລະ ຮວ່ມມືກັນຫຼາຍກວ່າຍາມໃດທີ່ຜ່ານມາ, ຮ່ວມກັນປົກປັກຮັກສາສະພາບແວດລ້ອມການພັດທະນາທີ່ມີສັນຕິພາບ ແລະສະຖຽນລະພາບທີ່ຍາດມາໄດ້ບໍ່ແມ່ນງ່າຍ, ຮ່ວມກັນສ້າງບ້ານເມືອງທີ່ສັນຕິພາບ ສະຫງົບ ຈະເລີນຮຸ່ງເຮືອງ ສວຍງາມ ແລະ ມີໄມຕີຈິດມິດຕະພາບ. ຄຽງຄູ່ກັບສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື ອາເຊັບໄດ້ເກີດມີຜົນບັງຄັບໃຊ້, ການຮ່ວມມືຈີນ-ອາຊຽນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນໄດ້ພັດທະນາກ້າວສູ່ລວງເລິກ, 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍຈະໄດ້ຕ້ອນຮັບໂອກາດແຫ່ງການປະດິດສ້າງໃໝ່ ແລະ ສ້າງທຸລະກິດໃໝ່ຢ່າງຫຼາຍກວ່າເກົ່າ ແລະ ໃໝ່ກວ່າເກົ່າ. ທ່ານນາງຕົງເຊຍໄດ້ສົ່ງເສີມໃຫ້ຊາວໜຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເພີ່ມທະວີການແລກປ່ຽນ ແລະ ຖອດຖອນບົດຮຽນນຳກັນ, ສືບທອດມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະອາຊີ, ກໍຄື ການສ້າງປະຊາຄົມຮວ່ມຊາຕາກຳຂອງມວນມະນຸດ.


 

ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນພາກພື້ນໜຶ່ງທີ່ມີພະລັງຊີວິດຊີວາຫຼາຍທີ່ສຸດໃນດ້ານການພັດທະນາເສດຖະກິດໃນໂລກ. ນັບແຕ່ການເປີດກົນໄກຮ່ວມມືລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນມາ, ການແລກປ່ຽນລະຫວ່າງຊາວໜຸ່ມໄດ້ດຳເນີນໄປຢ່າງຕໍ່ເນື່ອງ. ໂດຍສະເພາະແມ່ນຊາວໜຸ່ມທີ່ມີຈິດໃຈປະດິດສ້າງໃໝ່ ແລະ ສ້າງທຸລະກິດໃໝ່ຢ່າງເຂັ້ມແຂງນັ້ນ, ໄດ້ເປີດພື້ນທີ່ອັນກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດຂອງ 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.



 

ທ່ານນາງສີເມືອງ ປະທານບໍລິສັດພັດທະນາກະສິກຳ ແລະ ຂາເຂົ້າຂາອອກສີເມືອງລາວໄດ້ປະກອບຄຳເຫັນຜ່ານທາງວີດີໂອວ່າ: “ເສັ້ນທາງລົດໄຟລາວ-ຈີນສ້າງສຳເລັດ ແລະເປີດນຳໃຊ້, ໄດ້ຊຸກຍູ້ການພັດທະນາຂອງສອງປະເທດກ້າວເຂົ້າສູ່ໂຄຈອນທີ່ສະໜິດແໜ້ນກວ່າເກົ່າ, ຜູ້ສ້າງທຸລະກິດຊາວໜຸ່ມພວກເຮົາກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ.” ບໍລິສັດຂອງນາງສີເມືອງໄດ້ຮ່ວມມືກັບວິສາຫະກິດຈີນໃນໂຄງການກວດກາແລະ ກວດກັນພະຍາດ, ຍັງໄດ້ຮູ້ຈັກກັບນັກທຸລະກິດຫຼາຍທ່ານທີ່ໄປລົງທຶນຢູ່ລາວ, ໄດ້ກາຍເປັນສື່ກາງໃນການຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

 

ຕາມຂ່າວໃຫ້ຮູ້ວ່າ, ນັບແຕ່ປີ 2001 ເປັນຕົ້ນມາ, ສະຫະພັນຊາວໜຸ່ມແຫ່ງຊາດຈີນ ແລະອົງການຈັດຕັ້ງຊາວໜຸ່ມບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມມືກັນຈັດກິດຈະກຳແລກປ່ຽນມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໂດຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ການປະດິດສ້າງໃໝ່, ການສ້າງທຸລະກິດໃໝ່, ການອະນຸລັກສິ່ງແວດລ້ອມນິເວດ, ການຮ່ວມມືດ້ານສື່ມວນຊົນ, ຫົວຄິດປະດິດສ້າງດ້ານວັດທະນະທຳ ແລະອື່ນໆ.