ການຮ່ວມກັນລາດຕະເວນປະຕິບັດກົດໝາຍຢູ່ແມ່ນ້ຳຂອງຄັ້ງທີ 117 ລະຫວ່າງຈີນ, ລາວ, ໄທ ແລະ ມຽນມາ ໄດ້ສຳເລັດຜົນຢ່າງຈົບງາມ

2022-05-28 15:36:25 cri


ຕອນເຊົ້າ 11 ໂມງຂອງວັນທີ 27 ພຶດສະພານີ້, ເຮືອປະຕິບັດກົດໝາຍ 2 ລຳຂອງຈີນໄດ້ຈອດເຮືອຢູ່ກິ່ງແຂວງສິບສອງພັ່ນນາຂອງແຂວງຢຸນນານຈີນຢ່າງສຳເລັດຜົນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຮ່ວມກັນລາດຕະເວນປະຕິບັດກົດໝາຍຢູ່ແມ່ນ້ຳຂອງຄັ້ງທີ 117 ລະຫວ່າງຈີນ, ລາວ, ໄທ ແລະມຽນມາ ໄດ້ສຳເລັດຜົນຢ່າງຈົບງາມ.

ການເຄື່ອນໄຫວຄັ້ງນີ້ໄດ້ດຳເນີນເປັນເວລາ 4 ມື້ 3 ຄືນ, ໄດ້ເດີນເຮືອນຫຼາຍກວ່າ 600 ກິໂລແມັດ, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ສົ່ງເຮືອປະຕິບັດກົດໝາຍລວມທັງໝົດ 4 ລຳ ແລະຕຳຫຼວດປະຕິບັດກົດໝາຍ 84 ຄົນ ໂດຍໄດ້ຮ່ວມກັນປະຕິບັດໜ້າທີ່ຢູ່ຈຸດສຳຄັນຕາມເຂດລ້ອງແມ່ນ້ຳຂອງ ເພື່ອໂຈມຕີການກະທຳຂ້າມຊາດທຸກຮູບແບບທີ່ຜິດກົດໝາຍຢູ່ແມ່ນ້ຳຂອງ, ປົກປັກຮັກສາຄວາມປອດໄພແລະຄວາມໝັ້ນຄົງຂອງເຂດລ້ອງແມ່ນ້ຳຂອງ.