ໂຄສົກສູນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທຕິດເຊື້ອພະຍາດໂຄວິດ-19

2022-05-29 15:08:26 cri

      ວັນທີ 28 ພຶດສະພານີ້, ທ່ານ ທະວີສິນ    ໂຄສົກສູນຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານໄທໄດ້ແຈ້ງຜ່ານທາງສື່ສັງຄົມອອນລາຍວ່າ: ຜົນການກວດຫາເຊື້ອໄວຣັດໂຄວິດ-19 ຂອງຕົນເປັນຜົນບວກ,ນອກຈາກເຈັບຄໍໜ້ອຍໜຶ່ງແລ້ວ,ບໍ່ມີອາການອື່ນແຊກຊ້ອນ,ຄາດວ່າຕ້ອງກັກບໍລິເວນຢູ່ໃນເຮືອນແລະຮັບການປິ່ນປົວເປັນເວລາປະມານ 10 ວັນກໍ່ສາມາດກັບໄປເຮັດວຽກໄດ້ເປັນປົກກະຕິ.

      ວັນທີ 28 ພຶດສະພານີ້, ສູນດັ່ງກ່າວໄດ້ແຈ້ງໃຫ້ຮູ້ວ່າ: ໃນມື້ດຽວກັນ, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຢູ່ໄທມີ 4.488 ກໍລະນີ, ຜູ້ເສຍຊີວິດເພີ່ມໃໝ່ຍ້ອນຕິດເຊື້ອພະຍາດໂຄວິດ-19 ມີ 38 ກໍລະນີ, ລວມຜູ້ຕິດເຊື້ອມີທັງໝົດ 4.438.999 ກໍລະນີ, ຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ມີທັງໝົດ 29.948 ກໍລະນີ.