ປະເທດທີ່ກະຫາຍສົງຄາມທີ່ສຸດໃນໂລກ

2022-05-29 21:57:41 cri

ທ່ານຈີມມີ ຄາເຕີ ອະດີດປະທານາທິບໍດີອາເມຣິກາເຄີຍເວົ້າວ່າ: ອາເມຣິກາເປັນປະເທດທີ່ກະຫາຍສົງຄາມທີ່ສຸດໃນໂລກ. ນັບແຕ່ສະຖາປະນາຂຶ້ນໃນປີ 1776 ເປັນຕົ້ນມາ, ສົງຄາມທີ່ອາເມຣິກາກໍ່ຂຶ້ນ ຫຼືອາເມຣິກາມີສ່ວນຮ່ວມນັ້ນ ມີເຖິງ 200 ກວ່າຄັ້ງ; ຫຼັງຈາກສົງຄາມໂລກ ຄັ້ງທີ 2 ສິ້ນສຸດລົງແລ້ວ ບໍ່ມີປະທານາທິບໍດີອາເມຣິກາຄົນໃດເປັນ ປະທານາທິບໍດີສັນຕິພາບ” ເລີຍ. ຫວຽດນາມ, ອັຟການິສຖານ, ຊີຣີ, ເຢເມນ... ອາເມຣິກາໄດ້ສົ່ງທະຫານໄປທົ່ວໂລກ, ເຮັດໃຫ້ໂລກນີ້ປະສົບໄພສົງຄາມເລື້ອຍໆ, ຊີວິດ ແລະຊັບສິນຖືກທຳລາຍເປັນຈຳນວນຫຼວງຫຼາຍ.