ເຮັດໃຫ້ເດັກນ້ອຍເຍົາວະຊົນເຕີບໃຫຍ່ຢ່າງເຂັ້ມແຂງ

2022-05-30 15:00:08 cri



ຖ້າເຍົາວະຊົນເຂັ້ມແຂງຂຶ້ນ ປະເທດຊາດກໍຈະເຂັ້ມແຂງ. ການເຮັດໃຫ້ເດັກນ້ອຍເຍົາວະຊົນເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງ ແມ່ນສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ມາໂດຍຕະຫຼອດ, ຈາກການກິນອີ່ມນຸ່ງອຸ່ນ ຈົນຮອດສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈເຂັ້ມແຂງ, ຈາກການສຶກສາໃນໂຮງຮຽນ ຈົນຮອດພຶດຕິກຳໃນສັງຄົມ, ບໍ່ວ່າເລື່ອງໃຫຍ່ເລື່ອງນ້ອຍຂອງເດັກນ້ອຍເຍົາວະຊົນ ລ້ວນແຕ່ເປັນສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ຢູ່ສະເໝີ. ເນື່ອງໃນໂອກາດວັນທີ 1 ມິຖຸນາວັນເດັກນ້ອຍສາກົນໝູນວຽນມາເຖິງ, ພວກເຮົາຈະແນະນຳໃຫ້ຮູ້ເລື່ອງລາວອົບອຸ່ນທີ່ທ່ານສີຈິ້ນຜິງເອົາໃຈໃສ່ການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນ.

 

ນັກຮຽນ1: ພໍ່ເຖົ້າສີໄດ້ລູບຫົວຂ້ອຍ, ມືຂອງພໍ່ເຖົ້າຈັ່ງແມ່ນອົບອຸ່ນຫຼາຍ.

 

ນັກຮຽນ 2:ຂ້ອຍໄດ້ເລົ່ານິທານ “ສີລາລືກທີ່ສະຫງ່າຜ່າເຜີຍ” ສູ່ພໍ່ເຖົ້າສີຟັງ, ຈັ່ງແມ່ນດີໃຈແທ້ເດ.

 

ນັກຮຽນ 3: ພໍ່ເຖົ້າສີສັ່ງສອນໃຫ້ພວກເຮົາເຕີບໃຫຍ່ຂຶ້ນແລ້ວກາຍເປັນຜູ້ທີ່ມີຜົນປະໂຫຍດຕໍ່ກັບປະເທດຊາດ.

 



ວັນທີ 16 ກັນຍາປີ 2020, ພວກນັກຮຽນຢູ່ໂຮງຮຽນປະຖົມເຂດທີ 1 ຕາແສງເຜົ່າຢ້າວເວີນມິງເມືອງຣູເສີງໄດ້ພົບກັບພໍ່ເຖົ້າສີທີ່ມີຄວາມເປັນກັນເອງ ແລະສະໜິດສະໜົມທີ່ສຸດ. ໃນມື້ນັ້ນ, ທ່ານສີຈິ້ນຜິງທີ່ພວມສຳຫຼວດກວດກາວຽກງານຢູ່ແຂວງຫູນານ ໄດ້ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມກອງທັບແດງແຫ່ງນີ້ເປັນການສະເພາະ, ເພິ່ນຍ່າງເຂົ້າໄປໃນຫ້ອງຮຽນ ເພື່ອຂຶ້ນຫ້ອງຮຽນວິຊາການເມືອງແນວຄິດກັບຫຼານນ້ອຍນັກຮຽນທັງຫຼາຍ, ຮ່ວມກັນທົບທວນຄືນເລື່ອງລາວທີ່ເກີດຂຶ້ນບົນເສັ້ນທາງເຄື່ອນທັບທາງໄກຂອງກອງທັບແດງເມື່ອ 80 ກວ່າປີກ່ອນ. ທ່ານສີຈິ້ນຜິງໄດ້ເວົ້າສູ່ພວກເດັກນ້ອຍຟັງແບບສະໜິດສະໜົມກັນວ່າ:

 

“ພວກຫຼານນ້ອຍໄດ້ຮຽນຮູ້ເລື່ອງລາວວິລະຊົນໃນສະໄໝການເຄື່ອນທັບທາງໄກເຫຼົ່ານີ້ມາຕັ້ງແຕ່ນ້ອຍ, ພໍ່ເຖົ້າຮູ້ສຶກດີໃຈຫຼາຍ. ພາລະກິດປະຕິວັດ ແລະເສັ້ນທາງຂອງພວກເຮົາຈະໄດ້ຮັບການສືບທອດຕໍ່ໆກັນໄປທຸກເຊັ່ນຄົນ. ເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ພໍ່ເຖົ້າຄິດວ່າຈະບັນລຸຜົນເປັນຈິງໃນລຸ້ນພວກຫຼານ.”

 

ການເຮັດໃຫ້ມູນເຊື້ອປະຕິວັດໄດ້ຮັບການສືບທອດໄປທຸກໆເຊັ່ນຄົນ, ນີ້ແມ່ນຄຳສັ່ງສອນທີ່ຈິງໃຈຂອງທ່ານສີຈິ້ນຜິງທີ່ມີຕໍ່ເດັກນ້ອຍເຍົາວະຊົນ. ໃນວັນເດັກນ້ອຍສາກົນທີ 1 ມິຖຸນາ ປີ 2018, ທ່ານສີຈິ້ນຜິງເຄີຍຕອບຈົດໝາຍສົ່ງຄືນໃຫ້ກັບນັກຮຽນຢູ່ໂຮງຮຽນປະຖົມກອງທັບແດງຂອງແຂວງສ້ານຊີ່, ສົ່ງເສີມໃຫ້ຫຼານ  ນ້ອຍນັກຮຽນ ຮຽນເອົາຄວາມຮູ້ດ້ານປະຫວັດສາດກ່ຽວກັບການປະຕິວັດ ການກໍ່ສ້າງ ແລະ ການປະຕິຮູບຂອງຈີນໃຫ້ຫຼາຍ, ຮ່ຳຮຽນເອົາແບບຢ່າງຂອງວິລະຊົນ, ຮັກພັກ ຮັກປະເທດຊາດ ແລະຮັກປະຊາຊົນ, ໃຊ້ການກະທຳຕົວຈິງເພື່ອສືບທອດມູນເຊື້ອປະຕິວັດຕໍ່ໆກັນໄປທຸກເຊັ່ນຄົນ.

 

ທ່ານສີຈິ້ນຜິງກ່າວວ່າ: “ເຖິງຈະທຸກຍາກແນວໃດກໍຕາມ ກໍຈະບໍ່ຄວນໃຫ້ການສຶກສາໄດ້ຮັບຜົນກະທົບ, ເຖິງຈະທຸກຍາກສ່ຳໃດກໍຕາມ, ກໍຈະບໍ່ປ່ອຍໃຫ້ເດັກນ້ອຍໄດ້ຮັບຄວາມລຳບາກ. ບໍ່ຄວນໃຫ້ເດັກນ້ອຍເສຍໂອກາດຢູ່ເສັ້ນເລີ່ມຕົ້ນ. ພະຍາຍາມເຮັດໃຫ້ເດັກນ້ອຍທຸກຄົນລ້ວນແຕ່ມີໂອກາດສ້າງຊີວິດທີ່ດີງາມ.”

 

ໃນຕົ້ນປີ 2021,  ຈີນໄດ້ປະກາດວ່າ: ບັ້ນລຶບລ້າງຄວາມທຸກຍາກໄດ້ຮັບໄຊຊະນະຢ່າງຮອບດ້ານ. ເມື່ອຫວນຄືນເສັ້ນທາງແຫ່ງການລຶບລ້າງຄວາມທຸກຍາກໃນ 8 ປີທີ່ຜ່ານມາ, ການພັດທະນາວຽກງານການສຶກສາຂັ້ນພື້ນຖານຢູ່ເຂດທຸກຍາກໃຫ້ດີ ແມ່ນວຽກງານທີ່ພັກ ແລະ ລັດຖະບານຈີນຍຶດໝັ້ນຊຸກຍູ້ປະຕິບັດດ້ວຍຄວາມພະຍາຍາມຢ່າງບໍ່ລົດລະ. ທ່ານສີຈິ້ນຜິງເຄີຍຊີ້ແຈງມາຫຼາຍເທື່ອແລ້ວວ່າ: ການຫຼຸດຜ່ອນຄວາມທຸກຍາກ ຕ້ອງຊ່ວຍບຳລຸງສ້າງສະຕິປັນຍາ, ຕ້ອງເຮັດໃຫ້ພວກເດັກນ້ອຍຢູ່ເຂດທຸກຍາກໄດ້ຮັບການສຶກສາທີ່ດີ. ໃນເວລາທີ່ສຳຫຼວດກວດກາວຽກງານພາຍໃນປະເທດ, ທ່ານສີຈິ້ນຜິງມັກເຂົ້າໄປຢ້ຽມຢາມໂຮງຮຽນຢູ່ເລື້ອຍໆ, ເພື່ອຮັບຮູ້ສະພາບການຮ່ຳຮຽນ ແລະ ການດຳລົງຊີວິດຕົວຈິງຂອງພວກເດັກນ້ອຍ.

 



ວັນທີ 15 ພຶດສະພາປີ2019, ທ່ານສີຈິ້ນຜິງຢ້ຽມຢາມໂຮງຮຽນປະຖົມຕາແສງຈົ່ງຢີ້ເມືອງປົກຄອງຕົນເອງເຜົ່າທູເຈ່ຍສືຈູ້ກຳແພງນະຄອນຈຸ່ງກິ່ງ

 

ຢູ່ໂຮງຮຽນປະຖົມຕາແສງຈົ່ງຢີ້ ເຊິ່ງເປັນບ່ອນຫ່າງໄກຂອງເຂດພູດອຍ, ທ່ານສີຈິ້ນຜິງໄດ້ກວດກາເບິ່ງໂຮງອາຫານຂອງໂຮງຮຽນຢ່າງລະອຽດ, ແລະຊອກຮູ້ວ່າ: ເງິນອຸດໜູນຄ່າອາຫານສຳລັບນັກຮຽນມີຫຼາຍປານໃດ? ອາຫານເປັນແນວໃດ? ທ່ານຍັງໄດ້ຊີ້ນຳໃຫ້ຄູຢ່າງລະອຽດວ່າ:

 

“ຫຼານນ້ອຍເຫຼົ່ານີ້ລ້ວນແຕ່ເປັນທີ່ຮັກແພງຂອງຄອບຄົວເຂົາເຈົ້າ, ການເຮັດແນວໃດຈຶ່ງຈະສາມາດສັ່ງສອນ ແລະ ຄຸ້ມຄອງເຂົາເຈົ້າໃຫ້ໄດ້ດີຢູ່ແຫ່ງນີ້, ພວກສະຫາຍແມ່ນຄູສອນ ທັງແມ່ນຜູ້ປົກຄອງຊົ່ວຄາວ, ນີ້ແມ່ນໜ້າທີ່ອັນໜັກໜ່ວງ, ກ່ອນອື່ນໝົດແມ່ນເລື່ອງຄວາມປອດໄພ ເຊິ່ງລວມມີຄວາມປອດໄພໃນໂຮງຮຽນ, ແລະ ຄວາມປອດໄພດ້ານອາຫານ.”

 

ສຸຂະພາບທາງດ້ານຮ່າງກາຍ ແລະຈິດໃຈຂອງເດັກນ້ອຍເຍົາວະຊົນແມ່ນພົວພັນເຖິງອະນາຄົດຂອງປະເທດ ແລະ ຊົນຊາດ. ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນປີ 2022, ຕໍ່ກັບຄວາມເປັນຫ່ວງຂອງຜູ້ປົກຄອງທີ່ເກີດຂຶ້ນຈາກແນວຄິດທີ່ເຫັນແຕ່ຄະແນນການສອບເສັງນັ້ນ, ທ່ານສີຈິ້ນຜິງໄດ້ຕັກເຕືອນໃຫ້ພໍ່ແມ່ຜູ້ປົກຄອງຕ່າງໆຮູ້ວ່າ: ຄວນຕິດຕາມເອົາໃຈໃສ່ບັນຫາດ້ານຈິດໃຈຂອງເດັກນ້ອຍຕື່ມອີກ.

 

ທ່ານກ່າວວ່າ:“ການສຶກສາ, ບໍ່ວ່າແມ່ນການສຶກສາໃນໂຮງຮຽນ ຫຼື ການສຶກສາໃນຄອບຄົວ, ກໍບໍ່ຄວນເນັ້ນໃສ່ແຕ່ຄະແນນການສອບເສັງຫຼາຍເກີນໄປ. ຄະແນນແມ່ນຜົນຊົ່ວຄາວ, ໃນທີ່ສຸດຖ້າບໍ່ໄດ້ສ້າງບຸກຄະລິກກະພາບທີ່ປອດໃສ ແລະ ສົມບູນ, ແມ່ນບໍ່ໄດ້.”

 

ສຳລັບບັນຫາທີ່ນັກຮຽນຈີນມີອາການສາຍຕາສັ້ນຫຼາຍ, ທ່ານສີຈິ້ນຜິງເຄີຍໄດ້ໃຫ້ຄຳຊີ້ນຳມາຫຼາຍເທື່ອແລ້ວ, ໂດຍໃຫ້ທົ່ວສັງຄົມນຳໃຊ້ການເຄື່ອນໄຫວ, ຮ່ວມກັນຮັກສາດວງຕາຂອງເດັກນ້ອຍໃຫ້ດີ. ເມື່ອເຫັນເພື່ອນມິດນ້ອຍທີ່ໃສ່ແວ່ນຕາ, ທ່ານສີຈິ້ນຜິງທີ່ຖືຕົວເອງວ່າແມ່ນ“ເພື່ອນມິດໃຫຍ່” ມັກເຕືອນຢູ່ເລື້ອຍໆວ່າ:

 

“ປັດຈຸບັນນີ້ ພວກເດັກນ້ອຍໄດ້ໃສ່ແວ່ນຕາໂດຍທົ່ວໄປ, ຂ້າພະເຈົ້າມີຄວາມເປັນຫ່ວງເປັນໃຍ. ຍັງມີບັນຫາສຸຂະພາບທາງດ້ານຮ່າງກາຍທີ່ອ່ອນແອລົງ ເນື່ອງຈາກການອອກກຳລັງກາຍໜ້ອຍ. ຕ້ອງເຮັດໃຫ້ຈິດໃຈມີຄວາມສິວິໄລ, ຮ່າງກາຍມີຄວາມເຂັ້ມແຂງ. ສຳລັບ “ການສ້າງຮ່າງກາຍທີ່ເຂັ້ມແຂງ” ຢູ່ທີ່ນີ້, ຂ້າພະເຈົ້າໝາຍເຖິງການອອກກຳລັງກາຍເພື່ອສ້າງສຸຂະພາບທີ່ເຂັ້ມແຂງ.”

 



ວັນທີ 30 ມີນາປີ2022, ທ່ານສີຈິ້ນຜິງໄດ້ຮ່ວມກັບເດັກນ້ອຍທັງຫຼາຍເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຢູ່ນະຄອນຫຼວງປັກກິ່ງ

 

ນັບແຕ່ປີ 2013 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຢູ່ນະຄອນຫຼວງປັກກິ່ງໃນທຸກໆປີ, ຮ່ວມກັນກັບພວກເດັກນ້ອຍເຍົາວະຊົນ, ຂຸດຂຸມ ຊວ້ານດິນ ຫົດນ້ຳ ແລະປູກຕົ້ນໄມ້. ໃນເວລາທີ່ປູກຕົ້ນໄມ້, ທຸກເທື່ອເພິ່ນກໍໄດ້ສັ່ງສອນໃຫ້ພວກເດັກນ້ອຍວ່າ: ຕ້ອງເພີ່ມທະວີການອອກກຳລັງກາຍ, ເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງຄືກັນກັບເບ້ຍໄມ້ນ້ອຍ.ທ່ານກ່າວວ່າ:

 

“ຫຼານນ້ອຍຮຸ່ນຕໍ່ໄປ, ຂ້າພະເຈົ້າສົ່ງເສີມໃຫ້ພວກຫຼານນ້ອຍເພີ່ມທະວີການອອກກຳລັງກາຍຢູ່ກາງແຈ້ງ ແລະ ນອກໂຮງຮຽນ, ໃນມື້ໜ້າມາປູກຕົ້ນໄມ້ຢູ່ທີ່ນີ້ເລື້ອຍໆ, ພວກຫຼານນ້ອຍເໝືອນກັບເບ້ຍໄມ້ນ້ອຍ, ຂໍອວຍພອນໃຫ້ພວກຫຼານນ້ອຍເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງເດີ້.”