ອິນໂດເນເຊຍກອບກູ້ຜູ້ປະສົບໄພໃນອຸບັດເຫດເຮືອຫຼົ້ມໄດ້ອີກ14ຄົນ

2022-05-30 17:27:27 cri


ວັນທີ29ພຶດສະພານີ້, ນັກກູ້ໄພຂອງອິນໂດເນເຊຍກ່າວວ່າ: ເຂົາເຈົ້າໄດ້ກອບກູ້ຜູ້ປະສົບໄພໄດ້ອີກ14ຄົນໃນອຸບັດເຫດເຮືອຫຼົ້ົມຢູ່ເຂດມໍ່ກັບແຂວງຊູລາເວສີໃຕ້ໃນຫວ່າງມໍ່ໆນີ້. ປັດຈຸບັນ ຍັງມີຜູ້ຫາຍສາບສູນອີກ11ຄົນ.

ໃນວັນທີ26ພຶດສະພານີ້, ເຮືອຂົນສົ່ງທີ່ບັນຈຸໄດ້42ຄົນເກີດອຸບັດເຫດຫຼົ້ມຢູ່ເຂດມໍ່ກັບແຂວງຊູລາເວສີໃຕ້ປະເທດອິນໂດເນເຊຍ,ຄົນໃນເຮືອຕົກລົງນ້ຳໝົດ. ມາຮອດວັນທີ28ພຶດສະພານີ້, ເຮືອທີ່ແລ່ນຜ່ານເຂດນັ້ນໄດ້ຊ່ວຍກອບກູ້ຜູ້ປະສົບໄພໄດ້17ຄົນແລະຍັງມີຜູ້ຫາຍສາບສູນ25ຄົນ.

   ວັນທີ29ພຶດສະພານີ້, ເຈົ້າໜ້າທີ່ພະແນກກອບກູ້ຂອງແຂວງຊູລາເວສີໃຕ້ເປີດເຜີຍໃຫ້ຮູ້ວ່າ: ມື້ດຽວກັນ ພະແນກດັ່ງກ່າວໄດ້ຮ່ວມກັບກອງທັບເຮືອອິນໂດເນເຊຍແລະຝ່າຍຕຳຫຼວດທ້ອງຖິ່ນລວມ100ກວ່າຄົນ, ພ້ອມທັງເຮລິກົບແຕລຳໜຶ່ງແລະກ່ຳປັ່ນຫຼາຍລຳ ໄດ້ເຂົ້າຮ່ວມການຊ່ວຍກອບກູ້. ຜູ້ປະສົບໄພທີ່ໄດ້ຮັບການກອບກູ້ໄດ້ຖືກສົ່ງໄປຕິດຕາມເບິ່ງອາການແລະປີ່ນປົວຢູ່ທ່າເຮືອໃກ້ຄຽງແລ້ວ.