ຄວາມຊົງຈຳຍາມໄວເດັກຂອງຊາວຈີນຫຼາຍຮຸ່ນຄົນ

2022-05-31 15:45:12 cri

ວັນເດັກນ້ອຍສາກົນ “1 ມິຖຸນາ” ແມ່ນວັນທີ່ພວກເດັກນ້ອຍມ່ວນຊື່ນທີ່ສຸດ, ແລະກໍ່ແມ່ນວັນທີ່ຜູ້ໃຫຍ່ມັກຈະຄິດເຖິງອະດີດ. ເມື່ອແນມເບິ່ງໃບໜ້າຍິ້ມແຍ້ມແຈ່ມໃສແລະບໍລິສຸດຂອງເດັກນ້ອຍແລ້ວ, ຜູ້ໃຫຍ່ທັງຫຼາຍ ກໍມັກຈະຄິດຮອດຄວາມມ່ວນຊື່ນແບບລຽບງ່າຍໃນຍາມໄວເດັກຂອງຕົນເຫຼົ່ານັ້ນ. ເນື່ອງໃນໂອກາດວັນເດັກນ້ອຍສາກົນ “1 ມິຖຸນາ” ໝູນວຽນມາເຖິງນີ້, ພວກເຮົາຈົ່ງພ້ອມກັນຫວນຄືນສູ່ຍາມໄວເດັກ ເພື່ອທົບທວນຄືນຄວາມຊົງຈຳໃນຍາມໄວເດັກຂອງຊາວຈີນຫຼາຍຮຸ່ນຄົນ.

 

 

ວັນທີ 1 ມິຖຸນາປີ 1950, ຢູ່ທີ່ປັກກິ່ງ, ໃນວັນເດັກນ້ອຍສາກົນ “1 ມິຖຸນາ” ວັນທຳອິດຫຼັງຈາກ ສປ ຈີນສ້າງຕັ້ງຂຶ້ນ, ພວກເດັກນ້ອຍກຳລັງຫຼິ້ນເກມຢູ່ກາງແຈ້ງ.

 

ປີ 1951, ຢູ່ທີ່ປັກກິ່ງ, ພວກເດັກນ້ອຍກຳລັງຫຼິ້ນເກມ “ຕຶກຂວດໄມ້” ເພື່ອສະຫຼອງວັນເດັກນ້ອຍສາກົນ “1 ມິຖຸນາ”.

 

ວັນທີ 1 ມິຖຸນາປີ 1962, ນັກກິລາຂອງສະໂມສອນວິທະຍຸສະແດງການວັດແທກທິດທາງດ້ວຍວິທະຍຸໃຫ້ພວກເດັກນ້ອຍເບິ່ງ ຢູ່ສວນສາທາລະນະເປີຍໄຫນະຄອນຫຼວງປັກກິ່ງ.

 

ວັນທີ 1 ມິຖຸນາປີ 1974, ເດັກນ້ອຍປັກກິ່ງຂອງຈີນ ແລະ ເດັກນ້ອຍຄົນຕ່າງປະເທດທີ່ຢູ່ນະຄອນຫຼວງປັກກິ່ງ ຫຼິ້ນມ່ວນຊື່ນຮ່ວມກັນເພື່ອສະຫຼອງວັນເດັກນ້ອຍສາກົນ “1 ມິຖຸນາ”.

 

ໃນເດືອນພຶດສະພາປີ 1978, ຢູ່ນະຄອນສ່ານເມີນເຊຍ ແຂວງເຮີນານ ພາກກາງຂອງຈີນ, ພວກເດັກນ້ອຍຂອງໂຮງຮຽນອະນຸບານ ກຳລັງຫຼິ້ນແຂ່ງຂັນດຶງເຊືອກ.

 

ປີ 1982, ຢູ່ສູນກິດຈະກຳເດັກນ້ອຍເຍົາວະຊົນຈີນ ທີ່ປັກກິ່ງ, ພວກເດັກນ້ອຍ ກຳລັງຫຼິ້ນເກມຢ່າງມ່ວນຊື່ນນຳກັນຢູ່ໜ້າຄອມພິວເຕີ.

 

ປີ 1988, ຢູ່ປາຍເຊີ້ ເຂດກວາງຊີຈີນ,  ເດັກນ້ອຍສອງຄົນຂີ່ມ້າເຕ້ຍຢ່າງຊຳນິຊຳນານທີ່ສຸດ.

 

ວັນທີ 30 ພຶດສະພາປີ 1999, ນັກຮຽນທັງຫຼາຍຂອງເຂດພູດອຍ ແຂວງຟູຈ້ຽນ ພາກຕາເວັນອອກສຽງໃຕ້ຂອງຈີນ ໄດ້ມາຮອດສວນສາທາລະນະເດັກນ້ອຍນະຄອນຟູໂຈ່ວ ເພື່ອສະຫຼອງວັນເດັກນ້ອຍ.

 

ນທີ 30 ກັນຍາ ປີ 2002, ນັກຮຽນທັງຫຼາຍຂອງນະຄອນເຮີທຽນ ເຂດຊິ່ນຈ່ຽງຂອງຈີນເລີກຮຽນກັບບ້ານນຳກັນ.

 

ວັນທີ 22 ກໍລະກົດປີ 2004, ຢູ່ນະຄອນນານກິ່ງ ແຂວງຈ່ຽງຊູ່ ພາກຕາເວັນອອກຂອງຈີນ, ພວກເດັກນ້ອຍກຳລັງຮຽນວິທີຜະລິດເຄື່ອງປັ້ນດິນເຜົາ.

 

ວັນທີ 24 ເມສາປີ 2016, ຢູ່ນະຄອນຊີງໄທ ແຂວງເຮີເປີຍ ພາກເໜືອຂອງຈີນ, ເອື້ອຍຄູກຳລັງອະທິບາຍຄວາມຮູ້ກ່ຽວກັບການບິນອະວະກາດໃຫ້ກັບນັກ ຮຽນທັງຫຼາຍ.

 

ວັນທີ 19 ພຶດສະພາປີ 2018, ຢູ່ນະຄອນເຮີເຟີຍ ແຂວງອ່ານຮຸ່ຍ ພາກກາງຂອງຈີນ, ພວກເດັກນ້ອຍກຳລັງເບິ່ງການສະແດງຂອງຫຸ່ນຍົນ.

 

ວັນທີ 8 ທັນວາປີ 2021, ຢູ່ນະຄອນຊີ່ງຕາວ ແຂວງສ່ານຕົ່ງ ພາກຕາເວັນອອກຂອງຈີນ, ພວກເດັກນ້ອຍກຳລັງເຂົ້າຮ່ວມການແຂ່ງຂັນເຕະບານ.

 

ວັນທີ 24 ພຶດສະພາປີ 2022, ຢູ່ນະຄອນທ່າຍໂຈ່ວ ແຂວງເຈີ້ຈ່ຽງ ພາກຕາເວັນອອກຂອງຈີນ, ພວກເດັກນ້ອຍຂອງໂຮງຮຽນອະນຸບານ ກຳລັງແຕ້ມຮູບນຳກັນ ເພື່ອຕ້ອນຮັບວັນເດັກນ້ອຍສາກົນ “1 ມິຖຸນາ” ທີ່ໝູນວຽນມາເຖິງ.