ມາເລເຊຍສົ່ງສານອວຍພອນການສ້າງຕັ້ງສາຍພົວພັນທາງການທູດມາເລເຊຍ-ຈີນຄົບຮອບ 48 ປີ

2022-05-31 14:31:21 cri


ວັນທີ30ພຶດສະພານີ້ ທ່ານຈ່າງຊີ້ງຊິ້ນ ທູດພິເສດວຽກງານກ່ຽວກັບຈີນຂອງນາຍົກລັດຖະມົນຕີມາເລເຊຍໄດ້ສົ່ງສານ,ເພື່ອອວຍພອນມາເລເຊຍ-ຈີນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ48ປີ.

ເນື້ື້ອໃນສານອວຍພອນລະບຸວ່າ: ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງມາເລເຊຍມາເປັນເວລາ13ປີລຽນຕິດ, ຍອດມູນຄ່າການຄ້າລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນເມື່ອຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນປັດຈຸບັນ, ສະແດງໃຫ້ເຫັນເຖິງພະລັງຊີວິດຊີວາ ແລະຄວາມໝັ້ນໜຽວແຂງແຮງຂອງການພົວພັນທາງການທູດລະຫວ່າງສອງຊາດ.

    ເນື້ອໃນສານສະບັບນີ້ລະບຸຕື່ມວ່າ: ຄຽງຄູ່ກັບມາເລເຊຍເປີດປະຕູ ແລະ ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ບັງເກີດຜົນໃນວັນທີ18ມີນາ2022ເປັນຕົ້ນມາ, ມາເລເຊຍແລະຈີນໄດ້ປະຕິບັດອັດຕາພາສີນຳກັນຕາມສັນຍາRCEP , ເພີ່ມຄຳໝັ້ນສັນຍາໃໝ່ທີ່ເປີດຕະຫຼາດ, ຜະລິດຕະພັນສ່ວນໜຶ່ງໄດ້ຊົມໃຊ້ນະໂຍບາຍພາສີເຂົ້າດ່ານຕ່ຳ, ປັດໄຈທີ່ດີຕ່າງໆຈະຊຸກຍູ້ກຳລັງບົ່ມຊ້ອນໃນການພັດທະນາດ້ານການຄ້າສິນຄ້າລະຫວ່າງມາເລເຊຍກັບຈີນຕື່ມອີກ.