ປີນີ້ ຢູ່ມາເລເຊຍມີຄົນຕິດເຊື້ອພະຍາດປາກເປື່ອຍຫຼາຍກວ່າ 6 ໝື່ນກໍລະນີ

2022-06-01 10:43:41 cri

ວັນທີ 31 ພຶດສະພາຜ່ານມາ, ທ່ານ ໂນເອີ ຮີຊາມ ອັບດູນລາ ຜູ້ບັນຊາການສູງສຸດດ້ານສາທາລະນະສຸກມາເລເຊຍໄດ້ຊີ້ໃຫ້ເຫັນວ່າ: ມາຮອດວັນທີ 28 ພຶດສະພາຜ່ານມາ, ຢູ່ມາເລເຊຍ ມີຜູ້ຖືກບົ່ງມະຕິຕິດເຊື້ອພະຍາດປາກເປື່ອຍ 65.535 ກໍລະນີ, ໃນນັ້ນ 91% ແມ່ນເດັກນ້ອຍທີ່ມີອາຍຸບໍ່ເຖິງ 6 ປີ.

ທ່ານກ່າວຕື່ມວ່າ: ຈຳນວນຜູ້ຕິດເຊື້ອພະຍາດປາກເປື່ອຍລວມທັງໝົດ ນັບມາຮອດອາທິດທີ 21 ຂອງການແຜ່ລະບາດໃນປີນີ້ ແມ່ນຫຼາຍກວ່າໄລຍະດຽວກັນຂອງປີກາຍເຖິງ 27 ເທົ່າ; ແລະເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ແລ້ວ, ໄດ້ເພີ່ມຂຶ້ນ 1,2 ເທົ່າ. ຈຳນວນຄົນເຈັບເຫຼົ່ານີ້ ກວມ 7% ແມ່ນເດັກນ້ອຍທີ່ມີອາຍຸແຕ່ 7 ເຖິງ 12 ປີ.