ນະຄອນຊຽງໄຮ້ໄດ້ຟື້ນຟູລະບຽບການຜະລິດແລະດຳລົງຊີວິດຕາມປົກກະຕິຢ່າງຮອບດ້ານນັບແຕ່ວັນທີ1ມິຖຸນານີ້ເປັນຕົ້ນໄປ

2022-06-01 14:52:12 cri


ເລີ່ມແຕ່ວັນທີ1ມິຖຸນານີ້ເປັນຕົ້ນໄປ, ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ປ້ອງກັນຢ່າງເຂັ້ມງວດບໍ່ໃຫ້ເກີດສະພາບພະຍາດໂຄວິດ-19ລະບາດໃນລະດັບຮຸນແຮງ ແລະຮັບປະກັນໃຫ້ສາມາດຄວບຄຸມຄວາມສ່ຽງດ້ານພະຍາດໂຄວິດ-19ໄດ້, ນະຄອນຊຽງໄຮ້ໄດ້ເລີ່ມປະຕິບັດການຄຸ້ມຄອງສະພາບພະຍາດຕາມປົກກະຕິຢ່າງຮອບດ້ານ,ແລະຟື້ນຟູລະບຽບການຜະລິດແລະດຳລົງຊີວິດຕາມປົກກະຕິຢ່າງຮອບດ້ານ.