ADB ອະນຸມັດເງິນກູ້ມູນຄ່າ 250 ລ້ານໂດລາ ເພື່ອຊ່ວຍເຫຼືອຟິລິບປິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2022-06-01 10:35:39 cri


    ວັນທີ 31 ພຶດສະພາແລ້ວນີ້, ທະນາຄານພັດທະນາອາຊີ ຫຼື ADB ແຈ້ງໃຫ້ຮູ້ວ່າ: ADB ໄດ້ອະນຸມັດເງິນກູ້ລັກສະນະນະໂຍບາຍມູນຄ່າ 250 ລ້ານໂດລາ ເພື່ອຊ່ວຍເຫຼືອຟິລິບປິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສະໜັບສະໜູນຄວາມ
ພະຍາຍາມຂອງຟິລິບປິນໃນດ້ານການປ່ຽນແປງຂອງດິນຟ້າອາກາດໃຫ້ຊ້າລົງ.

ທ່ານອະຮາເມັດ ຊາອິດ ຮອງຜູ້ວ່າການ ADB ກ່າວວ່າ, ໂດຍຜະເຊີນໜ້າກັບ
ບັນຫາດິນຟ້າອາກາດປ່ຽນແປງອັນຮີບດ່ວນ, ປະເທດທັງຫຼາຍຕ້ອງສາມັກຄີກັນ, ຊອກຫາກົກຮາກຂອງບັນຫາ, ປັບປຸງວິທີແກ້ໄຂ ເຊິ່ງລວມທັງຮັບປະກັນຄວາມໝັ້ນຄົງຂອງທັນຍາຫານ, ປົກປັກຮັກສາຊີວະນາໆພັນ ແລະ ສ້າງຜົນປະໂຫຍດຫຼາຍກວ່າເກົ່າຕໍ່ກຸ່ມຄົນທີ່ດ້ອຍໂອກາດຈຳນວນຫຼາຍລ້ານຄົນນັ້ນ.

ທ່ານ ຊາອິດ ກ່າວຕື່ມວ່າ: ຟິລິບປິນໄດ້ປະຕິບັດການເຄື່ອນໄຫວດ້ານດິນຟ້າອາກາດອັນສຳຄັນ, ເຊິ່ງຈະຊ່ວຍໃຫ້ສາມາດຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຕ່າງໆ ພ້ອມທັງເຮັດໃຫ້ເສດຖະກິດຟິລິບປິນບັນລຸການຟື້ນຟູແບບສີຂຽວ ແລະ ມີຄວາມໝັ້ນທ່ຽງ.