ອາເມຣິກາຈະນໍາໃຊ້ອາວຸດນິວເຄລຍເພື່ອຮັບປະກັນຄວາມໝັ້ນຄົງຂອງຍີ່ປຸ່ນ, ຍີ່ປຸ່ນກ້າເອົາບໍ?

2022-06-01 10:23:12 cri

ວັນທີ 23 ພຶດສະພາ 2022 ນີ້, ການນຳຍີ່ປຸ່ນ ແລະ ອາເມລິກາໄດ້ອອກຖະແຫຼງການຮ່ວມພາຍຫຼັງການພົບປະລະຫວ່າງສອງຝ່າຍ ໂດຍຊີ້ອອກວ່າ, ສອງຝ່າຍຈະຮັບປະກັນຄວາມໄວ້ເນື້ອເຊື່ອໃຈຕໍ່ຍີ່ປຸ່ນຂອງອາເມລິກາ ແລະ ປັບປຸງກົນໄກໃນການສົນທະນາສອງຝ່າຍກ່ຽວກັບການຂະຫຍາຍການນາບຂູ່. ນີ້ກໍໝາຍຄວາມວ່າ: ອາເມຣິກາໃຫ້ຄໍາໝັ້ນສັນຍາຈະອໍານວຍ “ການປ້ອງກັນດ້ວຍອາວຸດນິວເຄລຍ” ໃຫ້ກັບຍີ່ປຸ່ນ, ພ້ອມກັນນັ້ນ ຍັງຮັດແໜ້ນສາຍພົວພັນ ພັນທະມິດອາເມຣິກາ-ຍີ່ປຸ່ນໃຫ້ເລິກເຊິ່ງ.

ໃນຫວ່າງມໍ່ໆມານີ້, ນັກການເມືອງຂອງຍີ່ປຸ່ນ ມີການເຄື່ອນໄຫວຢ່າງຫຼວງຫຼາຍໃນເວທີສາກົນ.

ຍີ່ປຸ່ນມີສ່ວນຮ່ວມໃນ ກົນໄກສີ່ຝ່າຍ ອາເມຣິກາ-ຍີ່ປຸ່ນ-ອິນເດຍ-ອົສຕຣາລີ ແລະກໍເປັນ ໜຶ່ງໃນປະເທດສະມາຊິກຊຸດທໍາອິດຂອງ ຂອບເສດຖະກິດອິນໂດ-ປາຊີຟິກຫຼື IPEF ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ຍີ່ປຸ່ນເປັນຜູ້ນໍາໜ້າພາທາງຂອງ ຍຸດທະສາດອິນໂດ-ປາຊີຟິກ” ຂອງອາເມຣິກາທີ່ຫ້າວຫັນ. ພາຍຫຼັງເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນແລ້ວ, ລັດຖະບານຍີ່ປຸ່ນໄດ້ລະເມີດ ສາມຫຼັກການກ່ຽວກັບການໂອນອາວຸດຍຸດໂທປະກອນທີ່ໃຊ້ໃນການປ້ອງກັນໂດຍໄດ້ໃຫ້ການຊ່ວຍເຫຼືອດ້ານອາວຸດຍຸດທະພັນແກ່ອູແກຣນ ພ້ອມທັງນຳເອົາການປະທະກັນລະຫວ່າງຣັດເຊຍ-ອູແກຣນໄປກ່ຽວພັນກັບຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກແຕ່ຝ່າຍດຽວ. ນອກນີ້, ຍີ່ປຸ່ນຍັງໄດ້ຕັ້ງໜ້າຊຸກຍູ້ການດັດແກ້ ລັດຖະທໍາມະນູນສັນຕິພາບ ທີ່ມີຢູ່ໃນປັດຈຸບັນ ພ້ອມທັງໄດ້ປຶກສາຫາລືຢ່າງເປີດເຜີຍກ່ຽວກັບການດັດແກ້ ສາມຫຼັກການກ່ຽວກັບການປອດນິວເຄລຍ ທີ່ຕົນເຄີຍຮັບປາກ.

ຍ້ອນອາເມຣິກາໃຫ້ຄໍາໝັ້ນສັນຍາຈະອໍານວຍ “ການປ້ອງກັນດ້ວຍອາວຸດນິວເຄລຍ”, ຍີ່ປຸ່ນຮູ້ສຶກພູມໃຈຈົນຫຼົງໂຕ. ຍີ່ປຸ່ນຄືຊິລືມເລື່ອງຄວາມຈິງ ຄື ຍີ່ປຸ່ນເປັນປະເທດດຽວໃນໂລກ ທີ່ເຄີຍປະສົບກັບການໂຈມຕີຈາກອາວຸດນິວເຄລຍ. ໃນປີ 1945, ນະຄອນຮິໂຣຊີມະ ແລະນາກາຊາກິຂອງຍີ່ປຸ່ນ ໄດ້ຖືກໂຈມຕີດ້ວຍລະເບີດປະລະມານູ ຈົນກາຍເປັນຊາກສະຫຼັກຫັກພັງໝົດ. ປະຊາຊົນຍີ່ປຸ່ນຫຼາຍກວ່າ 2 ແສນຄົນໄດ້ເສຍຊີວິດຈາກລະເບີດປະລະມານູແຕກ ຫຼືກໍາມັນຕະພາບລັງສີນິວເຄລຍໂດຍກົງ ຫຼືທາງອ້ອມ. ສ່ວນຜູ້ທີ່ຖິ້ມລະເບີີດປະລະມານູໃສ່ຍີປຸ່ນນັ້ນ, ກໍຄືອາເມຣິກາ ທີ່ໃຫ້ຄໍາໝັ້ນສັນຍາຈະອໍານວຍ “ການປ້ອງກັນດ້ວຍອາວຸດນິວເຄລຍ” ໃຫ້ກັບຍີ່ປຸ່ນໃນປັດຈຸບັນ.

   ຍີ່ປຸ່ນປະຖິ້ມກຽດສັກສີ ແລະທໍາທ່າຕໍ່າຕ້ອຍນ້ອຍໜ້າຢູ່ຕໍ່ໜ້າອາເມຣິກາ, ອາດຈະແມ່ນ ຍ້ອນຢາກຫຼຸດພົ້ນອອກຈາກຖານະທີ່ເປັນ “ປະເທດທີ່ປະລາໄຊໃນສົງຄາມໂລກຄັ້ງທີສອງ”, ບັນລຸຄວາມທະເຍີທະຍາຍຂອງຕົນໃນການກາຍເປັນປະເທດທີ່ມີຄວາມເຂັ້ມແຂງໃນການເຮັດສົງຄາມ, ແຕ່ຍີ່ປຸ່ນພັດໄດ້ຫຼົງລືມແລ້ວວ່າ, “ການປ້ອງກັນດ້ວຍອາວຸດນິວເຄລຍ” ຂອງອາເມຣິກາ ແມ່ນມີລັກສະນະຫຼອກລວງ. ເມື່ອຫວນຄືນປະຫວັດສາດໃນຫຼາຍສິບປີຜ່ານມາ, ໃນເວລາທີ່ສໍາຄັນເປັນຂໍກະແຈ, ອາເມຣິກາໄດ້ປະຖິ້ມ ຫຼືຂາຍພັນທະມິດຂອງຕົນຢ່າງບໍ່ລັ່ງເລເພື່ອຜົນປະໂຫຍດຂອງໂຕເອງ. ອາເມຣິກາໄດ້ປະກາດວ່າຈະປ້ອງກັນອູແກຣນ, ແຕ່ຫຼັງຈາກເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນແລ້ວ, ອາເມຣິກາພັດເອົາຕົວອອກຫ່າງຈາກເຫດທີ່ເກີດຂຶ້ນ, ຍິ່ງໄປກວ່ານັ້ນ ຍັງໄດ້ຫາກໍາໄລເປັນຈໍານວນຫຼວງຫຼາຍຈາກເຫດການຄັ້ງນີ້.

ອາເມຣິກາໃຫ້ຄໍາໝັ້ນສັນຍາຈະອໍານວຍ “ການປ້ອງກັນດ້ວຍອາວຸດນິວເຄລຍ” ໃຫ້ກັບຍີ່ປຸ່ນໃນຄັ້ງນີ້, ພວກເຮົາເຊື່ອວ່າມັນຈະເປັນ “ຄໍາໝັ້ນສັນຍາທາງປາກເປົ່າ” ຊື່ໆ, ຈະບໍ່ສາມາດນໍາເອົາຄວາມໝັ້ນຄົງມາໃຫ້ກັບຍີ່ປຸ່ນໄດ້. “ຄວາມໝັ້ນຄົງດ້ວຍອາວຸດນິວເຄລຍ” ແບບນີ້, ຍີ່ປຸ່ນກ້າຮັບເອົາບໍ່?