ວັນເດັກນ້ອຍສາກົນປີນີ້, ຈະມີໃຜມາຮັກແພງເຈົ້າ?

2022-06-01 10:25:14 cri

ຢູ່ອາເມຣິກາ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ໄດ້ນັບມື້ນັບເພີ່ມຂຶ້ນ, ເດັກນ້ອຍອາເມຣິກາ 2 ແສນກວ່າຄົນໄດ້ສູນເສຍພໍ່ແມ່ ຫຼືຜູ້ເບິ່ງແຍງດູແລ ແລະ ກາຍເປັນເດັກກຳພ້າກຳພອຍຍ້ອນພະຍາດໂຄວິດ-19. ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ອາເມຣິກາຢ່າງຮ້າຍແຮງ, ຈະມີໃຜມາຮັກແພງເຈົ້າ?

ຕົວເລກຂໍ້ມູນໃນເວັບໄຊສຳເນົາເອກະສານຄວາມຮຸນແຮງທີ່ເກີດຂຶ້ນຈາກການໃຊ້ອາວຸດປືນທີ່ເປັນອົງການບໍ່ຫວັງຜົນກຳໄລຂອງອາເມຣິກາ ໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ຕົ້ນປີ ຫາວັນທີ 26 ພຶດສະພາ 2022 ນີ້, ທົ່ວປະເທດອາເມຣິກາມີຜູ້ບໍ່ເຕັມກະສຽນອາຍຸ ຄືແຕ່ 0 ຫາ 18 ປີລວມມີ 652 ຄົນໄດ້ເສຍຊີວິດຍ້ອນຄວາມຮຸນແຮງຈາກການໃຊ້ອາວຸດປືນ; ສະເລ່ຍແລ້ວ, ແຕ່ລະຊົ່ວໂມງຈະມີຜູ້ບໍ່ເຕັມກະສຽນອາຍຸໜຶ່ງຄົນຖືກລູກປືນ. ການຖືຄອງອາວຸດປືນທົ່ວທີບ, ຈະມີໃຜມາເຝົ້າຕິດຕາມເຈົ້າ?

ນົມຜົເດັກນ້ອຍຂາດເຂີນມາເປັນເວລາຫຼາຍເດືອນແລ້ວ, ມາຮອດປັດຈຸບັນ, ສະພາບການຂາດເຂີນນົມຜົງໃນຕະຫຼາດອາເມຣິກາຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ. ຂາດນົມຜົງ, ຈະມີໃຜມາລ້ຽງດູເຈົ້າ?