ພົບເຫັນທ່ານສີຈິ້ນຜິງ: ບໍ່ນຶກວ່າເພິ່ນຮູ້ເລື່ອງການກະສິກຳໄດ້ດີປານນີ້

2022-06-01 10:12:35 cri


ປີ2012,ທ່ານສີຈິ້ນຜິງທີ່ເປັນຮອງປະທານປະເທດຈີນໃນເວລານັ້ນໄດ້ໄປຢ້ຽມ ຢາມອາເມຣິກາ,ແລະໄດ້ໄປຢ້ຽມຢາມທັດສະນະສຶກສາຢູ່ນິຄົມກະສິກຳຄິມເບີລີຢູ່ ທ້ອງຖິ່ນ. ທ່ານຄິມເບີລີ ເຈົ້າຂອງນິຄົມກະສິກຳໄດ້ແລກປ່ຽນຄວາມຄິດຄວາມ ເຫັນກ່ຽວກັບຫຼາຍບັນຫາດ້ານກະສິກຳ,ພ້ອມທັງໄດ້ເຊື້ອເຊີນທ່ານສີຈິ້ນຜິງຂຶ້ນລົດ ໄຖຄັນໜຶ່ງ.ຄວາມຊຳນິຊຳນານຂອງທ່ານສີຈິ້ນຜິງກ່ຽວກັບດ້ານກະສິກຳໄດ້ສ້າງ ຄວາມປະທັບໃຈອັນເລິກເຊິ່ງໄວ້ໃຫ້ແກ່ທ່ານຄິມເບີລີ.