ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ19ຈະຕັ້ງເຂດວາງສະແດງສະເພາະວັດທະນະທຳທ່ອງທ່ຽວແລະຂະແໜງການສຸຂະພາບເປັນເທື່ອທຳອິດ

2022-06-02 15:09:29 cri


ວັນທີ1ມິຖຸນານີ້ ກອງເລຂາຂອງງານວາງສະແດງສິນຄ້າຈີນ-ອາຊຽນເປີດເຜີຍໃຫ້ຮູ້ວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ19ຈະຕັ້ງເຂດວາງສະແດງສະເພາະວັດທະນະທຳທ່ອງທ່ຽວແລະຂະແໜງການສຸຂະພາບເປັນເທື່ອທຳອິດ,ເພື່ອສ້າງເວທີໃໝ່ໃຫ້ແກ່ການປະດິດສ້າງແລະພັດທະນາຂະແໜງການວັດທະນະທຳທ່ອງທ່ຽວແລະຂະແໜງການສຸຂະພາບຈີນ-ອາຊຽນ.

ຕາມການແນະນຳ,ເຂດວາງສະແດງດັ່ງກ່າວຈະວາງສະແດງໃຫ້ເຫັນຜະລິດຕະພັນແລະການບໍລິການຂອງຂະແໜງການທີ່ກ່ຽວຂ້ອງ,ໂດຍສະເພາະແມ່ນການອອກແບບແລະເຄື່ອງໃຊ້ໃນໂຮງແຮມແລະເຮືອນພັກ,ໂຄງການແບບຢ່າງດ້ານການທ່ອງທ່ຽວເພື່ອສຸຂະພາບແລະການບໍລິການທີ່ຄົບຊຸດ ແລະອື່ນໆ.

   ໃນໄລຍະຈັດງານວາງສະແດງ ຍັງຈະເຊີນຜູ້ຊ່ຽວຊານ ນັກວິຊາການ ແລະຜູ້ຕາງໜ້າຂະແໜງການເຂົ້າຮ່ວມຄົ້ນຄວ້າວິທີທາງການເຊື່ອມໂຍງເຂົ້າກັນແລະຄຸນຄ່າຂອງອຸດສາຫະກຳດ້ານວັດທະນະທຳ,ທ່ອງທ່ຽວແລະຂະແໜງການສຸຂະພາບຈີນ-ອາຊຽນ,ເພື່ອຊອກໃຫ້ເຫັນຂະແໜງການໃໝ່,ຮູບແບບໃໝ່,ຜະລິດຕະພັນໃໝ່ແລະບົດບາດໃໝ່ໃນການຮ່ວມມືກັນດ້ານວັດທະນະທຳ,ທ່ອງທ່ຽວແລະຂະແໜງການສຸຂະພາບລະຫວ່າງຈີນກັບອາຊຽນໃນໄລຍະທ້າຍທີ່ສະພາບພະຍາດໂຄວິດ-19ລະບາດ.