ໂຄງການທາງລົດໄຟຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນ “ຊ່ອງທາງໃຫຍ່” ທີ່ມີຜົນປະໂຫຍດຕໍ່ອາຊີຕາເວັນອອກສຽງໃຕ້

2022-06-03 17:28:04 cri


ໃນເວລາໃຫ້ສຳພາດຕໍ່ນັກຂ່າວເມື່ອມໍ່ໆມານີ້, ທ່ານພິນິດ ຈາຣຸສົມບັດ ອະດີດຮອງນາຍົກລັດຖະມົນຕີໄທ, ທັງເປັນປະທານຄະນະກຳມະການຊຸກຍູ້ວັດທະນະທຳໄທ-ຈີນໄດ້ກ່າວວ່າ: ໂຄງການທາງລົດໄຟຈີນ-ລາວ-ໄທ ເປັນ “ຊ່ອງທາງໃຫຍ່” ທີ່ມີຜົນປະໂຫຍດຕໍ່ອາຊີຕາເວັນອອກສຽງໃຕ້. ການເປີດນຳໃຊ້ທາງລົດໄຟສາຍນີ້ໄດ້ສ້າງປະສິດທິຜົນເໜືອກວ່າຄາດໝາຍ, ທັງໄດ້ເພີ່ມຂະບວນລົດຫຼາຍຖ້ຽວຍ້ອນຄວາມຕ້ອງການຊົມໃຊ້ເປັນຈຳນວນຫຼວງຫຼາຍ.

ທ່ານພິນິດ ຈາຣຸສົມບັດກ່າວຕື່ມວ່າ: ປັດຈຸບັນ ທາງລົດໄຟຈີນ-ໄທກຳລັງກໍ່ສ້າງຢູ່, ປະຊາຊົນໄທຄອງຄອຍນຳໃຊ້ບໍລິການໂດຍໄວເທົ່າທີ່ຈະໄວໄດ້, ເພື່ອຈໍ່ຕົວຂຶ້ນເປັນຊ່ອງທາງຂົນສົ່ງທີ່ເຊື່ອມຕໍ່ສາມປະເທດ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊຸກຍູ້ໃຫ້ຈີນລົງທຶນຢູ່ໄທຕື່ມອີກ ແລະການພັດທະນາຮູບແບບໃໝ່ແຫ່ງການຮ່ວມມືລະຫວ່າງວິສາຫະກິດຈີນ ແລະ ໄທ.

   ທ່ານພິນິດ ຈາຣຸສົມບັດຍັງໄດ້ກ່າວເຖິງຂໍ້ລິເລີ່ມພັດທະນາທົ່ວໂລກທີ່ສະເໜີໂດຍຜູ້ນຳຈີນ. ທ່ານກ່າວວ່າ: ໃນສະເພາະໜ້ານີ້, ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກໄດ້ຮັບຜົນກະທົບອັນໜັກໜ່ວງຍ້ອນສະພາບພະຍາດໂຄວິດ-19 ລະບາດ, ຂໍ້ລິເລີ່ມດັ່ງກ່າວແມ່ນທັນເວລາ ແລະ ມີຄວາມເບິ່ງກວ້າງເຫັນໄກ, ສາມາດຊ່ວຍເຫຼືອບັນດາປະເທດແກ້ໄຂບັນຫາຕົວຈິງ. ທ່ານເຫັນວ່າ: ຂໍ້ລິເລີ່ມພັດທະນາທົ່ວໂລກ ສາມາດຊ່ວຍເຫຼືອບັນດາປະເທດຫຼຸດຜ່ອນຄວາມຂັດແຍ້ງກັນ, ກັບຄືນສູ່ການສົນທະນາກັນ, ຮ່ວມມືກັນ ແລະ ພັດທະນາຮ່ວມກັນ.