ລາວຈັດກິດຈະກຳ “ອ່ານບົດກະວີໃນບຸນຕ່ວນຫວູ” ເປັນຄັ້ງທຳອິດ

2022-06-04 14:51:25 cri


ວັນທີ 3 ມິຖຸນານີ້ແມ່ນບຸນຕ່ວນຫວູ. ໃນມື້ນັ້ນ ທີ່ມະຫາວິທະຍາໄລແຫ່ງ ຊາດ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ພາກວິຊາພາສາຈີນ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດໄດ້ຮ່ວມກັນຈັດກິດຈະກໍາ “ອ່ານບົດກະວີໃນບຸນຕ່ວນຫວູ” ຄັ້ງທຳອິດຢູ່ລາວຂື້ນຢ່າງຟົດຟື້ນ. ບັນ ດາແຂກຝ່າຍລາວ ແລະ ຝ່າຍຈີນ ໄດ້ພົບປະກັນດ້ວຍບົດກະວີ ແລະ ສະແດງ ຄວາມຮັກແພງດ້ວຍ “ເຂົ້າຕົ້ມ” ເພື່ອຮ່ວມກັນສຳຜັດກັບສະເໜ່ທີ່ຍືນຍົງຂອງວັດ ທະນະທຳຈີນ, ສຳຜັດກັບມິດຕະພາບທີ່ຍາວນານລະຫວ່າງລາວ-ຈີນ ແລະ ຮ່ວມ ກັນສະເຫຼີມສະຫຼອງບຸນຕ່ວນຫວູທີ່ມີເອກະລັກສະເພາະ.

ນັກສຶກສາທັງຫຼາຍໄດ້ໃຊ້ຫຼາກຫຼາຍຮູບແບບໃນການອ່ານບົດກະວີດ້ວຍພາສາຈີນ ທີ່ສວຍງາມ ແລະ ເຕັມໄປດ້ວຍອາລົມຄວາມຮູ້ສຶກ ເພື່ອສະແດງໃຫ້ເຫັນເຖິງ ຄວາມ ໝາຍທີ່ເລິກເຊິ່ງ ແລະ ຄວາມງົດງາມຂອງຈັງຫວະສຽງສຳຜັດໃນບົດກະ ວີຈີນ, ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມມັກຮັກທີ່ມີຕໍ່ ວັນນະຄະດີຈີນ. ພວກເຂົາຍັງໄດ້ຮ່ວມກັນຮ້ອງເພງ “ມິດຕະພາບລາວຈີນ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບລະຫວ່າງຈີນ - ລາວ ຈາກຮຸ່ນສູ່ຮຸ່ນ ພ້ອມທັງໄດ້ຮ່ວມກັນອວຍພອນໃຫ້ອະນາຄົດຈົ່ງມີແຕ່ສິ່ງທີ່ງົດງາມ.

ສຮ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວກ່າວວ່າ:   “ຄວາມສົນໃຈໃນດ້ານພາສາຈີນ” ຢູ່ປະເທດລາວແມ່ນນັບມື້ນັບ ຫຼາຍຂື້ນ ແລະ ພາສາຈີນກໍ່ໄດ້ຖືກນຳເຂົ້າໃນລະບົບການສຶກສາຂອງລາວ. ຄວາມ ສຳເລັດໃນການຈັດກິດຈະກໍາອ່ານບົດກະວີໃນຄັ້ງນີ້, ບໍ່ພຽງແຕ່ເຮັດໃຫ້ຄູ-ອາຈານ ແລະ ນັກສຶກສາຂອງພາກວິຊາພາສາຈີນຈໍານວນ 400 ກວ່າຄົນໄດ້ເຂົ້າໃຈເຖິງ ຕົ້ນກຳເນີດຂອງບຸນຕ່ວນຫວູເທົ່ານັ້ນ,ຍັງຈະກະຕຸ້ນໃຫ້ເຂົາເຈົ້າກະຕືລືລົ້ນ ແລະ ມັກຮັກໃນການຮຽນພາສາຈີນ ແລະ ວັດທະນະທຳຈີນນຳອີກ.